ກິນຕອນກາງຄືນ ຕຸ້ຍກວ່າກິນຕອນເວັນ

ການວິໄຈຈາກສະຫະລັດ ອາເມຣິກາ ຊີ້ໃຫ້ເຫັນວ່າ ການມີນໍ້າໜັກໂຕເພີ່ມຂຶ້ນ ບໍ່ໄດ້ຂຶ້ນຢູ່ກັບອາຫານທີ່ທ່ານກິນເຂົ້າໄປເທົ່ານັ້ນ, ແຕ່ໄລຍະເວລາໃນການກິນອາຫານ ກໍເປັນອີກໜຶ່ງປັດໄຈທີ່ມີຜົນຕໍ່ການເພີ່ມຂຶ້ນຂອງນຳ້ໜັກໂຕ.

ນັກວິໄຈໄດ້ທຳການທົດສອບ ໂດຍໃຫ້ອາຫານທີ່ມີໄຂມັນ ແລະ ຄາໂບໄຮເດຣດ ກັບໜູທົດລອງ ທັງໃນໄລຍະກາງເວັນ ແລະກາງຄືນໃນປະລິມານເທົ່າກັນ ພົບວ່າ: ໜູທີ່ໄດ້ຮັບອາຫານເຫຼົ່ານີ້ໃນເວລາກາງຄືນ ຈະມີນໍ້າໜັກໂຕເພີ່ມຂຶ້ນ 48%, ໃນຂະນະໜູ ທີ່ໄດ້ຮັບອາຫານໃນເວລາກາງເວັນ ຈະມີນໍ້າໜັກໂຕເພີ່ມຂຶ້ນພຽງ 20%.

ຈາກການທົດລອງ ເມື່ອນຳມາປຽບທຽບໃນຄົນ ພົບວ່າ: ການກິນອາຫານໃນໄລຍະເວລາກາງຄືນຈະເຮັດໃຫ້ມີນໍ້າໜັກໂຕເພີ່ມຂຶ້ນກວ່າການກິນໃນໄລຍະເວລາກາງເວັນ ເກືອບ 1 ທົບ. ນັກວິໄຈກ່າວວ່າ: ການວິໄຈຄັ້ງນີ້ ມຸ່ງເນັ້ນໃຫ້ເຫັນເຖິງປະໂຫຍດຂອງການກິນອາຫານເຊົ້າ ແລະ ໂທດຂອງການກິນອາຫານ ໃນໄລຍະເວລາກາງຄືນ ເນື່ອງຈາກໃນຂະນະຫຼັບ ແລະ ແຄລໍຣີ່ ໃນຮ່າງກາຍຈຶ່ງກັບກາຍເປັນໄຂມັນ.
ສຳລັບເວລາທີ່ເໝາະສົມໃນການກິນອາຫານ ໂດຍສະເພາະອາຫານທີ່ມີໄຂມັນ ແລະທາດແປ້ງສູງ ແມ່ນໄລຍະເວລາກ່ອນ 8 ໂມງກາງຄືນ.

error: Content is protected !!