7 ປັດໄຈ ເພື່ອໃຫ້ຄອບຄົວມີຄວາມສຸກ

ການຈະມີຄອບຄົວທີ່ ໝັ້ນຄົງ ແລະ ເປັນສຸກ ບໍ່ແມ່ນເລື່ອງງ່າຍ ຍ້ອນສະພາບເສດຖະກິດ, ສັງຄົມ ທີ່ແຂ່ງຂັນກັນທັງດ້ານວັດຖຸນິຍົມ ຈົນຂາດການໃສ່ໃຈທາງດ້ານຈິດໃຈ. ນອກຈາກຄວາມຮັກ ຄວາມຜູກພັນ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ດີມີຄວາມສຸກນັ້ນ ຍັງມີອີກຫຼາຍປັດໄຈ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ລອດໄດ້ ໃນສັງຄົມແຫ່ງການແຂ່ງຂັນກັນ ຊຶ່ງມັກຈະມີ 7 ປັດໄຈ ດັ່ງຕໍ່ນີ້:

  1. ຄົນໃນຄອບຄົວຕ້ອງສາມາດຮັບມື ແລະ ຈັດການກັບບັນຫາຕ່າງໆ ທີ່ຜ່ານເຂົ້າມາໃນຊີວິດ, ຕ້ອງຕັ້ງສະຕິໃຫ້ໝັ້ນຄົງກ່ອນ ຈຶ່ງຈະຮັບມືກັບບັນຫາໄດ້.
  2. ທຸກຄົນຕ້ອງຄຳນຶງເຖິງຄວາມຮູ້ສຶກຂອງກັນ ແລະ ກັນ, ນອກຈາກການເຮັດວຽກແລ້ວ ຄົນໃນຄອບຄົວຕ້ອງຮູ້ຈັກແບ່ງເວລາ, ສົນໃຈກັບຄວາມຮູ້ສຶກຄວາມຕ້ອງການຂອງຄົນໃນຄອບຄົວນຳອີກ ເພາະໃນເວລາທີ່ຄອບຄົວເດືອດຮ້ອນ ຫຼືຍາກລຳບາກ, ຄອບຄົວຖືເປັນກຳລັງໃຈສຳຄັນ.
  3. ໃຊ້ເວລາຮ່ວມກັນ ບໍ່ວ່າຈະເກີດບັນຫາໃດກໍຕາມ ຄົນໃນຄອບຄົວໃຊ້ເວລານຳກັນໃນການແກ້ໄຂບັນຫານັ້ນ ເຮັດໃຫ້ຮູ້ສຶກວ່າເພິ່ງພາອາໄສກັນໄດ້, ຊຶ່ງເກີດເປັນຄວາມເຂົ້າໃຈຊຶ່ງກັນ ແລະກັນ.
  4. ຄອບຄົວຕ້ອງມີລະບຽບແບບແຜນ ເມື່ອມີບັນຫາກໍມີຫຼັກການ ຫຼື ຄວາມຮັບຜິດຊອບທີ່ເຮັດໃຫ້ຄອບຄົວຍັງເຮັດໜ້າທີ່ຕໍ່ໄປໄດ້.
  5. ຄອບຄົວມີທີ່ເພິ່ງທາງໃຈ ໂດຍສະເພາະການປະຕິບັດຕາມຫຼັກສາສະໜາ, ເມື່ອເກີດບັນຫາກໍຈະມີສະຕິ ຊຶ່ງຖືເປັນຕົ້ນທຶນທີ່ມີຄ່າສຳລັບການເບິ່ງແຍງຈິດໃຈຍາມຄົນໃນຄອບຄົວເດືອດຮ້ອນ.
  6. ມີວິທີສື່ສານໂອ້ລົມກັນຢ່າງຊັດເຈນ, ກົງໄປກົງມາ ບໍ່ເວົ້າຊ່ອນເງື່ອນງຳ ຫຼືປິດບັງກັນ, ຄົນໃນຄອບຄົວຕ້ອງຮັບຟັງຄວາມຄິດເຫັນ, ຄວາມຮູ້ສຶກຊຶ່ງກັນ ແລະກັນ, ເຮັດໃຫ້ການຢູ່ຮ່ວມກັນໃນຄອບຄົວເປັນໄປດ້ວຍຄວາມສະບາຍໃຈ.
  7. ຮັກສາຄວາມຜູກພັນກັບຄອບຄົວເກົ່າ, ໝັ່ນຫາເວລາໄປມາຫາສູ່ກັນ ຫຼື ພົບປະສັງສັນຕິດຕາມຂ່າວຄາວ, ຊ່ວຍເຫຼືອຊຶ່ງກັນ ແລະກັນ. ນອກຈາກຈະເຮັດໃຫ້ມີຄວາມສຸກສະໜຸກສະໜານແລ້ວ ການຊ່ວຍເຫຼືອຄົນອື່ນເຮັດໃຫ້ຄວາມຄິດກວ້າງຂຶ້ນ, ບໍ່ຄິດແຕ່ເລື່ອງຂອງຄອບຄົວໂຕເອງ ແລະ ເຮັດໃຫ້ມີບ່ອນເພິ່ງພາອາໄສເມື່ອມີບັນຫາ ຫຼື ຄວາມເດືອດຮ້ອນ.
error: Content is protected !!