ຍທຂ ເມືອງ​ ບາຈຽງຈະເລີນສຸກ ເລັ່ງແກ້ໄຂເຮັດທາງເວັ້ນ​ ຂົວຫ້ວຍໝາກແງວ

ຕາມການລາຍງານຂອງ ຫ້ອງການໂຍທາທິການ ແລະ ຂົນສົ່ງ(ຍທຂ) ເມືອງ​ ບາຈຽງຈະເລີນສຸກ,​ ແຂວງ​ ຈຳປາສັກ​ ໃຫ້ຮູ້ວ່າ: ວັນທີ 8-9 ສິງຫາ 2022 ທີ່ຜ່ານມາ ໄດ້ເກີດມີ ຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ຂົວຫ້ວຍໝາກແງວ ເສັ້ນທາງເລກ 20 ເຂດເມືອງ​ ບາຈຽງຈະເລີນສຸກ ຢຸບຕົວລົງ ເຮັດໃຫ້ການສັນຈອນໄປມາຖືກຕັດຂາດ.
ປັດຈຸບັນ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງກຳລັງຂຸ້ນຂ້ຽວ ແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ເຮັດເສັ້ນທາງເວັ້ນ, ພ້ອມທັງກວດກາທາງເວັ້ນເກົ່າທີ່ເຄີຍນຳໃຊ້ໃນເມື່ອກ່ອນວ່ານຳໃຊ້ໄດ້ບໍ່, ມ້າງເຫລັກຂົວເກົ່າອອກ ແລະ ເກັບກຳບັນຊີເຫລັກຂົວເກົ່າ, ປິດເສັ້ນທາງການສັນຈອນ-ໄປມາ.

ຂໍ້ມູນຂ່າວ: ສົມຫວັງ
ພາບ: ຈຳປາສັກ

error: Content is protected !!