ທ່ອງທ່ຽວຢູ່ ແຂວງ ສະຫວັນນະເຂດ ຈະກັບມາຄຶກຄື້ນອີກເທື່ອໜຶ່ງ

ທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຜ່ານສື່ອອນ ລາຍຕໍ່ລາຍການຈັບຄູ່ທຸລະກິດ ຈາກຣາຊະອານາຈັກໄທ ທີ່ ອອກອາກາດ ເວລາ 13:00-14:00 ໂມງ ທາງຄື້ນຄວາມຖີ່ FM 96,00 MHz ກ່ຽວກັບ ການຟື້ນຟູວຽກງານ ທ່ອງທ່ຽວ ເຊິ່ງໃຫ້ຮູ້ວ່າ: ປັດຈຸບັນການ ທ່ອງທ່ຽວຢູ່ແຂວງສະ ຫວັນນະ ເຂດ ພວມໄດ້ຮັບການປັບປຸງ ແລະມີຄວາມຄຶກຄື້ນອີກເທື່ອ ໜຶ່ງຫຼັງຈາກທີ່ຢຸດຊົ່ວຄາວ ຍ້ອນການແຜ່ລະບາດຂອງ ພະຍາດ ໂຄວິດ-19, ເຊິ່ງໃນ 6 ເດືອນຕົ້ນປີ 2022 ນີ້ ກໍ່ ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລ້ວ 53,000 ກວ່າຄົນ, ໃນນີ້ກໍ່ມີທັງທົວຈາກຣາຊະອານາຈັກໄທ ແລະ ສສ ຫວຽດນາມ, ສ່ວນການເຂົ້າ-ອອກເມືອງກໍ່ ມີຄວາມສະດວກສະບາຍ ໂດຍ ຜ່ານດ່ານສາກົນຂົວມິດຕະ ພາບ II ສະຫວັນນະເຂດ-ມຸກ ດາຫານ ແລະດ່ານສາກົນແດນ ສະຫວັນ-ລາວບາວ, ສະຖານ ທີ່ພັກເຊົາ,ໂຮງແຮມ,ເຮືອນ ພັກ, ຮ້ານອາຫານກໍ່ມີການປັບ ປຸງດີຂຶ້ນຫຼາຍ, ສໍາລັບສະຖານ ທີ່ທ່ອງທ່ຽວແມ່ນມີທັງທ່ຽວ ທໍາມະຊາດ, ດ້ານວັດທະນະ ທໍາ, ແຫຼ່ງທ່ອງທ່ຽວປະຫວັດ ສາດແຕ່ຍັງມີຂອດຫຍຸ້ງຍາກ ບາງຈຸດກໍ່ຄືເສັ້ນທາງໄປຫາ ແຫຼ່ງທ່ອງທ່ຽວບາງຈຸດບໍ່ທັນ ສະດວກ. ເຖິງຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ວຽກທ່ອງທ່ຽວ ກໍ່ຄືການທ່ອງທ່ຽວຂອງແຂວງ ມີບັນຍາກາດຟົດຟື້ນການນໍາ ຂອງແຂວງກໍ່ຄືພາກສ່ວນກ່ຽວ ຂ້ອງໄດ້ຈັດໃຫ້ມີກິດຈະກໍາ ອະນຸລັກ ແລະທ່ອງທ່ຽວຕົວ ເມືອງເກົ່າໃນເຂດເທສະບານ ນະຄອນໄກສອນ ພົມວິຫານ ທີ່ຖືວ່າເປັນອີກຈຸດໜຶ່ງທີ່ກໍາລັງ ໄດ້ຮັບຄວາມສົນໃຈຈາກນັກ ທ່ອງທ່ຽວ .

ການທ່ອງທ່ຽວຕົວເມືອງ ເກົ່າ ນອກຈາກຈະໄດ້ສຳຜັດກັບ ບັນຍາກາດແບບຢ້ອນຍຸກ, ເຫັນ ສິ່ງກໍ່ສ້າງໃນຍຸກຫຼາຍສິບປີຄືນ ຫຼັງ, ຊີມກາເຟສົດຣົດຊາດຖືກ ໃຈແລ້ວຍັງມີຈຸດຊົມວິວແຄມ ຂອງ ເຊິ່ງເປັນຈຸດທີ່ພົ້ນເດັ່ນອີກ ຈຸດໜຶ່ງທີ່ຫາກໍ່ໄດ້ຮັບການກໍ່ ສ້າງຂຶ້ນມາໃໝ່ ແລະເປັນທີ່ຈັບ ອົກຈັບໃຈ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ນໍາອີກ.

error: Content is protected !!