ປຶກສາຫາລື ການໂຄສະນາ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຜ່ານສື່ມວນຊົນ

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ພ້ອມພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນຈາກພາກສ່ວນສື່ສິ່ງພິມ, ໂທລະພາບ ແລະ ວິທະຍຸ ໄດ້ລົງເຄື່ອນໄຫວວຽກງານໂຄສະນາຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໃນລະຫວ່າງ ວັນທີ 24-30 ເມສາ 2022 ນີ້.

ໃນວັນທີ 25 ເມສາ 2022 ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການຮ່ວມມືໃນການໂຄສະນາເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ຊຶ່ງມີ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ໂຊງຈຽນທຽນ ຫົວໜ້າຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລືກ່ຽວກັບວຽກງານການໂຄສະນາການພັດທະນາຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໃນໄລຍະທີ່ຜ່ານມາ ແລະ ວາງທິດທາງແຜນໂຄສະນາການພັດທະນາເຂດດັ່ງກ່າວໃນຕໍ່ໜ້າ ໃນນັ້ນລວມເຖິງການຄຸ້ມຄອງລະບຽບການຕ່າງໆກ່ຽວກັບການຕິດຕັ້ງປ້າຍໂຄສະນາຕ່າງໆຢູ່ພາຍໃນເຂດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ.

ທ່ານ ໂຊງຈຽນທຽນ ໃຫ້ຮູ້ວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີແຜນພັດທະນາຈະໃຫ້ເປັນຕົວເມືອງທີ່ມີຄວາມຈະເລີນ, ປັດຈຸບັນເກືອບມີທຸກຢ່າງ ແລະ ຕາມທິດທາງຂອງບໍລິສັດ, ພວກເຮົາຈະພັດທະນາພື້ນຖານໂຄງລ່າງໃຫ້ເປັນແຫຼ່ງທ່ອງທ່ຽວ, ພາຍໃນເຂດ ລວມມີເນື້ອທີ່ 3,000 ເຮັກຕາ ແລະ ໄດ້ຈັດຕັ້ງປະຕິບັດໄປແລ້ວ 1 ພັນເຮັກຕາ, ໃນນັ້ນມີພື້ນທີ່ປ່າສະຫງວນ 7,000 ເຮັກຕາ, ປັດຈຸບັນມີບັນດາບໍລິສັດມາລົງທຶນທັງໝົດ 500 ກວ່າບໍລິສັດ ຊຶ່ງເປົ້າໝາຍໃນການພັດທະນາແມ່ນມີ 3 ບາດກ້າວຄື: ບາດກ້າວທີ 1 ແມ່ນກໍ່ສ້າງພື້ນຖານໂຄງລ່າງ, ບາດກ້າວທີ 2 ແມ່ນດຶງດູດເອົານັກລົງທຶນເຂົ້າມາລົງທຶນພາຍໃນເຂດ ແລະ ບາດກ້າວທີ 3 ແມ່ນໃຫ້ມີບັນດາຫ້າງ, ຮ້ານຄ້າ, ຮ້ານອາຫານ ແລະ ອື່ນໆ ໃຫ້ມີທີ່ພັກອາໄສ, ປັດຈຸບັນໄດ້ມີແຮງງານຕ່າງປະເທດເຂົ້າມາເຮັດວຽກໃນເຂດຄື: ແຮງງານຈາກມຽນມາ ປະມານ 8,000 ກວ່າຄົນ ແລະ ແຮງງານລາວ 10 ພັນກວ່າຄົນ.

ທ່ານ ສົມສະຫວາດ ພົງສາ ໄດ້ສະເໜີວ່າ: ໃນການຮ່ວມມືວຽກງານໂຄສະນາແມ່ນຢາກໃຫ້ສື່ມວນຊົນລາວ ມີການໂຄສະນາເປັນແຕ່ລະໄລຍະເພື່ອແນໃສ່ໃຫ້ປະຊາຊົນກໍຄືທົ່ວໂລກໄດ້ຮັບຮູ້ເຖິງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາໃຫ້ຫຼາຍຂຶ້ນ ທັງເປັນການໂຄສະນາເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ, ຕະຫຼອດຮອດດຶງດູດເອົານັກລົງທຶນເຂົ້າມາລົງທຶນນັບມື້ນັບຫຼາຍຂຶ້ນ ສະນັ້ນ, ຈຶ່ງຢາກມີການຮ່ວມມືກັນໃນການໂຄສະນາເປັນໄລຍະຍາວ ແລະ ມີການຕົກລົງກັນໃນ 1 ປີ ຈະເອົາສື່ມວນຊົນມາເຮັດໂຄສະນາຈັກເທື່ອ ແລະ ບັນຫາອື່ນໆ ຕາມຄວາມເໝາະສົມ.

(ແຫຼ່ງຂໍ້ມູນຂ່າວ-ພາບ: ສຳນານ)

error: Content is protected !!