ສາທາ ກຽມພ້ອມຊ່ວຍເຫລືອສຸກເສີນດ້ານສຸຂະພາບ ຫລັງນໍ້າຖ້ວມ

ຈາກສະພາບຝົນຕົກໜັກເຮັດໃຫ້ເກີດນໍ້າຖ້ວມສ້າງຜົນເສຍຫາຍດ້ານຊັບສິນ ແລະເນື້ອທີ່ການຜະລິດຂອງປະຊາຊົນຢູຫລາຍທ້ອງຖິ່ນ ເຊິ່ງກະຊວງສາທາລະນະສຸກມີຄວາມພ້ອມເພື່ອຊ່ວຍເຫລືສຸກເສີນດ້ານສຸຂະພາບພາຍຫລັງນໍ້າຖ້ວມ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນໃນທ້າຍອາທິດຜ່ານມານີ້ ກ່ຽວກັບການກະກຽມຮັບມືກັບໄພພິບັດ, ນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນລະດູຝົນປີນີ້ວ່າ: ກະຊວງສາທາລະນະສຸກ ເປັນຂະແໜງການໜຶ່ງໃນຄະນະກຳມະການ ເພື່ອຮັບມື ແລະ ຕອບໂຕ້ໄພພິບັດລະດັບຊາດ ແລະ ໃນໄລຍະລະດູຝົນນີ້ ມັກເກີດມີສະພາບນໍ້າຖ້ວມຢູ່ໃນຫລາຍທ້ອງຖິ່ນ, ເຊິ່ງກະທົບຕໍ່ສຸຂະພາບ ກໍຄື ຊີວິດຂອງປະຊາຊົນ ໃນເຂດທີ່ຖືກກະທົບຈາກນໍ້າຖ້ວມ, ໂດຍສະເພາະເກີດມີພະຍາດຕ່າງໆທີ່ມາກັບນໍ້າ. ສະນັ້ນ, ເພື່ອປ້ອງກັນບັນຫາດັ່ງກ່າວ, ຂະແໜງສາທາລະນະສຸກ ກໍໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບມື ແລະຕອບໂຕ້ສຸກເສີນດ້ານສາທາລະນະສຸກຫລັງ ນໍ້າຖ້ວມ ໂດຍສະເພາະໄດ້ແນະນໍາໃຫ້ໂຮງໝໍ 17 ແຂວງ ແລະ ໂຮງໝໍເມືອງ 135 ແຫ່ງທົ່ວປະເທດ ໄດ້ກະກຽມພ້ອມໃນການປິ່ນປົວສຸກເສີນ. ນອກນີ້, ຍັງໄດ້ແນະນໍາໃຫ້ກະກຽມວຽກງານອະນາໄມ-ສົ່ງເສີມສຸຂະພາບ ໂດຍເນັ້ນໃຫ້ເອົາໃຈໃສ່ວຽກສຸຂະສຶກສາດ້ານຄວາມສະອາດ, ສິ່ງແວດລ້ອມ, ວິດຖ່າຍ,ໂດຍສະເພາະສຸຂະພາບ ແມ່ ແລະເດັກ, ໂພຊະນາການ ແລະ ພາຍຫລັງນ້ຳແຫ້ງອາດຈະມີການລະບາດຂອງພະຍາດຕ່າງໆ, ເຊິ່ງອາດມີການຕິດເຊື້ອ, ການແຜ່ເຊື້ອ ໃນກຸ່ມຜູ້ປະສົບເຄາະຮ້າຍໃນເຂດຕ່າງໆ.

ທ່ານ ສະໜອງ ທອງຊະນະ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໄດ້ແນະນໍາໃຫ້ໂຮງງານຜະລິດຢາ ກະກຽມສຳຮອງຢາ ແລະ ອຸປະກອນການແພດ ໃຫ້ສາມາດຜະລິດຕອບສະໜອງ ແລະ ຈັດສັນງົບປະມານໃຫ້ພຽງພໍ. ນອກນີ້ ຍັງໄດ້ມີການນຳສົ່ງຢາ ແລະ ອຸປະກອນ ກະກຽມໄວ້ຢູ່ສາງແຕ່ລະພາກ; ສໍາລັບສູນກາງໄດ້ກະກຽມລົດຮັບ-ສົ່ງຢາ ແລະ ອຸປະກອນການແພດ ຖ້າມີຄວາມຮຽກຮ້ອງຕ້ອງການ ໃຫ້ສາມາດສົ່ງທັນເວລາ; ໄດ້ມີການກະກຽມລົດແພດສຸກເສີນ ເພື່ອນຳສົ່ງຄົນເຈັບຕະຫລອດ ຢູ່ສູນກາງ ແມ່ນມີລົດນຳສົ່ງຄົນເຈັບໃນລະດັບທີ່ທັນສະໄໝສາມາດຜ່າຕັດຄົນເຈັບໄດ້ກັບທີ່ ເຊິ່ງກຽມພ້ອມຕະຫລອດ 24 ຊົ່ວໂມງ. ພ້ອມກັນນັ້ນ, ຢູ່ແຕ່ລະແຂວງກໍມີລົດນໍາສົ່ງຄົນເຈັບແຂວງລະ 1 ຄັນ ແລະ ກະຊວງສາທາລະນະສຸກ ໄດ້ຕອບສະໜອງລົດນຳສົ່ງຄົນເຈັບໃຫ້ທຸກເມືອງອີກ ຈຳນວນ 135 ຄັນ ເພື່ອໃຫ້ສາມາດນຳໃຊ້ໃນກໍລະນີເກີດໄພພິບັດ ຫລືມີເຫດການສຸກເສີນຕ່າງໆ, ທັງໄດ້ກະກຽມການຕອບສະໜອງນ້ຳ ແລະ ວິດຖ່າຍ,ໂດຍມີລົດກັ່ນຕອງນ້ຳສະອາດ ຈຳນວນ 6 ຄັນ ເພື່ອກະກຽມເອົາໄປປະຈໍາຢູ່ເຂດທີ່ເກີດໄພພິບັດໄດ້ທັນທີ. ນອກນີ້, ຍັງມີລົດສົ່ງນໍ້າສະອາດອີກ ຈຳນວນ 20 ຄັນ. ແຕ່ແນວໃດກໍຕາມ ວຽກງານການຕອບໂຕ້ໄພພິບັດນີ້ ມັນແມ່ນໜ້າທີ່ຂອງທຸກພາກສ່ວນໃນສັງຄົມ ທີ່ຕ້ອງໄດ້ຮ່ວມມືຮ່ວມໃຈກັນ ເພື່ອຕອບໂຕ້ໄພພິບັດທີ່ຈະເກີດຂຶ້ນ.

ຂໍ້ມູນຈາກ: Lao National Radio

error: Content is protected !!