ປ່ຽນຕົວເອງ ໃຫ້ມີເວລາວ່າງ

ການປ່ຽນຕົວເອງ ໃນເລື່ອງເວລາ ຖ້າຫາກຮູ້ຕົວ (ຫຼືມີຄົນບອກຢູ່ເລື້ອຍໆ) ວ່າ ທ່ານຜິດນັດໝູ່ ຫຼື ບໍ່ຄ່ອຍມີເວລາກັບໄປກິນເຂົ້າຢູ່ເຮືອນເປັນປະຈຳ ເນື່ອງຈາກອຸປະສັກດ້ານເວລາ ຄວນຄຳນຶງດັ່ງນີ້:

  • ຢ່າຄິດວ່າ ຕົວເອງເປັນຄົນເຮັດວຽກທົນສຸດໆ: ຄຳເວົ້ານີ້ ຈະເຮັດໃຫ້ທ່ານບໍ່ຢາກຈະພັກຜ່ອນ. ທາງທີ່ດີ ທ່ານຄວນຮູ້ວ່າ ຕົວເອງ ກໍມີຂີດຈຳກັດ, ເວົ້າອອກມາດັງໆ ວ່າ “ຂ້ອຍບໍ່ໄຫວແລ້ວ” ແລ້ວອອກໄປຫາເວລາພັກຜ່ອນແດ່.
  • ຢ່າກະຕືລືລົ້ນທີ່ຈະສົມບູນແບບ: ຄວາມຄິດທີ່ວ່າ ຈະຜິດພາດບໍ່ໄດ້ເລີຍ ຈະກິນເວລາສ່ວນຕົວຂອງເຈົ້າໄປ ເພາະເຈົ້າຈະເອົາແຕ່ຄິດໃຫ້ມັນສົມບູນທີ່ສຸດຢູ່ຕະຫຼອດ, ຄວນເຮັດທຸກຢ່າງຢ່າງຜ່ອນຄາຍ ແລ້ວເຈົ້າຈະມີເວລາເຫຼືອຄິດຢ່າງອື່ນນໍາ.
  • ເຮັດເລື່ອງສຳຄັນທີ່ສຸດຕອນນັ້ນກ່ອນ: ເມື່ອມີວຽກທີ່ຕ້ອງເຮັດຢູ່ 2 ຢ່າງ ໃຫ້ເລືອກເຮັດວຽກທີ່ສຳຄັນທີ່ສຸດກ່ອນ, ຢ່າກຳນົດຄວາມສຳຄັນຂອງວຽກຈາກ ເສັ້ນຕາຍ (Deadline) ເພາະວຽກທີ່ໃກ້ເສັ້ນຕາຍ ບາງຄັ້ງ ກບໍ່ໍສຳຄັນທີ່ສຸດ.
  • ຫາຄວາມສະດວກໃຫ້ພົບ ເມື່ອຈະໄປໃສ ຫຼື ເຮັດຫຍັງ: ຢ່າລັງເລທີ່ຈະເລືອກສິ່ງທີ່ຈະເຮັດ ໃຫ້ເຈົ້າສະດວກສະບາຍທີ່ສຸດ ເມື່ອຈະໄປໃສ ເລືອກວິທີທີ່ຈະປະຢັດເວລາ ແລະ ຖ້າຫາກມອບໝາຍວຽກໃຫ້ຄົນອື່ນເຮັັດແທນໄດ້ ຈົ່ງມອບໄປໂລດ.
  • ເຈົ້າມີສິດທີ່ຈະປະຕິເສດສະເໝີ: ຢ່າເວົ້າວ່າ “ເຮັດໄດ້” ທັງທີ່ໃຈເຈົ້າຢາກເວົ້າວ່າ “ບໍ່” ເພາະການຮູ້ຈັກປະຕິເສດໃຫ້ເປັນ ຈະຊ່ວຍເຈົ້າຫຼຸດພາລະໄດ້ຫຼາຍຢ່າງ ບໍ່ເຊື່ອກໍລອງເບິ່ງ.

ສິ່ງທີ່ຈະເກີດຂຶ້ນເມື່ອເຮັດສຳເລັດ:

  • ເປັນຄົນມີເວລາຫຼາຍ ເພາະທ່ານຮຽນຮູ້ວິທີ ທີ່ຈະຫຼຸດພາລະຂອງຕົວເອງເປັນແລ້ວ ຈາກການຮຽນຮູ້ທີ່ຈະປະຕິເສດເປັນ ແລະມອບໝາຍວຽກເປັນ.  
  • ວາງແຜນເກັ່ງ: ທ່ານຈະຄຳນວນເວລາໃນຫົວໄດ້ແບບຄ້າວໆ ເມື່ອເຮັດສິ່ງໃດສິ່ງໜຶ່ງ ແລະ ມັນມັກຈະແມ່ນຢຳສະເໝີ.
  • ຮູ້ວ່າ ເວລາໃດຄວນເຮັດຫຍັງ: ທ່ານຈະມີສະຕິສະເໝີ ເມື່ອໃຊ້ເວລາໃນການເຮັດສິ່ງຕ່າງໆ, ທ່ານຈະຮູ້ສຶກຜິດຫຼາຍ ທີ່ປະໃຫ້ຄົນອື່ນຖ້າ ຫຼື ໄປສວາຍ.
  • ບໍ່ເປັນຄົນຊ້າ ອີກຕໍ່ໄປ ເພາະທ່ານຮູ້ແລ້ວວ່າ ຄວນເລືອກວິທີທີ່ຈະເຮັດໃຫ້ໂຕເອງສະດວກສະບາຍ ແລະ ປະຢັດເວລາໄດ້ຫຼາຍທີ່ສຸດ, ທ່ານຈະໄປເຖິງກ່ອນເວລານັດໝາຍສະເໝີ.
  • ເຮັດວຽກທີ່ໄດ້ຮັບມອບໝາຍສຳເລັດໄດ້ໄວຂຶ້ນ: ເປັນຜົນມາຈາກ ການທີ່ທ່ານຮູ້ວ່າ ວຽກໃດສຳຄັນທີ່ສຸດ, ທ່ານຈະມຸ່ງໝັ້ນ ແລະ ມີສະມາທິຈະເຮັດວຽກນັ້ນໆ ໃຫ້ສຳເລັດຢ່າງໄວວາ ແລະ ມີຄຸນນະພາບ.
error: Content is protected !!