ຄອບຄົວທຸກຍາກ ເມືອງສະໝ້ວຍ ໄດ້ຮັບສັດລ້ຽງ ແລະ ແນວພັນພືດຜັກ

ແຫລ່ງຂ່າວຈາກ ແຂວງ​ ສາລະວັນ ໃຫ້ຮູ້ວ່າ: ໂຄງການປະຕິບັດງານດ້ານໂພຊະນາການ ຫລື SNAP ປະຈຳເມືອງສະໝ້ວຍ ໄດ້ສົ່ງເສີມດ້ານອຸປະກອນຕ່າງໆ ແລະ ສະໜອງສັດລ້ຽງ ເກືອບ 300 ໂຕ ໃຫ້ແກ່ປະຊາຊົນຄອບຄົວຜູ້ທີ່ທຸກຍາກ ໃນ 6 ບ້ານ ຄື: ບ້ານຕະລໍເໜືອ, ອາຊີງເໜືອ, ອາແດງ-ໂກຕາຍ, ລະເລາະ, ອາໂມນ-ອາໄມ້ ແລະ ບ້ານກະວະ-ຕະວາຍ ໃນວັນທີ 17 ສິງຫາ 2022 ຕາງໜ້າມອບໂດຍ ທ່ານ ປັນຈາ ໄຊປັນຍາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ສັດລ້ຽງທີ່ນໍາມາມອບໃນຄັ້ງນີ້, ປະກອບມີໄກ່ ແລະ ເປັດ ໃຫ້ 182 ຄອບຄົວ, ໃນນັ້ນໄກ່ ຈໍານວນ 184 ໂຕ ມອບໃຫ້ 112 ຄອບຄົວ, ເປັດ ຈໍານວນ 91 ໂຕ ມອບໃຫ້ 70 ຄອບຄົວ ແລະ ໄດ້ແຈກຢາຍແນວພັນພືດ, ອຸປະກອນເຮັດສວນຄົວ ໃຫ້ປະ ຊາຊົນ 153 ຄອບຄົວ ເພື່ອສົ່ງເສີມດ້ານການປູກຜັກສວນຄົວ ໂດຍປະຕິບັດຕາມແຜນ ດໍາເນີນງານຂອງ ໂຄງການປະຕິບັດງານດ້ານໂພຊະນາການ ປະຈໍາເມືອງສະໝ້ວຍ ໂດຍເລັ່ງການສົ່ງເສີມຄອບຄົວຂອງປະຊາຊົນ ເຂົ້າເຖິງດ້ານໂພຊະນາການ ແລະ ຮັບຮູ້ເຂົ້າໃຈຕໍ່ຄວາມໝາຍຄວາມສຳຄັນ ໂດຍສະເພາະການຈະເລີນເຕີບໂຕຂອງຮ່າງກາຍ ເປັນຕົ້ນ ເດັກ, ແມ່ຍິງຖືພາ ໄດ້ຮັບການສານອາຫານທີ່ດີ ແລະ ມີພູມຕ້ານທານທີ່ແຂງແຮງ ເພື່ອປ້ອງກັນການເປັນພະຍາດຕ່າງໆ ທີ່ຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ແລະ ເປັນການສົ່ງເສີມດ້ານການປູກ-ການລ້ຽງ ໃຫ້ຫລາຍຂຶ້ນ ເພື່ອແກ້ໄຂຄວາມທຸກຍາກ ໂດຍສະເພາະໜອງໃນດ້ານໂພຊະນາການ ແນໃສ່ເພື່ອສ້າງຄວາມຍືນຍົງ.

ຂ່າວ-ພາບ: ຄຸ້ຍສາຍຕັງໂກ

error: Content is protected !!