ເຈົ້າແຂວງ ເຊກອງ ເນັ້ນຜູ້ບໍລິຫານການສຶກສາເອົາໃຈໃສ່ຫລາຍບັນຫາສໍາຄັນ

ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງເຊກອງ ປະຈໍາສົກຮຽນ (2021-2022) ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ ຜູ້ບໍລິຫານການສຶກສາ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ການພັດທະນາການສຶກສາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ມີຄຸນນະພາບ ຕອບສະໜອງ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງ.

ທ່ານເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ຜູ້ບໍລິຫານການສຶກສາ ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານຄູ-ອາຈານຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ໄປໂຄສະນາເຜີຍແຜ່ເຊື່ອມຊຶມ ແນໃສ່ສ້າງທັດສະນະ, ສ້າງຄວາມເຂົ້າໃຈຕໍ່ສະພາບການຂອງໂລກ, ພາກພື້ນ ແລະ ສະພາບພາຍໃນປະເທດ ໃຫ້ຮູ້ເຖິິງກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພັກເຮົາ; ພັດທະນາການສຶກສາ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ, ສ້າງພະນັກງານຄູ-ອາຈານ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບ ແລະ ຮັກອາຊີບຂອງຕົນ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາການສຶກສາຢູ່ຂັ້ນຮາກຖານໃຫ້ໄດ້ຕາມ 3 ລັກສະນະ 5 ຫລັກມູນ, ສ້າງໂຮງຮຽນຕົວແບບ, ໂຮງຮຽນປອດຢາເສບຕິດ ແລະ ປະຕິບັດ 3 ຂໍ້ແຂ່ງ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ເປັນຂະບວນຟົດຟື້ນ. ມັນຍັງມີຄວາມສໍາຄັນສະເຫມີທີ່ຈະຈື່ຈໍາກ່ຽວກັບການພັດທະນານອກຫຼັກສູດ. ພໍ່ແມ່ຫຼາຍກວ່າແລະຫຼາຍມັກໃຫ້ລູກຂອງເຂົາເຈົ້າພັດທະນາທີ່ສົມບູນແບບເຖິງແມ່ນວ່າໃນອຸດສາຫະກໍາເຊັ່ນເກມ. ເວທີ Slotogate ສົ່ງເສີມຄວາມພະຍາຍາມໃດໆໂດຍຄົນທີ່ຈະຫລິ້ນ. ເວທີປະກອບດ້ວຍທີ່ນິຍົມຫຼາຍທີ່ສຸດ best ecopayz online casino sites

ພ້ອມນີ້, ໃຫ້ປັບປຸງກົງຈັກການຈັດຕັ້ງ, ແບບແຜນການນໍາພາ-ວິທີເຮັດວຽກ, ການປະສານງານ ລະຫວ່າງຜູ້ບໍລິຫານການສຶກສາຂັ້ນແຂວງ-ຂັ້ນເມືອງ ກັບພາກສ່ວນກ່ຽວຂ້ອງໃຫ້ມີຄວາມກົມກຽວ; ເກັບກໍາຂໍ້ມູນຄູອາສາສະໝັກ, ປະສານສົມທົບກັບກອງບັນຊາການທະຫານແຂວງ ເພື່ອສ້າງທະຫານຊາຍແດນໃຫ້ເປັນຄູສອນ ແນໃສ່ແກ້ໄຂບັນຫາການຂາດຄູສອນຢູ່ເຂດຫ່າງໄກສອກຫຼີກ (ເຂດຊາຍແດນ); ສືບຕໍ່ປະຕິບັດບັນດາຄາດໝາຍຕົວຊີ້ວັດ 5 ຕົວຊີ້ວັດ ທີ່ບໍ່ທັນບັນລຸໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້;ພັດທະນາວຽກງານກິລາກາຍະກໍາ, ຈັດການແຂ່ງຂັນກິລາປະເພດຕ່າງໆ ເພື່ອສ້າງຄວາມສົນໃຈໃຫ້ຊາວໝຸ່ມ-ເຍົາວະຊົນ ຫັນມາຫລິ້ນກິລາຫ່າງໄກຢາເສບຕິດ; ເພີ່ມທະວີການຕິດ ຕາມກວດກາວຽກງານການສຶກສາ ຊອກໃຫ້ດ້ານດີ ເພື່ອເສີມຂະຫຍາຍ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫາວິທີແກ້ໄຂໃຫ້ທັນຕາມກໍານົດເວລາ ແລະ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງການສຶກສາ; ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ສັນຍາ

error: Content is protected !!