ຂົວເບເລ ຫ້ວຍຕະບອງຮາບ ບ້ານ ນາເຮືອງ ສ້າງສຳເລັດ 40%

ເມື່ອບໍ່ດົນມານີ້, ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ, ລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການກໍ່ສ້າງຂົວຂ້າມຫ້ວຍຕະບອງຮາບ ບ້ານ ນາເຮືອງ.

ຂົວດັ່ງກ່າວ, ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ ວັນທີ 9 ເມສາ 2022 ເປັນຕົ້ນມາ, ຂົວມີລວງຍາວທັງໝົດ 35 ແມັດ, ກວ້າງ 3,50 ແມັດ ສາມາດຮອງຮັບນໍ້າໜັກໄດ້ 3 ໂຕນ, ລວມມູນຄ່າການກໍ່ສ້າງທັງໝົດ 163 ລ້ານກີບ ຊຶ່ງແມ່ນທຶນສົມທົບລະຫວ່າງລັດ ແລະ ປະຊາຊົນ. ໃນນັ້ນ, ທຶນສົມທົບຂອງປະຊາຊົນ ມີຈຳນວນ 20 ລ້ານກວ່າກີບ, ໂດຍ ບໍລິສັດ ວັນວິໄລກໍ່ສ້າງຂົວທາງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ. ປັດຈຸບັນ ການກໍ່ສ້າງສໍາເລັດແລ້ວປະມານ 40% ແລະ ຄາດວ່າຈະໃຫ້ສໍາເລັດ ກ່ອນລະດູຝົນ ປີນີ້.

(ແຫຼ່ງຂໍ້ມູນຂ່າວ-ພາບ: ສະຫວັນ)

error: Content is protected !!