ສູນການຄ້າ ວຽງຈັນຊັນເຕີ ຈັດພິທີເຊັນສັນຍາ ຮ່ວມທຸລະກິດ 8 ບໍລິສັດ ແລະ 9 ແບຣນດັງ ຄັ້ງທີ  2

ໃນວັນທີ 18 ສິງຫາ 2022  ນີ້ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດພິທີເຊັນສັນຍາ ຮ່ວມທຸລະກິດຄັ້ງທີ 2 ທີ່ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ, ເຊິ່ງພິທີເຊັນສັນຍາຄັ້ງທີ 1 ແມ່ນໄດ້ຈັດຂຶ້ນວັນທີ 18 ກຸມພາ 2022 ທີ່ຜ່ານມາ, ໄດ້ຮ່ວມເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ 15 ແບຣນດັງ ແລະ ໃນຄັ້ງນີ້ມີ 8 ບໍລິສັດ 9 ແບຣນດັງ ທີ່ກໍາລັງຈະເຂົ້າມາດໍາເນີນທຸລະກິດໃນສູນການຄ້າວຽງຈັນເຊັນເຕີ ທັງພາຍໃນ ແລະ ຕ່າງປະເທດ ມີ ທ່ານ Peng Teng ຄະນະບໍລິຫານຝ່າຍປະຕິບັດການສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ, ທ່ານອະພິຊາດ ສະຫວັດ ມົງຄຸນ ຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ, ມີຄະນະບໍລິຫານງານສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍຄູ່ຮ່ວມທຸລະກິດທັງໝົດ 8 ບໍລິສັດ 9 ແບຣນ ເຂົ້າຮ່ວມ.

     ຈໍານວນ 8 ບໍລິສັດ 9 ແບຣນດັງ ຮ່ວມທຸລະກິດມີ:

    1, ບໍລິສັດໂຊກທະວີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນທຸລະກິດຂາຍຍ່ອຍ ແລະຂາຍສົ່ງໂດຍເປີດໃຫ້ບໍລິການທັງມົດ 8 ສາຂາ ແລະ ຈະເປີດສາຂາໃໝ່ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ 1 ໃນໄວໆນີ.

   2, ບໍລິສັດ ເດລີເວີຣີ ຮີໂຣ ລາວຈໍາກັດຜູ້ດຽວ ( Food Panda ) ເປັນ app/platform ການສັ່ງຊຶື້-ຈັດສົ່ງ

ອາຫານ ແລະ ເຄື່ອງກິນ, ເຄື່ອງໃຊ້ ຊັ້ນນຳໃນເຂດ ເອເຊຍ.

   3. ສູນສຶກສາ B-You Chinese Education Consulting Center ເປັນສູນການສຶກສາທີ່ເຮັດ ໃຫ້

ບໍລິການສອນພາສາຈີນເປັນຫຼັກ ເຊີ່ງມີທັງຫຼັກສູດສຳຫຼັບເດັກນ້ອຍ ຈົນໄປຮອດຜູ້ໃຫຍ່ ນອກຈາກຫຼັກສູດສອນພາສາຈີນແລ້ວ ຍັງເປັນທີ່ປຶກສາ ແລະ ໄຫ້ບໍລິການພົວພັນແລ່ນທຶນໄປຮຽນຢູ້ ສປປ ຈີນ ອີກດ້ວຍ. ພິເສດທາງສູນກຳລັງຈະເປີດສາຂາໄໝ່ທີ່ວຽງຈັນເຊັນເຕີຊັ້ນ 2 ຕືກ Vientiane Center Office Building.

   4. Osaka Fousion Buffet ເປີດໄຫ້ບໍລິການໃນປີ 2021 ເປັນຮ້ານອາຫານຍີ່ປຸ່ນ ນຳເຂັ້າວັດຖຸດິບຈາກ

ຕ່າງປະເທດ ອາຫານສົດໃໝ່ທຸກມື້ ແລະ ມີຄວາມເປັນເອກະລັກສະເພາະ ນອກຈາກອານຫານຍີ່ປຸ່ນແລ້ວທາງຮ້ານຍັງມີອາຫານນາໆຊາດຫຼາກຫຼາຍເມນູ ເຊີ່ງຈະເປີດສາຂາໃໝ່ທີ່ວຽງຈັນເຊັນເຕີຊັ້ນ 1 ໃນໄວໆນີ້.

   5. ບໍລິສັດຕົວແທນຈຳໜ່າຍ Calvin Klein ເປັນແບຣນກະເປົ໋າາແຟຊັນສັນຊາດອາເມຣິກາ ກໍ່ຕັ້ງຂຶ້ນໃນປີ ຄສ 1968 ໂດຍ ທ່ານ Calvin Klein ຊື້ຫຍໍ້ທີ່ມັກຮ້ອງກັນວ່າ CK ເປັນແບຣນດັງທີ່ທຸກຄົນໃຫ້ຄວາມນິຍົມທຸກທົ່ວມຸມໂລກກໍ່ວ່າໄດ້ເຊີ່ງຈະເປີດຈຳໜ່າຍກະເປົ໋າຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1 ໃນໄວໆນີ້.

   6. ບໍລິສັດ pop & ploy shop ເປັນຕົວແທນຈຳໜ່າຍແບຣນ JASPAL ແລະ LYN AROUND ມີປະຫວັດອັນຍາວນານທທີ່ຄຽງຄູ່ກັນກັບແວດວົງແຟຊັ່ນຕັ້ງແຕ່ປີ 1972 Jaspal ມີຄວາມເປັນເອກະລັກໃນດ້ານການອອກແບບເຄື່ອງນຸ່ງແບບສຳເລັດຮູບ ແລະ ຍັງເປັນຜູ້ຊ່ຽວຊານໃນການຕັດຫຍິບເສື້ອຜ້າຈາກເນື້ອຜ້າທີ່ດີທີ່ສຸດທັງໃນ ແລະ ຍັງເປັນຜູ້ຊ້ຽວຊານໃນການຕັດຍິບເສື້ອຜ້າຈາກເນື້ອຜ້າທີ່ດີທີ່ສຸດທັງພາຍໃນ ແລະ ຕ່າງປະເທດ ໂດຍທີ່ຍັງຮັກສາລະດັບລາຄາເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງແຟຊັ່ນໄດ້ຢ່າງບໍ່ມີຂໍ້ຈຳກັດ ແລະ ໄດ້ນຳສິນຄ້າແບຣນ  Jaspal ເຂົ້າມາຈຳໜ່າຍໃນປເທດລາວ ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ 2 ໂຊນ  Department Store.

7. ບໍລິສັດຕົວແທນຈຳໜ່າຍ Stuit 21st ເປັນແບຣນເສື້ອຜ້າສູນທີ່ຜະລິດ ແລະ ອອກແບບໂດຍຄົນລາວ ເຊີ່ງເປັນການອອກແບບທີ່ປານີດ, ລຽບຫຼູ, ໂດດເດັ່ນ, ມີເອກະລັກສະເພາະ ແລະ ທັນສະໄໝ ເໝາະກັບໄວລຸ່ນຍຸກໄໝ່ທີ່ຕ້ອງການເຄື່ອງນຸ່ງທີ່ເໝາສົມກັບທຸກສະຖານະການ ເຊີ່ງນຳມາຈຳໜ໋າຍແລ້ວທີ່ສູນການຄ້າ ວຽງຈັນເຊັນເຕີ ຊັ້ນ 2 ໂຊນ Department Store.

8. ບໍລິສັດຕົວແທນຈໍາໜ່າຍ KATE SPADE ເປັນແບຣນກະເປົ໋າສັນຊາດອາເມລິກາ ທີ່ກໍ່ຕັ້ງຂຶ້ນໃນປີ 1993

ກາຍເປັນແບຣນຂັວນໃຈຍິງສາວທົ່ວທຸກມຸມໂລກ ດ້ວຍຄວາມໂດດເດັ່ນ ເລື່ອງ design ທີ່ສວຍງາມຫຼູຫຼາທັນສະໄໝແລະ ເປັນແບຣນທີ່ດັງ ຄຸນນະພາບດີ ແຕ່ຢູ່ໃນລາຄາທີ່ຈັບຕ້ອງໄດ້ ຊີ່ງນຳມາຈຳໜ່າຍທີ່ສູນການຄ້າ ວຽງຈັນເຊັນເຕີຊັ້ນ 1 Department Store.

 ນອກຈາກນີ້ສູນການຄ້າວຽງຈັນເຊັນເຕີ ໄດ້ດໍາເນີນທຸລະກິດສູນອາຫານແບບໃໝ່ ໃນຊື່ວ່າ ວຽງຈັນ FOOD

CENTER ຢູ່ຊັ້ນ 3 ພ້ອມໃຫ້ບໍລິການອາຫານດ້ວຍອາຫານຫຼາກຫຼາຍປະເພດ ມີທັງອາຫານລາວ ແລະ ອານຫານນາໆຊາດ ພ້ອມດ້ວມກິດຈະກຳອີ່ມຕະຫຼອດທຸກເດືອນ ໂດຍມີສະໂລແກນວ່າ: ມາວຽງຈັນເຊັນເຕີອີ່ມແນ່ນອນ.

ຮູບຈາກ: ສູນການຄ້າວຽງຈັນເຊັນເຕີ

error: Content is protected !!