ອຸດົມໄຊ ສາທິດປູກແນວພັນມັນຕົ້ນ ກ່ອນສົ່ງເສີມປະຊາຊົນປູກຢ່າງຈິງຈັງ

ພິທີປູກແນວພັນມັນຕົ້ນໃນແປງສາທິດ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ຫຼື ສູນ 10 ແຂວງ ໂດຍມີ ທ່ານ ຄຳພອນ ມູນລະໄມ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ, ມີຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ສະພາປະຊາຊົນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ, ສູນ 10 ແຂວງ, ພ້ອມດ້ວຍພະນັກງານທັງ 4 ພາກສ່ວນ ເຂົ້າຮ່ວມ.

ຈຸດປະສົງຂອງການສາທິດປູກແນວພັນມັນຕົ້ນຄັ້ງນີ້ ຊຶ່ງເປັນການທົດລອງ ເພື່ອມາສາທິດປູກ ກ່ອນ ທີ່ຈະສົ່ງເສີມປະຊາຊົນປູກ, ແນວພັນທີ່ນຳມາປູກສາທິດໃນຄັ້ງນີ້ມີສອງແນວພັນ ຄື: ແນວພັນ ລູກ 3 ງ່າ ແລະ ແນວພັນ ລູກຕີນຊ້າງ ຈຳນວນ 3.5 ໂຕນ ຫຼື ປະມານ 26 ພັນກ່ວາເບ້ຍ ປູກໃນແປງສາທິດ ເນື້ອທີ່ 2 ເຮັກຕາ ຊຶ່ງແນວພັນດັ່ງກ່າວ ແມ່ນນຳເຂົ້າຈາກປະເທດໄທ, ຖ້າຫາກວ່າແປງສາທິດດັ່ງກ່າວນີ້ຫາກໄດ້ຮັບຜົນດີ ພະແນກກະສິກຳ-ປ່າໄມ້ແຂວງອຸດົມໄຊ ຈະໄດ້ຂະຫຍາຍແນວພັນນີ້ອອກ ເພື່ອສົ່ງເສີມໃຫ້ປະຊາຊົນປູກເພື່ອເປັນສິນຄ້າ ທົດແທນການປູກພືດອື່ນທີ່ບໍ່ເໝາະສົມກັບສະພາບອາກາດຂອງແຂວງຕື່ມອີກ.

 ໃນພິທີກ່ອນທີ່ຈະລົງມືປູກຕົວຈິງນັ້ນ ພະນັກງານຜູ້ຮັບຜິດຊອບໄດ້ແນະນໍາວິທີການປູກທີ່ຖືກຕ້ອງ ເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ ແລະ ໃຫ້ຜົນຜະລິດໃນປະລິມານສູງ.

(ແຫຼ່ງຂໍ້ມູນຂ່າວ-ພາບ: ແສງອາທິດ)

error: Content is protected !!