ເມືອງ​ ງອຍ ຟື້ນຟູເສດຖະກິດ-ວັດທະນະທໍາສັງຄົມ ຫຼັງພະຍາດ​ ໂຄວິດ-19 ຜ່ອນຄາຍລົງ

ປະມານສອງປີກວ່າທີ່ພະຍາດ​ ໂຄວິດ-19 ລະບາດໜັກຢູ່ໃນໂລກ ເຮັດໃຫ້ສະພາບເສດຖະກິດ-ສັງຄົມ​ ຢູ່ຫຼາຍປະເທດ ລວມທັງປະເທດ​ ລາວ​ ເຮົາພົບກັບຄວາມຫຍຸ້ງຍາກຢ່າງໜັກໜ່ວງ.​ ເມືອງ​ ງອຍ,​ ແຂວງ​ ຫຼວງພະບາງ ກໍເເມ່ນເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກເປັນເມືອງຜະລິດພືດກະສິກໍາສົ່ງອອກໄປແຂວງ ແລະ ເມືອງໃກ້ຄຽງ, ເປັນເມືອງ​ ທ່ອງທ່ຽວ​ ທີ່ມີນັກທ່ອງທ່ຽວໄປທ່ຽວບໍ່ເວັ້ນແຕ່ລະວັນ ກໍປະເຊີນກັບສະພາບເສດຖະກິດ-ສັງຄົມ ຕົກຕໍ່າບໍ່ຕ່າງຫຍັງກັບເມືອງອື່ນໆເຊັນດຽວກັນ.

ພາຍຫຼັງລັດຖະບານ ມີນະໂຍບາຍເປີດປະເທດ ການນໍາຂອງເມືອງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ຟື້ນຟູສະພາບເສດຖະກິດ-ສັງຄົມ​ ຂອງເມືອງ ດ້ວຍການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ XI ກໍານົດວຽກຈຸດສຸມຢ່າງລະອຽດ ເລັ່ງໃສ່ທ່າແຮງດ້ານເສດຖະກິດຕົ້ນຕໍເປັນສໍາຄັນ ຊຸກຍູ້ສົ່ງເສີມ ສ້າງເງື່ອນໄຂໃຫ້ປະຊາຊົນພາຍໃນເມືອງທໍາການຜະລິດຕາມລະດູການ, ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂດໍາເນີນກິດຈະການຂອງຕົນເປັນປົກກະຕິ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ການຟື້ນຟູເສດຖະກິດຂອງ​ ເມືອງ​ ງອຍ ແມ່ນເລັ່ງໃສ່ທ່າແຮງດ້ານເສດຖະກິດຕົ້ນຕໍຂອງເມືອງເຊັ່ນ: ການຜະລິດກະສິກຳ, ການປູກ, ການລ້ຽງ ຊຶ່ງມາຮອດປັດຈຸບັນ ທົ່ວເມືອງມີເນື້ອທີ່ນາທັງໝົດ 1,​009.​94 ເຮັກຕາ, ເນື້ອທີ່ນາທີ່ສາມາດເຮັດນາແຊງມີ 193.​9 ເຮັກຕາ, ແຕ່ເນື້ອທີ່ເຮັດນາແຊງຕົວຈິງມີພຽງ 55 ເຮັກຕາ, ຜົນຜະລິດໄດ້ 243.​36 ໂຕນ, ສະມັດຖະພາບ 4,5 ໂຕນ/ເຮັກຕາ, ມີຊົນລະປະທານຖາວອນ 6 ແຫ່ງ, ຝາຍປະຖົມປະຖານ 113 ແຫ່ງ, ນອກຈາກນີ້ຍັັງໄດ້ຊຸກຍູ້ການປູກພືດອຸດສາຫະກຳປະເພດຕ່າງໆເປັນສິນຄ້າເຊັນ: ປູກສາລີຫວານ, ສາລີແຂງ, ໝາກເດືອຍ, ໝາກງາ, ໝາກນໍ້າມັນເຄືອ, ໝາກ​ນ້ຳ​ມັນ​ຕົ້ນ, ປູກຂ່າ, ປູກພືດ​ລະ​ດູ​ແລ້ງ ແລະ ລ້ຽງສັດປະເພດງົວ 9.850 ໂຕ, ຄວາຍ 4,​890 ໂຕ, ໝູ 11,​411 ໂຕ, ແບ້ 13,​475 ໂຕ ແລະ ສັດປິກ 399,​500 ໂຕ. ດ້ານຄົມມະນາຄົມປັດຈຸບັນທົ່ວເມືອງມີເສັ້ນທາງລົດເຂົ້າເຖິງ 66 ບ້ານ, ກວມ 89% ໃນນີ້ ເສັ້ນທາງທຽວໄດ້ຕະຫຼອດປີ 35 ບ້ານ, ກວມ 47%, ທຽວໄດ້ລະດູດຽວ 31 ບ້ານ, ກວມ 41%, ບ້ານມີໄຟຟ້າຊົມໃຊ້ແລ້ວ 51 ບ້ານ, ກວມ 68%, ບ້ານທີ່ຊົມໃຊ້ນ້ຳປະປາ 4 ບ້ານ, ບ້ານທີ່ມີສັນຍານໂທລະສັບ 63 ບ້ານ. ໄປພ້ອມກັນນີ້, ເມືອງຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການລົງທຶນ ເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4.​4%, ລວມຍອດຜະລິດຕະພັນ​ບັນລຸ 212.​26 ຕື້ກີບ, ໃນ​ນີ້ຜະລິດຕະພັນ ກະສິກໍາ-ປ່າໄມ້ ບັນລຸ 127.​36 ຕື້ກີບ ກວມ 60%, ຜະລິດຕະພັນ ອຸດສາຫະກໍາ-ຫັດຖະກຳ ບັນລຸ 14,86 ຕື້ກີບ ກວມ 7%, ຜະລິດຕະພັນ ບໍລິການ ບັນລຸ 70,04 ຕື້ກີບ ກວມ 33%. ລວມຍອດຜະລິດຕະພັນ​ພາຍ​ໃນ​ເມືອງ (GDP) ສະ​ເລ່ຍ​ລາຍຮັບ​ໃສ່​ຫົວ​ຄົນ​ໄດ້​ 6,​763,​000 ກີບ/ຄົນ/ປີ ເທົ່າ​ກັບ 650 ໂດລາ (ອັດຕາ​ແລກປ່ຽນ 1 ໂດ​ລາ ເທົ່າ​ກັບ 10.41,​ ກີບ).

ສໍາລັບວຽກງານວັດທະນາ​ທໍາ​ສັງຄົມ.ເມືອງໄດ້ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ-ກິລາວາງອອກໃນແຕ່ລະໄລຍະ. ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການໃຫ້ແຕ່ລະໂຮງຮຽນສິດສອນທາງອອນລາຍ. ໃນໄລຍະພະຍາດເບົາບາງລົງກໍໄດ້ເປີດການຮຽນ – ການສອນແບບປົກກະຕິ ທຸກຊັ້ນຮຽນໄດ້ສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນສໍາເລັດແລ້ວ.

ມາຮອດປັດຈຸບັນນີ້, ທົ່ວເມືອງມີໂຮງຮຽນ 126 ແຫ່ງ ໃນນີ້: ໂຮງຮຽນລ້ຽງເດັກ 1 ແຫ່ງ, ໂຮງຮຽນອະນຸບານ 9 ແຫ່ງ; ຫ້ອງກຽມປະຖົມ 35 ແຫ່ງ, ໂຮງຮຽນ​ປະຖົມ 73 ແຫ່ງ, ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ແລະ ປາຍ 8 ແຫ່ງ, ມີ​ຄູ ​143 ຄົນ ຍິງ 59 ຄົນ, ໃນ​ນີ້​ຄູ​ອາສາ​ສະໝັກ 31 ຄົນ ຍິງ 10 ຄົນ, ມີ​ນັກຮຽນ​ 1,​965 ຄົນ ຍິງ 943 ຄົນ. ອັດຕາເຂົ້າຮຽນຂອງເດັກ 3-​5 ປີ ກວມ 43%; ອັດຕາເຂົ້າຮຽນຂອງເດັກ 5 ປີ ກວມ 74.​53%; ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ກວມ 98.​12%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ​ກວມ 97.​74%, ອັດຕາປະລະການຮຽນ ປ.1 ​ກວມ 4.​71%, ອັດຕາຄ້າງຫ້ອງຊັ້ນປະຖົມສຶກສາກວມ 0.​62%.

ທົ່ວເມືອງມີໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 8 ແຫ່ງ ແລະ 1 ຈຸດບໍລິການສຸ​ຂະ​ພາບ​ຂັ້ນ​ຕົ້ນ, ມີຮ້ານຂາຍຢາຂັ້ນ 3 ຈໍານວນ 10 ຮ້ານ, ຜົນການຈັດຕັ້ງປະຕິບັດຄາດໝາຍ 11 ຕົວຊີ້ວັດ: ອັດຕາການຕາຍຂອງເດັກຕໍ່າກວ່າ 1 ປີ ປະຕິບັດໄດ້ 1,6/1.000; ອັດຕາການຕາຍຂອງເດັກຕໍ່າກ່ວາ 5 ປີ ປະຕິບັດໄດ້ 1,6/1.000; ອັດຕາການຕາຍຂອງແມ່ ປະຕິບັດໄດ້ 0/100,​000; ອັດຕາການເກີດລູກມີແພດຊ່ວຍ ປະຕິບັດໄດ້ 40%, ອັດຕາການສັກຢາກັນພະຍາດຂອງເດັກຕໍ່າກ່ວາ 1 ປີ ປະຕິບັດໄດ້ 46,3%, ອັດຕາການຊົມໃຊ້ນໍ້າປະຕິບັດໄດ້ 97,33%, ອັດຕາການນໍາໃຊ້ວິດຖ່າຍ ປະຕິບັດໄດ້ 69%; ອັດຕາປົກຄຸມປະກັນສຸຂະພາບ ປະຕິບັດໄດ້ 100%; ອັດຕາການຮັບຮອງບ້ານແບບຢ່າງສາທາລະນະສຸກ ປະຕິບັດໄດ້ 66,6% ແລະ ອັດຕາປົກຄຸມ ການສັກຢາວັກຊິນປ້ອງກັນໂຄວິດ-19 (ໃນກຸ່ມເປົ້າໝາຍ) ເຂັມທີ 1 ກວມ 75%, ສັກເຂັມ 2 ຂຶ້ນໄປ ກວມ 67.​8%.

ຕໍ່ກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຂອງລັດຖະບານ ເມືອງງອຍໄດ້ຊີ້ນຳໆພາແຕ່ຂັ້ນເມືອງ ລົງຮອດຮາກຖານບ້ານຢ່າງຕັ້ງໜ້າ, ຜ່ານການຈັດຕັ້ງປະຕິບັດ ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນເມືອງໄດ້ດີສົມຄວນ, ຕິດພັນກັບວຽກງານໂຄສະນາເຜີຍແຜ່ກົດໝາຍ, ການສ້າງຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ, ຄອບຄົວ, ບ້ານປອດຢາເສບຕິດ, ຝຶກອົບຮົມວຽກງານປ້ອງກັນຊາດ ໃຫ້ແກ່ປ້ອງກັນ-ກອງຫຼອນບ້ານ, ລົງ​ເຄື່ອນ​ໄຫວກວດ​ກາ​ຈຸດສໍາຄັນຕ່າງໆ, ຂອບ​ເຂດ​ຊາຍ​ແດນ​ ສາມາດກວດ​ກາ,​​ ​ທຳ​ລາຍ​ສວນ​ຝິ່ນ 3 ຈຸດ, ມີ 15 ຕອນ, ເນື້ອທີ່ 1,5 ເຮັກຕາ, ​ເກັບ ແລະ ທຳ​ລາຍສິ່ງເກືອດຫ້າມເປັນຕົ້ນ: ອາ​ວຸດ​ລ່າ​ເນື້ອ 1.480 ກະ​ບອກ, ຈັກ​ຕັດ​ໄມ້ 42 ເຄື່ອງ, ໝໍ້​ຊອດ​ປາ 15 ເຄື່ອງ, ໝໍ້​ໄຟ 5 ໜ່ວຍ, ມ້າງ​ຄະ​ດີຢາເສບຕິດ 7 ລາຍ, ມີຜູ້ຖືກຫາ 11 ຄົນ; ຢຶດຂອງກາງຢາບ້າໄດ້ 3.675 ເມັດ, ເຮັດໃຫ້ເມືອງງອຍ ມີຄວາມສະຫງົບຢ່າງໜັກແໜ້ນ.

ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງງອຍ ກ່າວວ່າ: ໃນຕໍ່ໜ້ານີ້, ເພື່ອເລັ່ງຟື້ນຟູເສດຖະກິດ-ວັດທະນະທໍາສັງຄົມ ໃຫ້ເຂົ້າສູ່ສະພາບປົກກະຕິ ຈະໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາ​ແຜນການ-​ ໂຄ​ງການ​ຕ່າງໆ ທີ່ໄດ້ກຳນົດ​ໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ; ສືບຕໍ່ຊຸກຍູ້ການປູກ-ການລ້ຽງ ຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ, ປັບປຸງການຜະລິດອາໄສແຕ່ທຳມະຊາດໃຫ້ໄປນຳໃຊ້ເຕັກນິກວິທະຍາສາດເຂົ້າຊ່ວຍ, ຄຸ້ມຄອງສິນຄ້າ ແລະ ການຊອກຕະຫຼາດຄ້ຳປະກັນ ຜົນຜະລິດຂອງປະຊາຊົນທີ່ນັບມື້ນັບຫຼາຍຂຶ້ນ, ປັບປຸງລະບົບການຮຽນ-ການສອນໃຫ້ມີຄຸນນະພາບສູງຂຶ້ນ, ຟື້ນຟູ ແລະ ດຶງດູດການລົງທຶນໃສ່ວຽກງານທ່ອງທ່ຽວໃຫ້ຢູ່ໃນສະພາບປົກກະຕິເພື່ອສ້າງແຫຼ່ງລາຍຮັບ, ຄຸ້ມຄອງຄ່າຄອງຊີບໃຫ້ຢູ່ໃນເກນປົກກະຕິເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ຈໍາກັດປະກົດການຫຍໍ້ທໍ້ເປັນ ຕົ້ນ: ບັນຫາຢາເສບຕິດ, ຂີ້ລັກງັດແງະ ເກີດຂຶ້ນໃນສັງຄົມໃຫ້ຫຼຸດລົງ.

ເມືອງງອຍ ຕັ້ງຢູ່ຫ່າງຈາກເທດສະບານແຂວງຫຼວງພະບາງ ໄປທາງທິດເໜືອຕາມເສັ້ນທາງເລກທີ 13 ເໜືອ ເຂົ້າສູ່ເສັ້ນທາງເລກທີ 1C ປະມານ 142 ກິໂລແມັດ, ມີເນື້ອທີ່ທັງໝົດ 199,​091.​16 ເຮັກຕາ, ​ພື້ນທີ່​ສ່ວນຫຼາຍ​ແມ່ນຜາຫີນ, ເປັນພູສູງຊັນ ກວມ 91% ຂອງ​ເນື້ອ​ທີ່​ທັງ​ໝົດ.

ທົ່ວເມືອງມີ 15 ກຸ່ມບ້ານ, ມີ 74 ບ້ານ, ມີ 5,​818 ຄອບຄົວ, ມີພົນລະເມືອງ 31,​068 ຄົນ ຍິງ 15,​311 ຄົນ, ໃນນີ້: ເຜົ່າລາວ ກວມ 22%, ເຜົ່າກຶມມຸ 65% ແລະ ເຜົ່າມົ້ງ ກວມ 13%, ປະຊາກອນປະກອບອາຊີີບດ້ານກະສິກໍາກວມ 80%, ໂຄງປະກອບພື້ນຖານເສດຖະກິດ ແມ່ນກະສິກຳ, ບໍລິການ, ອຸດສາຫະກຳ ແລະ ຫັດຖະກຳ.
ຂໍ້ມູນ: ປະຊາຊົນ

error: Content is protected !!