ກອງປະຊຸມ ຜູ້ອຳນວຍການໃຫຍ່ ທາງລົດໄຟ ອາຊຽນ ຄັ້ງທີ 42

ຕາມ​ຂ່າວ​ຈາກ VOVWORLD, ກອງປະຊຸມ ຜູ້ອຳນວຍການໃຫຍ່ ທາງລົດໄຟ ສະມາຄົມ ປະຊາຊາດ ເອເຊຍ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ​ໄດ້​ຈັດ​ຂຶ້ນ ໃນ​ລະຫວ່າງ ວັນ​ທີ23 -25 ສິງຫານີ້ ຢູ່ນະຄອນ ດານັ້ງ ​ໂດຍ​ມີ ຜູ້ແທນ ຈາກຂະແໜງການ ທາງລົດໄຟ 170 ຄົນ ມາຈາກ 8 ປະ ເທດ ໃນກຸ່ມ ອາຊຽນ ລວມມີ: ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ ​​ເພື່ອປຶກສາ ຫາລື, ແລກປ່ຽນບົດຮຽນ ໃນການພັດທະນາ ແລະ ຂຸດຄົ້ນ ທາງລົດໄຟ ໃນພາກ ພື້ນ ຢ່າງມີ ປະສິດທິຜົນ, ຍຸດທະສາດ ພັດທະນາ ທາງລົດໄຟ ຢູ່ບັນດາ ປະ ເທດ ສະມາຊິກ; ບົດຮຽນ ໃນການເຄື່ອນໄຫວ, ຄຸ້ມຄອງ ລະບົບ ທາງລົດໄຟ.

​ໃນ​ໂອກາດ​ນີ້ ທ່ານ ດັ່ງສີແມ້ງ, ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ຫວຽດນາມ, ໃຫ້ຮູ້ວ່າ: ປະຈຸບັນ, ກະຊວງ ຄົມມະນາຄົມ ຂົນສົ່ງ ຫວຽດນາມ ພວມເປັນ ເຈົ້າການ ສ້າງຂັ້ນຕອນ, ມາດຕະການ, ກົນໄກ ນະໂຍບາຍ ປະຕິ ບັດ ການວາງແຜນຜັງ ເລກທີ 1769 ຂອງນາຍົກ ລັດຖະມົນຕີ. ຄາດ​ວ່າ ຈະມີຂັ້ນຕອນລະອຽດ ເພື່ອພັດ ທະນາ ແລະ ສ້າງສຳເລັດ ເຄືອຂ່າຍ ທາງລົດ ໄຟ ຫວຽດນາມ, ເຊື່ອມຕໍ່ ກັບພາກພື້ນ ແລະ ບັນດາ ປະເທດ ອາຊຽນ. ຜ່ານ ກອງປະຊຸມ ຄັ້ງນີ້, ໄດ້ຖອດຖອນ ເອົາບົດຮຽນ, ການກຳ ນົດທິດ, ມາດຕະ ການ ເພື່ອສ້າງ, ພັດທະນາ ເຄືອຂ່າຍ ທາງລົດໄຟ ຂອງແຕ່ລະ ປະເທດ ແລະ ພາກພື້ນ.​

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາ​ດປາກ​ດີ

error: Content is protected !!