4 ໂປຣຕິນ ບໍາລຸງຄວາມຈໍາ

ປາ: ຊີ້ນປາ ອຸດົມໄປດ້ວຍ ກົດອະມິໂນໄທໂຣຊິນ ຊຶ່ງເປັນກົດອະມິໂນທີ່ຮ່າງກາຍສັງເຄາະໄດ້, ມີບົດບາດໃນການກະຕຸ້ນ ແລະ ປັບປ່ຽນການເຮັດວຽກຂອງສະໝອງ, ສາມາດຊ່ວຍຟື້ນຟູຄວາມຈໍາ ແລະ ສານ DHA (Docosahexaenoic acid  ຄື ກົດໄຂມັນຊະນິດບໍ່ອີ່ມໂຕ ຊຶ່ງຈໍາເປັນຕໍ່ຮ່າງກາຍ). ສານດັ່ງກ່າວ ຈະຊ່ວຍໃນການພັດທະນາສະໝອງ ແລະ ສາຍຕາ, ຊ່ວຍເສີມສ້າງຄວາມຈໍາ ແລະ ການຮຽນຮູ້ ພ້ອມທັງຊ່ວຍປ້ອງກັນໂຣກສະໝອງເສື່ອມໄດ້ອີກດ້ວຍ.

ໄຂ່: ເປັນແຫຼ່ງໂປຼຕິນຊັ້ນດີ ເພາະວ່າ ອຸດົມໄປດ້ວຍວິຕາມິນ ແລະ ເກືອແຮ່ທີ່ສຳຄັນ ປະກອບດ້ວຍ ໂປຼຕິນ ເຖິງ 6,3 ກຼາມ, ໄຂມັນ, ວິຕາມິນ A, B, D, E, ຟໍສະຟັດ, ເຫຼັກ, ແຄວຊຽມ, ສັງກະສີ, ໄອໂອດິນ, ຊີລີນຽມ. ໃນນັ້ນ ໃນໄຂ່ແດງຍັງປະກອບໄປດ້ວຍ ໂຄລີນ ຊຶ່ງເປັນສ່ວນປະກອບໃນ ເລຊິຕິນ ເປັນສານຈຳເປັນທີ່ຮ່າງກາຍຈະນຳໄປໃຊ້ ເພື່ອສ້າງສານສື່ປະສາດ ແລະ ມີສ່ວນຊ່ວຍໃນຂະບວນການສົ່ງກະແສປະສາດ ໂດຍສະເພາະໃນສະໝອງສ່ວນທີ່ເຮັດວຽກດ້ານຄວາມຈຳ.

 ນົມຖົ່ວເຫຼືອງ: ເປັນເຄື່ອງດື່ມບຳລຸງສະໝອງທີ່ດີ. ໃນນົມຖົ່ວເຫຼືອງປະກອບໄປດ້ວຍ ວິຕາມິນ A, B1, B2, B6, B12, ຄາໂບໄຮເດຣດ, ແຄວຊຽມ, ຟອສຟັດ, ໄນອາຊິນ ແລະ ເລຊິຕິນ ທີ່ເປັນສານບຳລຸງສະໝອງ, ຊ່ວຍເສີມສ້າງປະສິດທິພາບໃນເລື່ອງຄວາມຈຳແລະ ປ້ອງກັນຄວາມຈຳເສື່ອມ.

ພືດຕະກູນຖົ່ວ: ເປັນໂປຣຕິນທີ່ດີເຊັ່ນກັນ ບໍ່ວ່າຈະເປັນ ຖົ່ວດິນ, ອາລມອນ ແລະ ອື່ນໆ. ໃນໝາກຖົ່ວ ຈະມີວິຕາມິນ E ທີ່ມີສ່ວນເສີມສ້າງຄວາມຈຳ.

error: Content is protected !!