ສາລະວັນ ຍົກລະດັບຄວບຄຸມການລະບາດໄຂ້ຍຸງ ແລະ ປະເມີນສະຖານະການຢ່າງຕໍ່ເນື່ອງ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງ ສາລະວັນ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງ 1,180 ກໍລະນີ ກວມເອົາ 7 ເມືອງ, 201 ບ້ານ ແລະ ເສຍຊີວິດ 3 ກໍລະນີ ໃນນັ້ນພົບຫລາຍກວ່າໝູ່ແມ່ນ ເມືອງວາປີ 360 ກໍລະນີ, ເມືອງສາລະວັນ 248 ກໍລະນີ, ລະຄອນເພັງ 227 ກໍລະນີ ແລະ ເມືອງຄົງເຊໂດນ. ສ່ວນເມືອງຕຸ້ມລານ ແມ່ນຍັງບໍ່ພົບກໍລະນີຕິດເຊື້ອພະຍາດດັ່ງກ່າວ.

ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງສາລະວັນ ເປີດກວ້າງ ຄັ້ງທີ 6 ຊຸດທີ IX ວ່າ: ຍ້ອນສະພາບການດັ່ງກ່າວ ຍັງບໍ່ທັນຫລຸດໜ້ອຍຖອຍລົງ ແລະ ການຕິດເຊື້ອຍັງແຜ່ລາມເປັນວົງກວ້າງ, ຂະແໜງສາທາລະນະສຸກ ຈຶ່ງໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດຢ່າງຮັດກຸມ, ວ່ອງໄວ ເພື່ອເລັ່ງຄວບຄຸມໃຫ້ທ່ວງທັນ ເພື່ອບໍ່ໃຫ້ເກີດມີກໍລະນີເສຍຊີວິດຕື່ມອີກ ໂດຍສະເພາະການບົ່ງມະຕິໃຫ້ມີຄວາມຊັດເຈນ ຮັບປະກັນການປີ່ນປົວຄົນເຈັບ ໃຫ້ມີຄວາມປອດໄພ, ກະກຽມດ້ານອຸປະກອນການແພດ, ຢາ, ສະຖານທີ່ປີ່ນປົວໃນຂັ້ນແຂວງ, ເມືອງ ມີຄວາມພ້ອມທຸກເວລາ, ທັງໄດ້ເອົາໃຈໃສ່ໃນການຄວບຄຸມພາຫະນະນຳເຊື້ອ ແລະ ແຫລ່ງນຳເຊື້ອ, ມີການສຳຫລວດໜອນນ້ຳ, ທຳລາຍແຫລ່ງເພາະພັນ ໃນບັນດາເມືອງ ກວມເອົາຫລາຍກວ່າ 80% ແລະ ໄດ້ປະຕິບັດຢ່າງຕໍ່ເນື່ອງ, ພົ່ນຢາຂ້າຍຸງ ຖ້າພົບຄວາມຮຸນແຮງ. ພ້ອມນີ້, ກໍໄດ້ປັບປຸງເຄືອຂ່າຍການລາຍງານ ຢ່າງຕໍ່ເນື່ອງ ເປັນປະຈຳ ເພື່ອຕິດຕາມ ແລະ ປະເມີນທ່າອ່ຽງຂອງການລະບາດ ເພື່ອເປັນແນວທາງຕອບໂຕ້ ໃຫ້ຮັດກຸມ, ຮີບດ່ວນ; ເພີ່ມທະວີເອົາໃຈໃສ່ວຽກງານສຸຂະສຶກສາ, ສື່ສານຄວາມສ່ຽງ ໂດຍສະເພາະການໂຄສະນາໃນຫລາຍຮູບແບບ ໃຫ້ເລິກເຊິ່ງ, ທົ່ວເຖິງພໍ່ແມ່ປະຊາຊົນ ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມຄໍາແນະນຳ ແນໃສ່ທຸກໆຄົນໃນສັງຄົມ ມີສ່ວນຮ່ວມ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ, ມີປະສິດທິຜົນ.

ສຳລັບແຜນການຕໍ່ໜ້າ ຈະໄດ້ເລັ່ງໃສ່ສືບຕໍ່ຄວບຄຸມ ແລະ ຕອບໂຕ້ການລະບາດ, ນໍາພາປະຕິບັດວຽກງານດັ່ງກ່າວ ໃຫ້ກາຍເປັນຂອງທົ່ວປວງຊົນ, ສືບຕໍ່ລົງຊຸກຍູ້, ຕິດຕາມນຳພາປະຕິບັດຫລັກການຮັກສາຄວາມສະອາດ ຢ່າງຕໍ່ເນື່ອງ, ປະເມີນສະຖານະການໃນແຕ່ລະເຂດ, ແຕ່ລະບ່ອນ, ສ້າງແຜນ, ກໍານົດຈຸດສຸມ ແລະ ປະສານກັບອຳນາດການປົກຄອງທ້ອງຖິ່ນ ຢ່າງກົມກຽມ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມວ່ອງໄວ.

ຂ່າວ: ວິໄລວອນ

error: Content is protected !!