ເມືອງ ໜອງແຮດ ສຸມໃສ່ສັກວັກຊີນ ກຸ່ມນັກຮຽນ ເພື່ອກຽມພ້ອມເປີດສົກຮຽນໃນໄວໆນີ້

ທ່ານ ນາງ ບົວແພງ ວັນເພັງ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງ ໜອງແຮດ ໜ້າທີ່ຊີ້ນໍາວຽກງານສົ່ງເສີມສຸຂະພາບ ເມືອງ ໜອງແຮດ ໄດ້ໃຫ້ສໍາພາດ ທີມງານສື່ມວນຊົນສູນກາງ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງ ຊຽງຂວາງ ໃນວັນທີ 10 ກໍລະກົດ 2022 ນີ້ ວ່າ: ສໍາລັບໂຮງຮຽນທີ່ໃກ້ຈະເປີດສົກຮຽນໃນໄວໆນີ້, ທາງສາທາເມືອງ ໜອງແຮດ ກໍໄດ້ວາງແຜນເຮັດແຈ້ງການໄປຫາກຸ່ມແລ້ວກຸ່ມຈະເຮັດແຈ້ງການໄປຫາທຸກໆບ້ານ ໂດຍກ່ອນຈະເປີດໂຮງຮຽນນີ້ ທຸກຄົນຕ້ອງໄດ້ສັກຢາ ປ້ອງກັນໂຄວິດ-19 ກ່ອນ ກ່ອນຈະເຂົ້າໂຮງຮຽນ ນັບແຕ່ອາຍຸ 6 ປີ ຂຶ້ນໄປຈົນຮອດ ອາຍຸ 18 ປີ, ສໍາລັບເຂດທີ່ຢູ່ຫ່າງໄກຊອກຫຼີກ ກໍມີໂຮງໝໍນ້ອຍ ແລະ ທາງສາທາເມືອງ ກໍໄດ້ເອົາຢາວັກຊີນປ້ອງກັນ ໂຄວິດ-19 ໄປໄວ້ໃນໂຮງໝໍນ້ອຍ ແລ້ວກໍຊັກຊວນບັນດາບ້ານເຂົ້າໄປສັກຢາຢູ່ທີ່ຈຸດທີ່ກຳນົດໄວ້ ແລະ ພະນັກງານແພດໝໍ ກໍໄດ້ລົງໄປບ້ານ ເພື່ອສັກຢາຢູ່ຕາມກຸ່ມບ້ານ.

ກ່ອນຈະເຂົ້າຮຽນ ທາງໂຮງຮຽນ ກໍຕ້ອງໄດ້ກວດບັດສັກວັກຊີນກ່ອນຈົດຊື່ລົງທະບຽນຮຽນ ຫຼືກ່ອນເຂົ້າຮຽນໃນທ້າຍເດືອນ 8 ນີ້ ຖ້າໃຜທີ່ຍັງບໍ່ທັນສັກຢາ ແລະ ຂັ້ນພື້ນຖານ ກໍແນະນໍາໃຫ້ໄປສັກຢູ່ໂຮງໝໍນ້ອຍ.

error: Content is protected !!