ມາເບິ່ງປະຫວັດຄວາມເປັນມາຂອງປະເພນີບຸນເຂົ້າປະດັບດິນ

 ຄໍາວ່າ “ເຂົ້າປະດັບດິນ” ໄດ້ແກ່ເຂົ້າ ແລະ​ ເຄື່ອງຫວານຂອງຄາວພ້ອມທັງໝາກພູຢາສູບທີ່ຫໍ່ດ້ວຍໃບຕອງກ້ວຍ ຫຼືພາຫະນະອື່ນໆ​ (ດີແທ້ຄວນໃສ່ແຕ່ໃບຕອງບໍ່ຄວນໃສ່ຖົງຢາງຫຼືກັບໂຟມ) ແລ້ວນໍາໄປວາງໄວ້ຕາມໜ້າດິນບໍລິເວນໃນວັດ, ອ້ອມວັດ, ບ້ານເຮືອນ ແລະໄຮ່ນາຮົ້ວສວນ ຫຼືຫ້ອຍໄວ້ຕາມຕົ້ນໄມ້ ເພື່ອທານໃຫ້ດວງວິນຍານບັນພະບູລຸດ ແລະຍາດພີ່ນ້ອງຂອງຕົນເອີ້ນວ່າເຂົ້າປະດັບດິບ. 

  ການເຮັດບຸນເຂົ້າປະດັບດິນກໍານົດຂຶ້ນໃນວັນແຮມ 14 ຄໍ່າເດືອນເກົ້າ (ເດືອນເກົ້າດັບ) ໂດຍມີຄວາມເຊື່ອມາແຕ່ບູຮານວ່າ ມື້ເດືອນເກົ້າດັບເປັນມື້ທີ່ຈ່າຍົມພິບານປ່ອຍສັດນາຮົກໃຫ້ກັບຄືນມາໂລກມະນຸດ ເພື່ອຮັບເອົາເຄື່ອງກິນຂອງທານຈາກຍາດຕິພີ່ນ້ອງທີ່ຍັງມີຊີວິດຢູ່ໃນໂລກມະນຸດໂດຍມີການທານໃນສອງລັກສະນະຄື ການນໍາເຄື່ອງຫວານຂອງຄາວໄປຫ້ອຍ ຫຼືປະໄວ້ຕາມກໍາແພງວັດ, ຮົ້ວຮາວ ແລະສະຖານທີ່ສໍາຄັນເຊັ່ນ ຕາມກໍາແພງ ຫຼືຮົ້ວເຮືອນຕາມໄຮ່ນາ. ນອກຈາກນັ້ນ, ຍັງມີການທໍາບຸນຖວາຍທານແກ່ພຣະສົງສາມະເນນເພື່ອອຸທິດສ່ວນບຸນກຸສົນຫາຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ. 

 ເນື່ອງຈາກວ່າ ຜີຫຼືອະສຸລະກາຍຈະກິນອາຫານດ້ວຍສອງວິທີຄື ອາຫານທີ່ຄົນນໍາມາໄຫວ້ ຫຼືບູຊາຜີຈະມານັ່ງກິນເໝືອນກັບມະນຸດກິນເຂົ້າ ແຕ່ເປັນການກິນດ້ວຍອຸປະທານຄື ກິນດ້ວຍຄວາມຍຶດໝັ້ນວ່າຕົນໄດ້ກິນສິ່ງນັ້ນສິ່ງນີ້ ແຊບແນວນັ້ນແນວນີ້ດັ່ງຄໍາເວົ້າວ່າ “ຜີກິນອາຍຄົນບາຍຕ່ອນ” ການກິນລັກສະນະນີ້ ເອີ້ນວ່າກິນດ້ວຍການນ້ອມຈິດເຂົ້າໄປກິນ ແຕ່ການກິນລັກສະນະນີ້ເປັນການແກ້ໄຂສະເພາະໜ້າເທົ່ານັ້ນບໍ່ດົນຜີ ຫຼືອະສຸລະກາຍເຫຼົ່ານັ້ນກໍກັບມາອຶດຫິວ ແລະມີອັດຕະພາບດັ່ງເດີມ ແລະສໍາລັບເຂົ້າປາອາຫານທີ່ຍາດພີ່ນ້ອງຖວາຍແກ່ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ສະພາບຂອງອາຫານການກິນທັງຫຼາຍ ຈະແປສະພາບເປັນບຸນ ເປັນອາຫານທິບ ທີ່ພຽງແຕ່ຜີ ຫຼືອະສຸລະກາຍນັ້ນນ້ອມຈິດຂອງຕົນອະນຸໂມທະນາຮັບເອົາກໍຈະຮູ້ສຶກອີ່ມເກີດເປັນປິຕິສຸກຄື ມີຄວາມຮູ້ສຶກອີ່ມທາງໃຈປຽບເໝືອນຄົນທີ່ອີ່ມບຸນຈະບໍ່ຮູ້ສຶກອິດເມື່ອຍຫຼືຫິວເລີຍແຕ່ກັບຮູ້ສຶກມີຄວາມສຸກຢູ່ໃນໃຈ. 

ນອກຈາກນັ້ນ, ການກິນລັກສະນະນີ້ທີ່ຍາດອຸທິດບຸນໃຫ້ ເປັນການຊ່ວຍເຫຼືອໃຫ້ເປັນການຊ່ວຍໃຫ້ພົ້ນທຸກຢ່າງຖາວອນ ເພາະນອກຈາກຈະເຮັດໃຫ້ຫາຍຈາກຄວາມອຶດຫິວແລ້ວ ຍັງເຮັດໃຫ້ອັດຕະພາບຂອງຜີ ຫຼືອະສຸລະກາຍເຫຼົ່ານັ້ນໄດ້ພົ້ນຈາກຄວາມທຸກໄດ້ສະເຫວີຍສຸກຕາມກໍາລັງບຸນທີ່ຍາດອຸທິດຫາອີກດ້ວຍ. 

  ການນໍາເອົາວັດຖຸເຄື່ອງຫວານເຄື່ອງຄາວໄປປະດັບໄວ້ດິນດັ່ງກ່າວນັ້ນນອກຈາກຈະເປັນການທານໃຫ້ແກ່ຍາດພີ່ນ້ອງແລ້ວຍັງເປັນການຜາຍແຜ່ແກ່ມະນຸດສັບພະສັດທັງຫຼາຍໃຫ້ໄດ້ຮັບທົ່ວເຖິງກັນຢ່າງອຸດົມສົມບູນເຊັ່ນຄົນທຸກຍາກ ນົກໜູປູປີກ ແລະມົດແມງຕ່າງໆ ສະແດງເຖິງຄວາມເອື້ອເຟື້ອເຜື່ອແຜ່ວັດຖຸທານຂອງຕົນຢ່າງບໍ່ຫວງແຫນ. 

 ບຸນເຂົ້າປະດັບດິນຖືເປັນບຸນໜຶ່ງທີ່ສໍາຄັນຂອງຊາດເຊິ່ງເຈົ້າມະຫາຊີວິດຈະຕ້ອງໄດ້ເປັນແມ່ແບບໃນການນໍາໜ້າພາທາງປະຕິບັດເພື່ອຄວາມຢູ່ເຢັນເປັນສຸກຂອງບ້ານເມືອງ ແລະປະຊາລາສະດອນດັ່ງປາກົດອອກໃນຄອງ 14 ຂອງພຣະລາຊາວ່າ 

“ ເປັນທ້າວພະຍາ ຄັນຮອບເດືອນ 9 ດັບໃຫ້ປ່າວເຕືອນລາດສະດອນບ້ານເມືອງ ຂອງຕົນທານຫໍ່ເຂົ້າປະດັບດິນໄປຫາປູ່ຍ່າຕາຍາຍລູກເຕົ້າ ຫຼານເຫຼັນອັນເຖິງແກ່ອະນິດຈະກຳ ໄປສູ່ປະລະໂລກທົ່ວທຸກແຫ່ງ ແລ້ວໃຫ້ເຈົ້ານາຍເສນາຂ້າລາດຊະການຫົວບ້ານຫົວເມືອງສິບຮ້ອຍນ້ອຍໃຫຍ່ລົງມາຖືນ້ຳພະພິພັດຖວາຍສັດສານຸສັດອີກເທື່ອໜຶ່ງ ແລ້ວຊ່ວງເຮືອສະຫຼອງອຸສຸພະນາກປາກດົງ ແລະ ປາກຄານພະຍານາກ 15 ຕະກຸນ ອັນຮັກສາບ້ານເມືອງຈຶ່ງຈະຢູ່ເຢັນເປັນສຸກເຂົ້າໄຮ່ນາບໍລິບູນ”.

 ນອກຈາກບຸນເຂົ້າປະດັບດິນແລ້ວຢູ່ຫຼວງພະບາງຍັງມີການຈັດບຸນຊ່ວງເຮືອຂຶ້ນ ອັນເປັນການສືບທອດຮີດຄອງມາແຕ່ສະໄໝອານາຈັກລາວລ້ານຊ້າງ ເຊິ່ງຈຸດປະສົງແມ່ນເພື່ອບູຊາ ພະຍານາກ 15 ຕະກຸນ ອັນເປັນເທວະດາຮັກສາທາງນໍ້າຄື ນາງດໍາຢູ່ຄົກທອ່ນ, ນາງດ່ອນຢູ່ຄົກເຮືອ, ນາງຄໍາເຝືອຢູ່ເໜືອທ່າຊ້າງ, ທ້າວໂຕ່ງກວ້າງຂວາງຢູ່ປາກຄານ, ທ້າວທອງຈານຢູ່ຜາດ່ຽວ, ທ້າວຄໍາປ່ຽວຢູ່ຜາເສືອ, ທ້າວບຸນເຍືອຢູ່ກ້ອນກ່າຍຟ້າ, ທ້າວຄໍາຫຼ້າຢູ່ຜາບັງ, ທ້າວຄໍາປັງຢູ່ພູຊ້າງ, ທ້າວບຸນກວ້າງຢູ່ພູຊວງ, ທ້າວບຸນຍວງຢູ່ກ້ອງໝຶດແອ່ນ, ທ້າວຄໍາແທ່ນຢູ່ຜາຊະວາ, ທ້າວຈົງລົວຢູ່ຜາສຸມເສົ້າ(ຜາຍ່າເຖົ້າ), ອຸສຸພະນາກເຈົ້າຢູ່ເຝົ້າສົບດົງ ແລະທ້າວໃຈຈໍານົງຢູ່ຮັກສາພຣະບາດ ສີສັດຕະນາກເຈົ້າຢູ່ເຝົ້າຈອມສີ. ເພື່ອໃຫ້ບ້ານເມືອງຢູ່ເຢັນເປັນສຸກ ທັງເປັນໄລຍະທີ່ມີນໍ້າອຸດົມສົມບູນສະດວກແກ່ການຊ່ວງເຮືອ ແລະໄດ້ກາຍມາເປັນປະເພນີປະຈໍາຂອງແຂວງຫຼວງພະບາງຈົນເທົ້າທຸກວັນນີ້. 

        #ມູນເຫດແຫ່ງການເຮັດບຸນເຂົ້າປະດັບດິນ 

  ດັ່ງໄດ້ກ່າວໃນເບື້ອງຕົ້ນແລ້ວວ່າຄົນລາວບູຮານມີຄວາມເຊື່ອທີ່ສືບທອດກັນມາແຕ່ບູຮານນະການວ່າໃນມື້ວັນເດືອນເກົ້າດັບເປັນມື້ທີ່ຈ່າຍົມພິບານທີ່ຮັກສານາຮົກໄດ້ເປີດປະຕູນາຮົກປ່ອຍໃຫ້ສັດນາຮົກທັງຫຼາຍໄດ້ມີໂອກາດກັບມາຍັງໂລກມະນຸດເພື່ອຮັບເອົາວັດຖຸ ຫວານຄາວ ແລະສ່ວນບຸນກຸສົນທີ່ຍາດຕິພີ່ນ້ອງພ້ອມໃຈກັນອຸທິດຫາ. 

 ນອກຈາກນັ້ນ, ຍັງມີເລື່ອງເລົ່າໄວ້ໃນທໍາມະບົດວ່າ ໃນສະໄໝພຸດທະການຍາດຂອງພະເຈົ້າພິມພິສານໄດ້ພາກັນກິນຂອງສົງໂດຍບໍ່ໄດ້ຮັບອະນຸຍາດເຊັ່ນ ອາຫານຫວານຄາວ ແລະໝາກໄມ້ພາຍໃນວັດເມື່ອສິ້ນຊີບວາຍຊົນໄປຈຶ່ງໄດ້ເອົາຕົນເມືອເກີດເປັນເຜດໄດ້ຮັບຄວາມທຸກທໍລະມານ ອຶດຢາກຫອດຫິວ ເຂົ້າຈະກິນກໍ່ບໍ່ມີ ຜ້າຈະນຸ່ງຫົ່ມກໍບໍ່ມີ ເປັນເຜດຜີເປືອຍຢູ່ໃນແຖວນັ້ນ ມື້ໝຶ່ງພຣະເຈົ້າພິມພິສານເຂົ້າໄປຖວາຍທານ ພວກຍາດພີ່ນ້ອງເຫຼົ່ານັ້ນຈຶ່ງເກີດຄວາມປິຕິຍິນດີເປັນຢ່າງຍິ່ງພ້ອມກັນມາຮັບເອົາຜົນບຸນ ແຕ່ພຣະເຈົ້າພິມພິສານບໍ່ໄດ້ ອຸທິດຜົນສົ່ງໄປໃຫ້ພວກເຜດຍາດພີ່ນ້ອງຈຶ່ງບໍ່ໄດ້ຮັບຜົນທານ ຕ່າງກໍມາສະແດງປະຕິກິລິຍາຮ້ອງໄຫ້ຄວນຄາງ ໃຫ້ປະກົດແກ່ເຈົ້າພິມພິສານ ພຣະອົງສົງໄສວ່າແມ່ນເຫດອັນໃດຈຶ່ງໄດ້ນຳເອົາເລື່ອງນັ້ນເຂົ້າໄປຂາບທູນພຣະພຸດທະເຈົ້າ ພຣະພຸດທະອົງຈຶ່ງໄດ້ຕັດ ບອກເລື່ອງນັ້ນໃຫ້ເຈົ້າພິມພິສານຊົງຊາບ ແລ້ວ ຈຶ່ງໄດ້ເຮັດທານ ອຸທິດຜົນສົ່ງໄປໃຫ້ ພວກເຜດເຫຼົ່ານັ້ນຈຶ່ງໄດ້ຮັບຜົນທານ ມີເຂົ້າປາອາຫານອຸດົມສົມບູນແຕ່ຍັງບໍ່ມີຜ້ານຸ່ງ ມື້ຕໍ່ມາພຣະເຈົ້າພິມພິສານຖວາຍຜ້າ ແລ້ວອຸທິດຜົນສົ່ງໄປໃຫ້ອີກ. ພວກເຜດເຫຼົ່ານັ້ນຈຶ່ງອຸດົມສົມບູນໄປດ້ວຍອາຫານ ພ້ອມທັງເຄື່ອງນຸ່ງຫົ່ມທຸກປະການ ດ້ວຍເຫດຜົນນີ້ຍາດພີ່ນ້ອງຂອງເຮົາທັງຫຼາຍທີ່ລ່ວງລັບໄປແລ້ວ ເມື່ອເຂົາເຈົ້າຍັງຢູ່ໃນເປຕະວິໄສຍັງບໍ່ໄດ້ໄປເກີດ ກຸສົນທີ່ເຮົາບຳເພັນໄປແລ້ວ ກໍຈະອຳນວຍປະໂຫຍດສຸກໃຫ້ແກ່ທັງສອງຝ່າຍ ຄືທັງຍາດພີ່ນ້ອງຂອງເຮົາ ແລະແກ່ຕົວເຮົາອີກດ້ວຍ. 

ເພາະສະນັ້ນ, ຈຶ່ງມີການເຮັດບຸນເຂົ້າປະດັບດິນສືບໆກັນມາຈົນເຖິງປັດຈຸບັນນີ້.

          #ພິທີເຮັດບຸນຫໍ່ເຂົ້າປະດັບດິນ 

  ມື້ແຮມ 13 ຄ່ຳ ເດືອນ 9 ກຽມຫາເຄື່ອງ ອາຫານຫວານຄາວ, ຫໍ່ເຂົ້າຕົ້ມ ເຂົ້າໜົມ ນໍ້າອ້ອຍ ນໍ້າຕານ ໝາກ ພູ ຢາດູດ ໃຫ້ຄົບເພື່ອຈະໄດ້ເຮັດທານ ແລ້ວແບ່ງສ່ວນຂອງທານນັ້ນອອກເປັນ 4 ສ່ວນຄື ທີ່ໜຶ່ງ ເອົາໄວ້ກິນກັນໃນຄອບຄົວ ສວນທີ່ສອງແບ່ງໃຫ້ຍາດຕິພີ່ນ້ອງ ຫຼືຍາດມິດສະຫາຍບ້ານໃກ້ເຮືອນຄຽງ ສ່ວນທີ່ສາມ ແມ່ນອຸທິດຜົນໃຫ້ແກ່ຍາດພີ່ນ້ອງພໍ່ແມ່ ແລະຄົນທີ່ລ່ວງລັບໄປແລ້ວ ໃນສ່ວນນີ້ເພິ່ນຈະຫໍ່ເປັນຫໍ່ນ້ອຍໃຫ້ໄດ້ພໍສົມຄວນ ເອົາໃບກ້ວຍມາຫໍ່ຂອງຫວານ 1 ຫໍ່ ຂອງຄາວ 1 ຫໍ່ ໝາກພູ ກອກຢາ 1 ຫໍ່ ແລ້ວຫຍິບຕິດກັນເປັນຫໍ່ໃຫຍ່ໃສ່ໃບຕອງ. ສ່ວນທີ່ສີ່ນັ້ນແມ່ນນໍາໄປຕັກບາດຖວາຍພຣະສົງ. ໂດຍມີຂັ້ນຕອນດັ່ງນີ້ 
ພໍເຖິງ 4 ໂມງເຊົ້າ ມື້ແຮມ 14 ຄ່ຳ ເດືອນ 9 ກໍເອົາເຄື່ອງສ່ວນທີ່ຈະເຮັດບຸນໃຫ້ແກ່ຍາດພີ່ນ້ອງທີ່ຕາຍໄປນັ້ນ ໃສ່ກະຕ່າກະບຸງເອົາໄປຫ້ອຍໄວ້ຕາມກົກໄມ້ ຕາມເດີ່ນວັດ ນອກກໍາແພງວັດ ແລະໄຮ່ນາຮົ້ວສວນ ສ່ວນນີ້ເຮົາຖືວ່າໄດ້ອຸທິດຜົນເພື່ອບຸບພະເປຕະພະລີແລ້ວ ຄັນແຈ້ງສວ່າງແລ້ວ ກໍເອົາສ່ວນທີ່ ຈັດໄວ້ສຳຫຼັບຖວາຍພຣະສົງນັ້ນໄປໂຮມກັນ ທີ່ສາລາໂຮງທໍາ ແລ້ວໄຫ້ວພຣະຮັບສິນ ຕັກບາດຖວາຍສັງຄະທານ ຟັງທໍາມະເທດສະໜາ ແລ້ວຄາລະວະຮັບພອນຢາດນໍ້າເປັນອັນຈົບພິທີ. 

ຄັດຈາກປຶ້ມ: ເປີດປະຕູສູ່ວັດສີຄູນວຽງ
ຈາກ: ພຣະບຸນທະວີ ກົມພະພັນ

error: Content is protected !!