ອີກໜຶ່ງເສົາຄ້ຳ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ

ຕາມການໃຫ້ສຳພາດຂອງທ່ານນາງ ດາວວົງ ກອງມະນີ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ໃຫ້ຮູ້ວ່າ: ວຽກງານສົ່ງເສີມຜະລິດຕະພັນລາວ ແລະ ການຕະຫຼາດ ແມ່ນເປັນອີກ 1 ເສົ້າຄ້ຳ ໃນ 6 ເສົ້າຄ້ຳ ຂອງສະພາປະຊາຊົນແຂວງອຸດົມໄຊກຳນົດໄວ້ ຊຶ່ງໄລຍະຜ່ານມາຂະແໜງການດັ່ງກ່າວ ແມ່ນໄດ້ປະຕິບັດຕາມພາລະບົດບາດຂອງຕົນ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າທີ່ນະຄອນຫຼວງວຽງຈັນ, ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ ທີ່ແຂວງອຸດົມໄຊ ນອກນີ້ ວຽກງານດັ່ງກ່າວ ຍັງມີສູນ ພີເອັມຊີ ທີ່ເປັນສູນວາງສະແດງ ແລະ ຈຳໜ່າຍສິນຄ້າຫັດຖະກຳ ທີ່ໂຄງການໄຈກາ ສົ່ງເສີມໃຫ້ປະຊາຊົນຜະລິດ ເພື່ອທົດແທນການປູກຝິ່ນໃນເຂດພູດອຍຊຶ່ງໃນເມື່ອກ່ອນແມ່ນ ພະແນກອຸດສາກະກຳ ແລະ ການຄ້າແຂວງເປັນຜູ້ຮັບຜິດຊອບສູນດັ່ງກ່າວ,ຈາກນັ້ນຈຶ່ງໄດ້ສົ່ງຕໍ່ໃຫ້ສະພາການຄ້າ ຄຸ້ມຄອງແລະ ນຳໃຊ້ ແລະ ພັດທະນາຕໍ່ໄປ ທີ່ຜ່ານມາມີຜະລິດຕະພັນທີ່ ສາມາດສົ່ງອອກໄປຕ່າງປະເທດ(ປະເທດໄທ, ເກົາຫຼີ, ຍີ່ປຸ່ນ ແລະ ການາດາ)ໄດ້ມີ: ຜ້າຝ້າຍ ແລະ ເຄືອປຽດ.ຜະລິດຕະພັນຫຼັກຂອງສູນເຮົາມີ: ຜະລິດຕະພັນນໍ້າມັນໝາກງາ, ເຫຼົ້າສະບັນງາ,ຜະລິດຕະພັນໝາກກູ້, ຜະລິດຕະພັນນໍ້າເຜິ້ງ, ຜະລິດຕະພັນຜ້າຝ່າຍ, ຜະລິດຕະພັນຍູກວດ, ຜະລິດຕະພັນເຄືອປຽດ. ຜະລິດຕະພັນຫຍ້າບ່ອຍ, ຜະລິດຕະພັນເຈ້ຍ, ຜະລິດຕະພັນຊຸດຊົນເຜົ່າແລະ ອື່ນໆ

ທ່ານຍັງໃຫ້ຮູ້ຕື່ມວ່າ: ນອກຈາກການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ່ສອງແລ້ວ ໄດ້ສຸມໃສ່ໃນການກະກຽມເປີດສູນ ພີເອັມຊີ(PMC) ຊຶ່ງເປັນບ່ອນວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງປະຊາຊົນບັນດາເຜົ່າ ທັງເປັນສູນສົ່ງເສີມໃຫ້ປະຊາຊົນມີອາຊີບ ມີວຽກເຮັດງານທຳ ມີລາຍໄດ້ເຂົ້າຄອບຄົວ, ໂອກາດນີ້ທ່ານຍັງໄດ້ຮຽກຮ້ອງເຖິງນັກທຸລະກິດທີ່ຢູ່ພາຍໃນແຂວງອຸດົມໄຊ ຈົ່ງເຂົ້າຮ່ວມໃນຂະບວນການຂອງສະພາການຄ້າ ເພື່ອຄວາມສະດວກສະບາຍ ໃນການແລກປ່ຽນຊື້ຂາຍຕ່າງໆ ແລະ ໄດ້ອວຍພອນແດ່ກອງປະຊຸມໃຫຍ່ຄັ້ງທີ2 ຂອງສະພາການການ ແລະ ອຸດສາຫະກຳ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

(ຂ່າວ-ພາບ: ແສງອາທິດ)

error: Content is protected !!