ລາວ-ຈີນ ເຊັນບົດບັນທຶກຮ່ວມມືສ້າງໂຄງການ ໜຶ່ງທາງ ສອງເຂດ

ໃນວັນທີ 26 ສິງຫາ 2022 ນີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງໂຄງການ “ໜຶ່ງທາງ ສອງເຂດ” ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການປົກຄອງປະຊາຊົນ ແຂວງຫູໜານ ສປ ຈີນ ຜ່ານລະບົບທາງໄກ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເຮີ ເປົ້າ ສຽງ (HE BAO XIANG) ຮອງເຈົ້າແຂວງຫູໜານ ໂດຍມີລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ, ເຈົ້າແຂວງຫູໜານ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ ແບບເຊິ່ງໜ້າ ແລະ ແບບທາງໄກ.
ໂຄງການ “ໜຶ່ງທາງ ສອງເຂດ” ມີເປົ້າໝາຍເພື່ອປະກອບສ່ວນສົ່ງເສີມການຄ້າ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນນະພາບສູງ ເຊິ່ງ “ໜຶ່ງທາງ” ໝາຍເຖິງການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິຜົນສູງ ແລະ “ສອງເຂດ” ໝາຍເຖິງການສ້າງເຂດພັດທະນາອຸດສາຫະກໍາ-ກະສິກຳທັນສະໄໝ ຢູ່ນະຄອນຫລວງວຽງຈັນ ຂອງ ສປປ ລາວ ແລະ ເຂດພັດທະນາເສດຖະກິດຈິນເຊຍ ນະຄອນຊາງຊາ ແຂວງຫູໜານໂດຍສອງຝ່າຍ ເຫັນດີເປັນເອກະພາບກັນຖືເອົາ “ສອງເຂດ” ເປັນຈຸດສູນກາງ ຮ່ວມກັນສ້າງເວທີການຮ່ວມມືລະຫວ່າງສອງຊາດ ໃນດ້ານການບໍລິການທາງດ້ານການຄ້າ, ການຂົນສົ່ງ ແລະ ການເງິນ ທີ່ພົວພັນກັບວຽກງານການຜະລິດກະສິກຳ ແລະ ປຸງແຕ່ງກະສິກຳ ໂດຍອີງໃສ່ແລວທາງເສດຖະກິດລາວ-ຈີນ ແລະ ເສັ້ນທາງລົດໄຟລາວ-ຈີນ, ຮ່ວມກັນສະໜັບສະໜູນການກໍ່ສ້າງເຂດພັດທະນາອຸດສາຫະກຳ-ກະສິກຳທັນສະໄໝ ທີ່ນະຄອນຫລວງວຽງຈັນ ສປປ ລາວ ໃຫ້ເປັນສູນຈຳໜ່າຍຜະລິດຕະພັນກະສິກຳ ທີ່ມີຄຸນນະພາບ ສາມາດອອກສູ່ປະເທດອ້ອມຂ້າງ ສປປ ລາວ, ພ້ອມທັງ ຈະເພີ່ມທະວີການພົວພັນປະສານງານດ້ານນະໂຍບາຍ ແລະ ຊຸກຍູ້ການເຂົ້າສູ່ລະບຽບການ, ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຫັນເປັນກະສິກຳທັນສະໄໝ, ເພີ່ມທະວີການຮ່ວມມືເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການພັດທະນາຊົນນະບົດ, ປັບປຸງສະພາບແວດລ້ອມໃນການລົງທຶນດ້ານກະສິກຳ ແລະ ຂະຫຍາຍການລົງທຶນ ຢ່າງມີປະສິດທິຜົນ, ພ້ອມທັງສ້າງກົນໄກຮ່ວມມື ແລະ ອື່ນໆ.
ໂອກາດນີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຫວັງວ່າ ການລົງນາມບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ, ຈະເປັນບາດກ້າວສຳຄັນ ສຳລັບການເພີ່ມທະວີການຮ່ວມມືໃນຕໍ່ໜ້າ ຂອງທັງສອງຝ່າຍ ໂດຍສະເພາະ ການສ້າງເຂດພັດທະນາອຸດສາຫະກຳ-ກະສິກຳທັນສະໄໝ ທີ່ຈະປະ ກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄດ້ຫລາຍຍິ່ງໆຂຶ້ນ, ເຊິ່ງແຂວງຫູໜານ ໄດ້ມີການພັດທະນາເຂດອຸດສາຫະກຳດ້ານກະສິກຳທີ່ໃຫຍ່ ແລະ ທັນສະໄໝ ລະດັບແຖວໜ້າຂອງ ສປ ຈີນ, ພ້ອມທັງມີທ່າແຮງໃນການພັດທະນາດ້ານກະສິກຳ ສາມາດສະໜອງຄວາມຕ້ອງການ ບໍລິໂພກສະບຽງອາຫານຢ່າງຫລວງຫລາຍ, ເຊິ່ງການເພີ່ມທະວີການຮ່ວມມືກັນ ລະຫວ່າງ ແຂວງຫູໜານ ສປຈີນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແມ່ນເປັນພື້ນຖານອັນດີໃນການສະໜັບສະໜູນການພັດທະນາຂອງສອງປະເທດ ລາວ-ຈີນ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ

error: Content is protected !!