ເມືອງ​ ງອຍ ປ່ອຍສັດປ່າຫວງຫ້າມປະເພດລີງ ຄືນສູ່ປ່າໄມ້ທຳມະຊາດ

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ມີພິທີປ່ອຍສັດປ່າຫວງຫ້າມ ປະເພດລີງ ຈຳນວນ 2 ໂຕ ຄືນສູ່ທໍາມະຊາດ ຜານາງນອນ ເມື່ອບໍ່ດົນມານີ້, ໂດຍມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ ພ້ອມດ້ວຍຄະນະ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະ ອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນທັນ ວົງໄພຄູນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບຂໍ້ມູນວ່າມີປະຊາຊົນຈໍານວນໜຶ່ງ ໄດ້ມີສັດປ່າປະເພດຫວງຫ້າມໄວ້ຄອບຄອງທີ່ຜິດຕໍ່ລະບຽບກົດໝາຍ, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈຶ່ງໄດ້ປະສານສົມທົບກັບກອງກວດກາປ່າໄມ້ແຂວງຫຼວງພະບາງ ດຳເນີນການສຶກສາອົບຮົມປະຊາຊົນຜູ້ທີ່ໄດ້ຄອບຄອງສັດປ່າຫວງຫ້າມ ປະເພດລີງ ຈຳນວນ 2 ໂຕ ຊຶ່ງເປັນໂຕຜູ້ ແລະ ໂຕແມ່ ໃຫ້ຄືນພາກສ່ວນທີ່ກ້ຽວຂ້ອງ ເພື່ອຈະໄດ້ປ່ອຍສັດປ່າຫວງຫ້າມໃຫ້ຄືນສູ່ທໍາມະຊາດ.

ຈາກນັ້ນ, ທ່ານ ບຸນເມືອງ ໄຊຍະສິດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ້ຽວຂ້ອງ ສືບຕໍ່ເອົາໃຈໃສ່ລົງກວດກາ ການລັກລອບລ່າສັດ ແລະ ຊື້-ຂາຍສັດປ່າ ທີ່ຜິດກົດໝາຍຢ່າງເປັນປົກກະຕິ, ທັງເອົາໃຈໃສ່ຄຸ້ມຄອງ ແລະ ອະນຸລັກສັດປ່າປະເພດຫວງຫ້າມ, ດ້ວຍການປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ, ກົດໝາຍ ກ່ຽວກັບການຫ້າມລ່າສັດນ້ຳ-ສັດປ່າ ທີ່ຫວງຫ້າມ ສ້າງສະຕິປົກປັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ແລະ ສິ່ງແວດລ້ອມໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ທັງເປັນເຈົ້າການມີສ່ວນຮ່ວມ, ເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນທາງດ້ານສັດນ້ຳ-ສັດປ່າ ເພື່ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ສຶກສາ ແລະ ສືບທອດຕະຫຼອດໄປ.

(ຂ່າວ-ພາບ: ສາຍສະໝອນ ຈິດຕະປັນຍາ)

error: Content is protected !!