ເຂື່ອນໄຟຟ້າ ທີ່ມີອ່າງເກັບນໍ້າໃນ ລາວ ຍັງຢູ່ໃນເກນປົກກະຕິ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໂດຍການປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານສະພາບນໍ້າໃນແຕ່ລະສາຍນໍ້າ ໂດຍສະເພາະເຂື່ອນທີ່ມີອ່າງເກັບນໍ້າຫລາຍແຫ່ງ ຢູ່ທົ່ວປະເທດ ກໍຍັງຢູ່ໃນເກນປົກກະຕິ ເຖິງແມ່ນວ່າຈະມີບາງເຂື່ອນໄດ້ມີການປ່ອຍນໍ້າຜ່ານທາງລະບາຍ ນໍ້າລົ້ນ ເຊັ່ນ: ເຂື່ອນນໍ້າກົງ 1 (ແຂວງ ອັດຕະປື) ແລະ ເຂື່ອນນໍ້າເທີນ 1 (ແຂວງບໍລິຄໍາໄຊ) ແຕ່ລະດັບນໍ້າລຸ່ມເຂື່ອນມີການເໜັງຕີງເລັກນ້ອຍ ແລະ ຍັງບໍ່ມີຜົນກະທົບ.

ໃນກໍລະນີ ປະລິມານນໍ້າໄຫລເຂົ້າອ່າງ ຍັງຄົງທີ່ສາມາດວິເຄາະໄດ້ ຄື: ເຂື່ອນໄຟຟ້ານໍ້າຄານ 2 ແຂວງຫລວງພະບາງ ຍັງສາມາດເກັບກັກນໍ້າໄດ້ຕື່ມ 22,91 ລ້ານແມັດກ້ອນ ໂດຍຈະໃຊ້ເວລາປະມານ 11 ມື້ ນໍ້າຈຶ່ງຈະເຕັມອ່າງ; ເຂື່ອນໄຟຟ້ານໍ້າງື່ມ 5 ແຂວງຊຽງຂວາງ ຍັງສາມາດເກັບກັກ ນໍ້າໄດ້ຕື່ມ 48,61 ລ້ານແມັດກ່ອນ ໂດຍຈະໃຊ້ເວລາປະມານ 8 ມື້ ນໍ້າຈຶ່ງຈະເຕັມອ່າງ; ເຂື່ອນໄຟຟ້ານໍ້າຍວງ ແຂວງຊຽງຂວາງ ຍັງສາມາດເກັບກັກນໍາໄດ້ຕື່ມ 1.836,55 ລ້ານແມັດກ້ອນ ໂດຍຈະໃຊ້ເວລາປະມານ 1.181 ມື້ ນໍ້າຈຶ່ງຈະເຕັມອ່າງ; ເຂື່ອນນໍ້າທາ 1 ແຂວງບໍ່ແກ້ວ ຍັງສາມາດເກັບກັກນໍ້າໄດ້ຕື່ມ 250.231 ລ້ານແມັດກ້ອນ ໂດຍຈະໃຊ້ເວລາປະມານ 74 ມື້ ນໍ້າຈຶ່ງຈະເຕັມອ່າງ; ເຂື່ອນນໍ້າງຽບ 1 ແຂວງບໍລິຄໍາໄຊ ຍັງສາມາດເກັບກັກນໍ້າໄດ້ຕື່ມ 702.35 ລ້ານແມັດກ້ອນ ໂດຍຈະໃຊ້ເວລາປະມານ 179 ມື້ ນໍ້າຈື່ງຈະເຕັມອ່າງ.

ເຖິງຢ່າງໃດກໍຕາມ ສະພາບການຮອງຮັບນ້ຳດັ່ງກ່າວ ກໍຂຶ້ນກັບປະລິມານນໍ້າໄຫລເຂົ້າ, ຖ້າໄຫລເຂົ້າຫລາຍ ໄລຍະການເກັບກັກນໍ້າເຂື່ອນກໍຈະໄວຂຶ້ນ ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການເຝົ້າລະວັງ ແລະ ປະສານງານກັບເຂື່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງໃກ້ຊິດ ຕໍ່ກັບບັນຫາດັ່ງກ່າວ. ສຳລັບເຂື່ອນທີ່ເປັນຝາຍນໍ້າລົ້ນ, ນໍ້າໄຫລລົ້ນເຂື່ອນຖືເປັນເລື່ອງປົກກະຕິ ເຊິ່ງຈະບໍ່ມີຜົນກະທົບຫຍັງ ເນື່ອງຈາກປະລິມານນໍ້າໄຫລເຂົ້າ ແລະ ປະລິມານນໍ້າໄຫລອອກ ຊໍ່າໆກັນ. ໂດຍທົ່ວໄປແລ້ວຖ້າປະລິມານນໍ້າໄຫລເຂົ້າເຂື່ອນໄຊຍະບູລີ ໜ້ອຍກວ່າ 10,000 ແມັດກ້ອນຕໍ່ວິນາທີ, ລະດັບນໍ້າໜ້າເຂື່ອນຈະຢູ່ປະມານ 275,00 ແມັດ ທຽບກັບລະດັບນໍ້າທະເລປານກາງ(+-0,5ແມັດ), ປະລິມານ ນໍ້າໄຫລເຂົ້າ ແລະ ປະລິມານນໍ້າໄຫລອອກຈະເທົ່າກັນ. ໃນປັດຈຸບັນ, ປະລິມານນໍ້າໄຫລເຂົ້າ ເທົ່າກັບ 9,405 ແມັດກ້ອນຕໍ່ວິນາທີ ເຊິ່ງ ລະດັບນໍ້າໜ້າເຂື່ອນ 274,69 ແມັດ ທຽບລະດັບນໍ້າທະເລປານກາງ ຍັງຖືວ່າຢູ່ໃນເກນປົກກະຕິ.

error: Content is protected !!