ໄຊຍະບູລີ​ ກຽມພ້ອມຮັບມືກັບສະຖານະການໄພນໍ້າຖ້ວມ

ໃນວັນທີ 12 ສິງຫາ 2022 ຫ້ອງວ່າການ ແຂວງ​ ໄຊຍະບູລີ ໄດ້ອອກໜັງສືແຈ້ງການມາຍັງບັນດາທ່ານດັ່ງນີ້: ໃຫ້ບັນດາພະແນກການ, ອົງການ, ກົມກອງ, ສະພາປະຊາຊົນແຂວງ, ລັດວິສາຫະກິດ, ຫ້ອງການອ້ອມຂ້າງແຂວງ ແລະ 11 ເມືອງ ພາຍໃນແຂວງ ກະກຽມຄວາມພ້ອມຊ່ວຍເຫຼືອປະຊາຊົນ ທີ່ອາດຈະໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມ; ສໍາລັບ ເມືອງ​ ໄຊຍະບູລີ ມອບໃຫ້ພະແນກການ, ອົງການ, ກົມກອງ, ສະພາປະຊາຊົນແຂວງ, ຫ້ອງການ, ພະນັກງານທີ່ ຮັບຜິດຊອບບ້ານ ລົງປະຈໍາການກະກຽມຊ່ວຍເຫຼືອປະຊາຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ບັນດາເມືອງ ລາຍງານສະພາບໄພພິບັດທີ່ ເກີດຂຶ້ນພາຍໃນເມືອງຕົນ ມາຍັງຫ້ອງວ່າການແຂວງ ເພື່ອຂໍທິດຊີ້ນໍາໃນການຊ່ວຍເຫຼືອໃຫ້ທັນການ.

ທີ່ມາ: News.XBL

error: Content is protected !!