ສ້າງສູນ​ ອາຊຽນ​ ຮັບມືກັບກໍລະນີການແພດສຸກເສີນ ແລະ ພະຍາດລະບາດເກີດໃໝ່

ວິທະຍຸກະຈາຍສຽງ​ ຫວຽດນາມ​ ລາຍງານວ່າ: ບັນດາປະເທດ ອາຊຽນ ໄດ້ເລືອກເອົາປະເທດໄທ ເປັນສະຖານທີ່ສ້າງສູນ ອາຊຽນ ຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ພະຍາດລະບາດເກີດໃໝ່ໃນພາກພື້ນ.
ຂ່າວລະບຸວ່າ: ທ່ານ ກຽດຕິພູມ ວົງຣາຈິດ ເລຂາຜູ້ປະຈຳການກະຊວງສາທາລະນະສຸກ ປະເທດໄທ ໃຫ້ຮູ້ວ່າ: ສູນນີ້ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດຂອງອາຊຽນ ໃນການແກ້ໄຂບັນດາກໍລະນີສຸກເສີນ ກ່ຽວກັບສຸຂະພາບຂອງປະຊາຄົມ ແລະ ພະຍາດລະບາດທີ່ເກີດໃໝ່. ທ່ານຍັງໃຫ້ຮູ້ວ່າ: ໂຄງການສ້າງຕັ້ງ ສູນອາຊຽນ ຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ພະຍາດເກີດໃໝ່ ໄດ້ຮັບການອະນຸມັດຜ່ານເມື່ອປີ 2020, ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ຜ່ານກອງທຶນປະ ສານສົມທົບ ຍີ່ປຸ່ນ – ອາຊຽນ. ປີ 2021, ຍີ່ປຸ່ນ ໄດ້ສະໜອງບ້ວງເງິນເຖິງ 50 ລ້ານໂດລາ ໃຫ້ແກ່ໄລ ຍະສຸດທ້າຍຂອງການສ້າງຕັ້ງຮາກຖານ. ໄທຈະດຳເນີນພິທີເລີ່ມລົງມືກໍ່ສ້າງສູນຢ່າງເປັນທາງການໃນວັນທີ 26 ສິງຫານີ້.

ຂໍ້ມູນຈາກ:ປະຊາຊົນ

error: Content is protected !!