ທ່ານ ສະເຫຼີມໄຊ ກົມມະສິດ ອ່ານສານເນື່ອງໃນໂອກາດ ວັນຄົບຮອບ 55 ປີ ແຫ່ງການສ້າງຕັ້ງ​ ອາຊຽນ ແລະ ຄົບຮອບ 25 ປີ ລາວ ເຂົ້າເປັນສະມາຊິກ​ ອາຊຽນ

ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,
ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ.

ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ແລະ ອາຊຽນ ໄດ້ຖືເອົາວັນທີ 8 ສິງຫາ ເປັນວັນອາຊຽນ. ມື້ນີ້ ວັນທີ 8 ສິງຫາ 2022 ເປັນມື້ຄົບຮອບ 55 ປີ ຂອງການສ້າງຕັ້ງອາຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997 ຊຶ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວ ເປັນສະມາ ຊິກອາຊຽນ. ຂ້າພະເຈົ້າ ຕາງຫນ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ພໍ່ແມ່ພີ່ນ້ອງຊາວລາວ ກໍຄືບັນດາສະມາຊິກຄອບຄົວອາຊຽນ ເນື່ອງໃນໂອກາດວັນອາຊຽນ ແລະ ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນ ຂອງ ສປປ ລາວ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີເອກກະລັກສະເພາະ, ເພາະ ອາຊີຕາເວັນອອກສ່ຽງໃຕ້ ເປັນພາກພື້ນທີ່ມີຄວາມຫລາກຫລາຍ ດ້ານວັດທະນະທຳ, ຮີດຄອງປະ ເພນີ, ສາດສະຫນາ, ປະຫວັດສາດ, ລະບອບການເມືອງ, ລະດັບການພັດທະນາ ແລະ ອື່ນໆ ຊຶ່ງບໍ່ຄືກັບພາກພື້ນອື່ນໆໃນໂລກ. ຕະຫຼອດໄລຍະ 55 ປີ ຜ່ານມາ, ອາຊຽນ ໄດ້ດຳເນີນການຮ່ວມມື ດ້ວຍ “ວິຖີທາງອາຊຽນ” ຊຶ່ງອີງໃສ່ຈຸດພິເສດຂອງພາກພື້ນ ກໍຄືບັນດາຫລັກການພື້ນຖານຂອງອາຊຽນ, ອັນໄດ້ເຮັດໃຫ້ອາຊຽນສາມາດຜ່ານຜ່າອຸປະສັກ ແລະ ການທົດສອບນາໆປະການ ແລະ ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ, ສັງຄົມມີການເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ແລະ ກາຍມາເປັນປະຊາຄົມອາຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ ແລະ ມີພົນ ລະເມືອງຫຼາຍກວ່າ 600 ລ້ານຄົນ. ພ້ອມດຽວກັນນັ້ນ, ກໍໄດ້ເສີມຂະຫຍາຍການຮ່ວມມືກັບພາຍ ນອກ ບົນຫຼັກການເປີດກວ້າງ, ກວມລວມ ແລະ ບໍ່ຈຳແນກ ພາຍໃຕ້ກົນໄກການຮ່ວມມືທີ່ອາຊຽນສ້າງຂຶ້ນ ແລະ ອາຊຽນມີບົດບາດເປັນແກນກາງ ຊຶ່ງໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມມືພາຍນອກ.

ໃນຊຸມປີຜ່ານມາ ກໍຄືໃນປີ 2022 ນີ້, ອາຊຽນ ແລະ ພາກພື້ນຕ່າງໆໃນໂລກ ສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຕ່າງໆທາງດ້ານພູມສາດການເມືອງ, ຄວາມໝັ້ນຄົງ, ວິກິດການດ້ານເສດຖະກິດ-ການເງິນ, ພະຍາດລະບາດ ໂດຍສະເພາະແມ່ນພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ຂາດແຄນດ້ານພະລັງງານ ແລະ ດ້ານສະບຽງອາຫານ ແລະ ອື່ນໆ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ໄດ້ຮັດແໜ້ນການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະບາດໂຄວິດ-19 ແລະ ສິ່ງທ້າທາຍຕ່າງໆເຫຼົ່ານັ້ນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ຢ່າງມີປະສິດທິຜົນ ແລະ ກະກຽມສ້າງວິໄສທັດປະຊາຄົມອາຊຽນຫລັງປີ 2025 ໃຫ້ແທດເໝາະກັບຈຸດພິເສດຂອງອາຊຽນ ກໍຄືສະພາບການທີ່ພວມຜັນແປໄປໃນປັດຈຸບັນ ແລະ ຕໍ່ໜ້າ. ບົນຈິດໃຈດັ່ງ ກ່າວ, ສປປ ລາວ ເຊື່ອໝັ້ນວ່າ ການເປັນປະທານອາຊຽນຂອງ ກຳປູເຈຍ ໃນປີ 2022 ພາຍໃຕ້ຄຳຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະໄດ້ຮັບຜົນສຳເລັດ ອັນເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງອາຊຽນໃນການຮັບມືກັບສິ່ງທ້າທາຍຕ່າງໆ.

ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ອາຊຽນ ເປັນບຸລິມະສິດໜຶ່ງ ທີ່ສຳຄັນຂອງນະໂຍບາຍຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຂອງ ສປປ ລາວ. ຕະຫຼອດໄລຍະ 25 ປີ ຂອງການເປັນສະມາຊິກອາຊຽນ ທຸກຂະແໜງການຂອງ ສປປ ລາວ ນັບແຕ່ສູນກາງຮອດທ້ອງຖິ່ນ ປະຊາຊົນລາວບັນດາເຜົ່າ ໄດ້ເຄື່ອນໄຫວວຽກງານອາຊຽນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ອັນເປັນການປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ກໍຄື ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ.

ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ, ປະເທດຂອງພວກເຮົາ ໄດ້ເປັນປະທານອາຊຽນ ດ້ວຍຜົນສຳເລັດອັນຈົບງາມ ມາແລ້ວ 2 ຄັ້ງ ແລະ ໃນປີ 2024 ນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານໝູນວຽນອາຊຽນອີກ ເປັນຄັ້ງທີ 3. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນ ໜ້າຈົ່ງພ້ອມກັນເລີ່ມການກະກຽມຄວາມພ້ອມ ເພື່ອເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນປີ 2024. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳພັກ-ລັດ ແລະ ຄວາມປຸ້ມລຸມສາມັກຄີຂອງພີ່ນ້ອງຊາວລາວ, ພວກເຮົາຈະສາມາດເປັນປະທານອາຊຽນ ແລະ ເປັນເຈົ້າພາບທີ່ດີ ໃນປີ 2024 ໄດ້ຢ່າງສຳເລັດຜົນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງວັນອາຊຽນ ຄົບຮອບ 55 ປີ ກໍຄື ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີຄວາມໝາຍ.

error: Content is protected !!