ຮອງນາຍົກລັດຖະມົນຕີ ພົບປະຫາລືຂົງເຂດວຽກງານສື່ມວນຊົນ

ຕອນບ່າຍວັນທີ 11 ສິງຫາ 2022 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ຮ່ວມປຶກສາຫາລືກັບ ຄະນໍາກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແລະ ບັນດາຄະນະບັນນາທິການອົງການສື່ມວນຊົນ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີຮອງລັດຖະມົນຕີ, ມີຜູ້ອຳນວຍການ, ຄະນະບັນນາທິການຈາກບັນດາສື່ມວນຊົນ ເຂົ້າຮ່ວມ. ເພື່ອເຮັດໃຫ້ວຽກງານຖະແຫລງຂ່າວ-ສື່ມວນຊົນໄດ້ຮັບການພັດທະນາກ້າວໄປສູ່ຄຸນນະພາບ ແລະ ທັນສະໄໝ, ສົມກັບເປັນເຄື່ອງມືອັນແຫລມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີແຫ່ງການສົ່ງເສີມປະຊາທິ ປະໄຕປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາໝາກຜົນຂອງການນຳພາ-ຊີ້ນຳ ຂອງພັກຕະ ຫລອດໄລຍະເວລາ ກໍຄື ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງຕອບໂຕ້ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ, ບັນດາອິດທິກຳລັງປໍລະປັກ ແລະ ກຳລັງຫັນປ່ຽນໂດຍສັນຕິຂອງສັດຕູ ໃຫ້ນັບມື້ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ໃນກອງປະຊຸມ, ບັນດາຫົວໜ້າສື່ມວນຊົນຕ່າງກໍໄດ້ມີການແລກປຽນບົດຮຽນໃນການ ເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນ ຕົ້ນ ບັນຫາການສະໜອງຂໍ້ມູນຂ່າວສານ ຈາກພາກສ່ວນຕ່າງໆໃຫ້ແກ່ສື່ມວນຊົນບາງຄັ້ງຍັງມີລັກຊະນະຊັກຊ້າ, ບໍ່ທັນກັບສະພາບການຕົວຈິງ, ບັນຫາຂໍ້ຫຍຸ້ງຍາກທາງດ້ານງົບປະ ມານ, ພາຫະນະຮັບໃຊ້, ບັນຫາບຸກຄະລາກອນ ແລະ ບັນຫາສຳຄັນອື່ນໆ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້

ກໍໄດ້ຊີ້ນຳໃຫ້ຄະນະພັກ ຄະນະນຳທຸກຂັ້ນ ຕ້ອງນຳພາ ວຽກງານໂດຍກົງ-ຮອບດ້ານ, ຖືສຳຄັນວຽກງານຖະແຫລງຂ່າວເປັນກົກ, ບັນດານິຕິກໍາໃດທີ່ບໍ່ສອດຄ່ອງຕ້ອງ ໄດ້ຕິດຕາມກວດກາ ແລະ ປັບປຸງຄືນໃໝ່ ໃຫ້ມັນສອດຄ່ອງແທດເໝາະ, ຕ້ອງສັບຊ້ອນຈັດວາງບຸກຄະລາກອນໃສ່ຕຳແໜງງານຢ່າງເໝາະສົມ; ຕ້ອງກໍາແໜ້ນທັດສະນະຂອງພັກເຮົາຕໍ່ວຽກງານສື່ມວນຊົນ ການເພີ່ມທະວີການຄຸ້ມຄອງຂອງລັດຕໍ່ສື່ມວນຊົນ ໂດຍການຄຸ້ມຄອງດ້ວຍກົດໝາຍ ພ້ອມທັງກວດກາຄືນກົດໝາຍທີ່ຄຸ້ມຄອງ ວ່າສອດ ຄ່ອງກັບສະພາບປັດຈຸບັນບໍ່ ຖ້າບໍ່ສອດຄ່ອງກໍຕ້ອງມີການປັບປຸງແກ້ໄຂຄືນໃໝ່. ພ້ອມກັນນີ້ ບັນນາທິການ ຕ້ອງມີຄວາມຮູ້ເລິກເຊິ່ງກ່ຽວກັບວຽກງານວິຊາສະເພາະ, ກຳໄດ້ລັກສະນະຈຸດພິເສດຂອງວຽກວິຊາສະ ເພາະ, ຕ້ອງເປັນຜູ້ຊຳນິຊຳນານໃນວຽກງານ, ມີຄວາມສະດຸ້ງໄວຕໍ່ບັນຫາ, ຕ້ອງມີແຜນ ການເຄື່ອນໄຫວວຽກງານຂອງຕົນເອງຄື: ແຜນໄລຍະສັນ ແລະ ໄລຍະຍາວ ແລະ ອື່ນໆ.

ພາບ: ເກດສະໜາ

error: Content is protected !!