20 ຊາດ ແຈ້ງຮ່ວມແຂ່ງຂັນປິ່ງປ່ອງ ຊີງແຊ໋ມເຍົາວະຊົນ ເອເຊຍ ຄັ້ງທີ 26 ທີ່ ລາວ ເປັນເຈົ້າພາບ

ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນ ເອເຊຍ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 1-6 ກັນຍາ 2022 ນີ້ ເຊິ່ງຈະມີນັກກິລາເຖິງ 200 ກວ່າຄົນ ຈາກ 20 ປະເທດ ເຂົ້າຮ່ວມ ແລະ ຈະມີການຊີງໄຊທັງໝົດ 11 ລາຍການ; ໃນນັ້ນ, ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ແລະ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 7 ລາຍການ, ສະເພາະນັກກິ ລາປິ່ງປ່ອງລາວ ໄດ້ບູລິມະສິດພິເສດໃນນາມເຈົ້າພາບ ສາມາດສົ່ງຮ່ວມແຂ່ງຂັນ 16 ຄົນ, ຍິງ 5 ຄົນ.

ພິທີການຖະແຫລງຂ່າວ ການແຂ່ງຂັນກິລາປິ່ງປ່ອງລາຍການດັ່ງກ່າວ ໂດຍທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ໄດ້ຈັດຂຶ້ນໃນວັນທີ 16 ສິງ ຫາ 2022 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະ ພັນກິລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກ ງານທີ່ກ່ຽວຂ້ອງ ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນຢ່າງພ້ອມພຽງ. ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍໄດ້ຮັບຄວາມໄວ້ວາງໃຈຈາກສະ ຫະພັນກິລາປິ່ງປ່ອງ ເອເຊຍ (ATTU) ຈະກາຍເປັນບົດບາດອັນໃໝ່ຂອງ ສປປ ລາວ ກໍຄືສະຫະພັນປິ່ງປ່ອງແຫ່ງຊາດລາວ ທັງເປັນການຍົກລະດັບບຸກຄະລາກອນ ດ້ານກິລາປິ່ງປ່ອງລາວ, ສ້າງໂອກາດໃຫ້ນັກກິລາປິ່ງປ່ອງລາວ ໄດ້ເຄື່ອນໄຫວທົດສອບຄວາມສາມາດ, ແລກປ່ຽນບົດຮຽນປະສົບການ ໃນເວທີລະດັບທະ ວີບ ແລະ ສົ່ງເສີມການທ່ອງທ່ຽວ. ປັດຈຸບັນ ສປປ ລາວ ມີຄວາມພ້ອມເກືອບເຕັມຮ້ອຍແລ້ວ ໂດຍສະ ເພາະວຽກງານກອງເລຂາປະສານງານ; ເຕັກນິກ-ຈັດການແຂ່ງຂັນ; ດ້ານພິທີການ, ຕ້ອນຮັບ ແລະ ຂົນ ສົ່ງ; ການໂຄສະນາ ແລະ ສື່ມວນຊົນ; ການເງິນ, ການຕະຫລາດ, ສິດທິປະໂຫຍດ ລວມທັງດ້ານການແພດ, ການຮັກສາຄວາມສະຫງົບ-ປອດໄພ ແລະ ການກະກຽມນັກກິລາປິ່ງປ່ອງຂອງລາວເຮົາ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ກໍໄດ້ໃຫ້ທິດຊີ້ນຳຕໍ່ການເປັນເຈົ້າພາບຈັດການແຂ່ງຂັນປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງນີ້ ໃຫ້ຖືເອົາກິລາປ່ິ່ງປ່ອງເປັນການທູດ ໃນການເຊື່ອມສຳພັນມິດຕະ ພາບກັບເຈົ້າໜ້າທີ່ ແລະ ບັນດາປະເທດທີ່ເຂົ້າມາຮ່ວມແຂ່ງຂັນ, ຮ່ວມກັນເປັນເຈົ້າພາບທີ່ດີ ດ້ວຍນໍ້າໃຈໄມຕີຈິດມິດຕະພາບ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ຮັກສາໄດ້ຄວາມສະຫງົບປອດໄພ, ມີລະ ບຽບວິໄນໃນການປ້ອງກັນພະຍາດໂຄວິດ-19. ສ່ວນນັກກິລາປິ່ງປ່ອງເຍົາວະຊົນລາວ ກໍໃຫ້ຕັ້ງໃຈໃນການຝຶກຊ້ອມ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຍາດແຍ່ງຜົນງານທີ່ດີໃນການແຂ່ງຂັນຄັ້ງນີ້.

ໂອກາດດຽວກັນ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ກ່າວວ່າ: ສຳລັບການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງນີ້ ເປັນລາຍການໃຫຍ່ອັນດັບຕົ້ນໆລະດັບທະວີບ ເອເຊຍ ນັກກິລາທີ່ເຂົ້າມາຮ່ວມແຂ່ງຂັນໄດ້ ຕ້ອງຜ່ານການແຂ່ງຂັນຄັດເລືອກມາກ່ອນ ແຕ່ສະເພາະ ນັກກິລາລາວ ແມ່ນໄດ້ສິດທິພິເສດໃນນາມເຈົ້າພາບ ແຕ່ງານຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19, ສ່ວນອີກ 10 ລາຍການ ໄດ້ສົ່ງເຂົ້າຮ່ວມທັງໝົດ. ປັດຈຸບັນ ມີຄວາມພ້ອມເກືອບເຕັມຮ້ອຍ ພາຍຫລັງທີ່ໄດ້ເກັບຕົວຝຶກປະມານສອງເດືອນ ແລະ ໄດ້ຄູຝຶກຊາວຫວຽດນາມ ມາຊ່ວຍແນະນຳ, ຝຶກສອນເຕັກນິກ, ວິທີການຕ່າງໆ ກ່ອນການແຂ່ງຂັນຕົວຈິງ.

ໂດຍ: ສົງການ ພັນແພງດີ

error: Content is protected !!