ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ມາອອນ (MA-ON)ປະຈໍາວັນທີ 25 ສິງຫາ 2022

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານເຂດພາກເໜືອ ຂອງປະເທດລາວ, ສໍາລັບລົມພາຍຸໝູນເຂດຮ້ອນມາອອນ (MA-ON) ຫົວທີ 09, ໃນເວລາ 06:00 ຂອງວັນທີ 25 ສິງຫາ 2022 ມີຈຸດທີ່ຕັ້ງຢູ່ເສັ້ນ ຂະໜານທີ 21.7 ອົງສາເໜືອ ແລະ ເສັ້ນແວງທີ 110 ອົງສາຕາເວັນອອກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ກໍາລັງເຄື່ອນທີ່ຂຶ້ນຝັ່ງ ທາງພາກໃຕ້ຂອງ ສປ ຈີນ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາປານກາງ ແລະຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖີ່ນໃນແຕ່ລະພາກ.

ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ແລະຝົນຕົກຕິດຕໍ່ກັນ ຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ທີ່ຈະເກີດຂື້ນ. ຂໍໃຫ້ຕິດຕາມຂ່າວແຈ້ງເຕືອນ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-2 ວັນນີ້.

error: Content is protected !!