ເກີດອຸບັດຕິເຫດ​ ລົດ​ 12​ ລໍ້​ ຕົກເຫວ​ ຢູ່ຫຼວງພະບາງ ມີຜູ້​ເສຍຊີວິດ​ 2​ ຄົນ

ຫນ່ວຍກູ້ຊີບອົງການກາແດງລາວ ແຂວງ ຫລວງພະບາງ​ ລາຍງານວ່າ: ວັນທີ 21 ສິງຫາ​ 2022 ເວລາ​ ​22:30 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີ​ອຸບັດຕິເຫດ​ລົດ12​ ລໍ້ຕົກເຫວ ທີ່ບ້ານ​ ສີບຸນເຮືອງເມືອງນໍ້າບາກ ແຂວງ ຫລວງພະບາງ ​ ​ ເມື່ອທີມງານກູ້ຊີບອົງການກາແດງລາວ ອອກກວດສອບພົບຜູ້ເສຍຊີວິດຄາທີ່ຕິດຢູ່ພາຍໃນລົດ​ 2​ ຄົນ, ຍິງ​ 1​ ຄົນ​:

– ຜູ້ທີ 1 ຊື່: ທ.ບຸນທັນ, ອາຍຸ: 49 ປີ, ສັນຊາດ: ລາວ ບ້ານ​ຢູ່​ປັດຈຸບັນ​ ບ້ານ ຫານ, ເມືອງ: ຫົງສາ,​ແຂວງ: ໄຊຍະບູລີ.

– ຜູ້ທີ 2 ຊື່ ນ.ອໍາໄພ ອາຍຸ 43ປີ, ສັນຊາດລາວ, ບ້ານ ຢູ່​ປັດຈຸບັນ​ບ້ານ ຫານ, ເມືອງ ຫົງສາ, ​ແຂວງ ໄຊຍະບູລີ.​

 ທ​ີມງານຫນ່ວຍ​ກູ້ຊີບອົງກ​ານກາແດງລາວ ​ໄດ້ໃຊ້ເຄື່ອງຕັດຖາງໃນການຕັດຊາກລົດເພື່ອເອົາຜູ້ເສຍຊີວິດອອກຈາກລົດແລ້ວຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍ ແຂວງ ຫລວງພະບາງ

ຂ່າວ-ພາບ: ຫນ່ວຍກູ້ຊີບອົງການກາແດງລາວ ແຂວງ ຫລວງພະບາງ

error: Content is protected !!