ມອບ-ຮັບໂຄງການສ້ອມແປງຄອງ ເໝືອງ ຫ້ວຍຕະງີ່ ບ້ານ ນາກະຊິນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ ຄອງເໝືອງ-ຝາຍຫ້ວຍຕະງີ່ ບ້ານນາກະຊິນ ຈັດຂຶ້ນຢ່າງເປັນທາງການ ຫວ່າງບໍ່ດົນມານີ້ ທີ່ບ້ານນາກະຊິນ ກຸ່ມບ້ານທີ 11 ເມືອງວິລະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງມິເນໂຣນລິມິເຕັດ, ມີທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພະນັກງານວິຊາການ ໂຄງການຂຸດຄົ້ນບໍ່ຄຳ-ທອງເຊໂປນ ພ້ອມອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານນາກະຊິນ ແລະ ບ້ານເມືອງຫຼວງ ເຂົ້າຮ່ວມ.

ທ່ານ ສະໝານ ອະເນກາ ກ່າວວ່າ: ສຳລັບໂຄງການສ້ອມແປງຄອງເໝືອງນາກະຊິນ ແບບມີສ່ວນຮ່ວມຂອງຊຸມຊົນ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ວິຊາການໄດ້ລົງມືກໍ່ສ້າງ ແຕ່ວັນທີ 7/3/2022, ສໍາເລັດ ໃນວັນທີ 7/7/2022 ມີມູນຄ່າກໍ່ສ້າງທັງໝົດ 73.230 ໂດລາ ຊຶ່ງໃນນີ້ ລວມມີກອງທຶນພັດທະນາທ້ອງຖິ່ນ 8,600 ໂດລາ ແລະ ກອງທຶນພັດທະນາຊຸມຊົນ ບໍລິສັດ ລ້ານຊ້າງມີເນໂຣນ ລິມີເຕັດ 65.170 ໂດລາ ເປັນຜູ້ສະໜັບສະໜູນ, ພ້ອມດຽວກັນນີ້ ບໍລິສັດ ຫອມມາລາ ພັດທະນາທ້ອງຖິ່ນ ໄດ້ມີການປະກອບສ່ວນຊ່ວຍເຫຼືອ ຫີນກໍ່ສ້າງຈຳນວນ 100 ແມັດກ້ອນ ຄິດເປັນມູນຄ່າ 1,000 ໂດລາ.

ໂຄງການຊົນລະປະທານຫ້ວຍຕະງີ່ ເປັນໂຄງການພັດທະນາກໍ່ສ້າງພື້ນຖານໂຄງລ່າງ ທາງດ້ານກະສິກຳ ຊຶ່ງນອນຢູ່ໃນແຜນງານການຜະລິດສະບຽງອາຫານ, ໄດ້ເລີ່ມມີການກໍ່ສ້າງ ແລະ ໄດ້ຮັບການຟື້ນຟູ ປັບປຸງເລື້ອຍໆມາແຕ່ປີ 2019 ໂດຍນຳໃຊ້ງົບປະມານຂອງກອງທຶນພັດທະນາທ້ອງຖິ່ນ ເມືອງວິລະບູລີ ຂອງ ບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ ເຂົ້າໃນການສ້ອມແປງໃນແຕ່ລະປີ. ໂຄງການດັ່ງກ່າວຕັ້ງຢູ່ບ້ານນາກະຊິນ ຫ່າງຈາກເທດສະບານເມືອງວິລະບູລີ ໄປທາງທິດເໜືອປະມານ 9 ກິໂລແມັດ, ເປັນຊົນລະປະທານຂະໜາດນ້ອຍ ລັກຊະນະເປັນເຂື່ອນດິນ (ເປັນລະບົບນໍ້າໄຫຼ ໂດຍບໍ່ໃຊ້ພະລັງງານ), ສັນຝາຍ ມີລວງຍາວທັງໝົດ 92 ແມັດ, ລວງສູງ 13 ແມັດ, ມີປະຕູຍົກນໍ້າຕິດກັບທາງລະບາຍ ຊຶ່ງມີລວງກວ້າງ 6 ແມັດ, ລວງເລິກ 3 ແມັດ, ລວງຍາວທາງລະບາຍ 65 ແມັດ, ມີເນື້ອທີ່ເກັບກັກນໍ້າປະມານ 7,8 ເຮັກຕາ, ມີລະບົບຄອງເໝືອງ 2 ເສັ້ນ ປະກອບດ້ວຍຄອງເໝືອງແມ່ ເປັນຄອງເບຕົງ ມີລວງຍາວ 700 ແມັດ ແລະ ຄອງຊອຍເປັນຄອງດິນມີລວງຍາວ 560 ແມັດ, ສາມາດ ຫົດເນື້ອທີ່ນາ ແລະ ເນື້ອທີ່ປູກພືດຕ່າງໆ ໃນເຂດຊົນລະປະທານໄດ້ ປະມານ 140 ກ່ວາ ເຮັກຕາ, ເນື່ອງຈາກໂຄງການດັ່ງກ່າວ ຍັງຢູ່ໃນໄລຍະປັບປຸງ ເປັນຕົ້ນແມ່ນໃນລະບົບຫົວງານ ຄອງເໝືອງມີການເປ່ເພ, ໂຄງສ້າງບາງສ່ວນຍັງບອບບາງບໍ່ທັນໄດ້ມາດຖານ ແລະ ມີບາງຈຸດ ເປັນເຫດໃຫ້ບໍ່ສາມາດໃຊ້ງານໄດ້, ສະນັ້ນ ມາຮອດປີ 2022 ຈຶ່ງໄດ້ມີການສ້ອມແປງລະບົບຄອງເໝືອງຄືນ ຕາມຈຸດຕ່າງໆທີ່ມີການເປ່ເພ ໃຫ້ສົມບູນໄດ້ມາດຖານ.

ໃນພິທີ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບການນຳໃຊ້ຄອງເໝືອງຝາຍຫ້ວຍຕະງີ່ ແລະ ວັງສະຫງວນອ່າງຫ້ວຍຕະງີ່ ບ້ານນາກະຊິນ ລະຫວ່າງຜູ້ຮັບຜິດຊອບໂຄງການກໍ່ສ້າງ ແລະ ອຳນາດການປົກຄອງທັງສອງບ້ານຄື: ບ້ານນາກະຊິນ ແລະ ບ້ານເມືອງຫຼວງ ເມືອງວິລະບູລີ.

ພ້ອມນັ້ນ, ກໍໄດ້ມີການຕັດແຖບຜ້າເປີດນຳໃຊ້ຢ່າງເປັນທາງການ ໂດຍແມ່ນ ທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງມິເນໂຣນມີທ່ານຮອງເຈົ້າເມືອງ, ທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່ວມຕັດແຖບຜ້າ, ຈາກນັ້ນ ໂດຍ ບໍລິສັດ ລ້ານຊ້າງມິເນໂຣນ ມອບລູກປາຈຳນວນ 10,000 ໂຕ.

(ຂ່າວ: ວິລະບູລີ)

error: Content is protected !!