ລາວ-ໄທ ທົບທວນວຽກງານການຮ່ວມມືຂະແໜງອຸດສາຫະກຳ ແລະ ການຄ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ເຈດສະດາ ກະຕາເວທິນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມພົບປະ ເມື່ອວັນທີ 2 ສິງຫາ ນີ້ ທີ່ກະຊວງ ອຄ, ເນື່ອງໃນໂອກາດ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບໜ້າທີ່ເປັນລັດຖະມົນຕີ ກະຊວງ ອຄ ຄົນໃໝ່.
ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງ ອຄ ແລະ ທ່ານທູດຣາຊະອານາຈັກໄທ ໄດ້ທົບທວນການຮ່ວມມືສອງຝ່າຍ ໂດຍສະເພາະຂະແໜງອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາ ຊຶ່ງເຫັນວ່າມີການພົວພັນຮ່ວມມືເປັນປົກກະຕິດີ, ກົນໄກການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ການຊວງພານິດ ຣາຊະອານາຈັກໄທ ກໍໄດ້ມີກົນໄກການຮ່ວມມືໃນ 2 ລະດັບຄື: ໃນລະດັບຂັ້ນແຂວງ: ກອງປະຊຸມແຜນການຮ່ວມມື ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ສຳນັກງານພານິດຈັງຫວັດຊາຍແດນ ລາວ-ໄທ (ຈັດໜຶ່ງຄັ້ງຕໍ່ປີ ໂດຍການປ່ຽນຜຽນກັນເປັນເຈົ້າພາບ) ຊຶ່ງຫຼ້າສຸດແມ່ນຄັ້ງທີ 7 ທີ່ປະເທດໄທ ເນື່ອງຈາກສະພາບໂຄວິດ ຈຶ່ງໄດ້ເລື່ອນ ແລະ ບໍ່ເປັນປົກກະຕິ, ໃນຂະນະທີ່ລະດັບສອງກະຊວງ: ກອງປະຊຸມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງລາວ ແລະ ກະຊວງພານິດຂອງໄທ (ຈັດໜຶ່ງຄັ້ງຕໍ່ປີ ໂດຍການປ່ຽນຜຽນກັນເປັນເຈົ້າພາບ) ຊຶ່ງຫຼ້າສຸດແມ່ນຄັ້ງທີ 7 ທີ່ ສປປ ລາວ ເຮົາເປັນເຈົ້າພາບໃນປີ 2018.
ການຮ່ວມມື ຂະແໜງອຸດສາຫະກຳ ແລະ ການຄ້າ ລະຫວ່າງ ລາວ-ໄທ ໃນໄລຍະຜ່ານມາມີອັນພົ້ນເດັ່ນຫຼາຍດ້ານ ໂດຍສະເພະວຽກງານ ສົ່ງເສີມການຄ້າໄດ້ຮັບໂຄງການຊ່ວຍເຫຼືອຈາກ ລັດຖະບານໄທ (TICA) ຊຶ່ງໂຄງການດັ່ງກ່າວໄດ້ຊ່ວຍ 5 ແຂວງ ຂອງ ສປປ ລາວ ພັດທະນາສິນຄ້າໂອດັອບ ໃຫ້ໄດ້ມາດຕະຖານ, ຜ່ານມາໄດ້ມີການຈັດຝຶກອົບຮົມໝາກກ້ວຍຕາກ ແລະ ກຳລັງລົງເກັບກຳຂໍ້ມູນເພີ່ມເຕີມ ເພື່ອອອກແບບໂຄງການຈາກຊ່ຽວຊານເບື້ອງໄທໃຫ້ແທດ ເໝາະກັບ ທາງເບື້ອງລາວ, ໄດ້ສົ່ງຫົວໜ່ວຍທຸລະກິດລາວ ເຂົ້າຮ່ວມງານວາງສະແດງສິນຄ້າ THAIFEX World of Food Asia ໃນວັນທີ 24-28/5/2022 ທີ່ສູນວາງສະແດງອິມແພັກ ນະຄອນຫຼວງບາງກອກ ຊຶ່ງມີຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານຈໍານວນ 5 ຫົວໜ່ວຍ ແລະ ງານວາງສະແດງສິນຄ້າ The Bangkok Gems and Jewelry Fair ຈະຈັດຂຶ້ນໃນວັນທີ 7-11/9/2022 ທີ່ສູນວາງສະແດງອິມແພັກ 7 ຫົວໜ່ວຍ.
ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປໄທ: ໄຟຟ້າ, ທອງແດງ, ຊີມັງ, ເກືອກາລີ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໄມ້ແປຮູບ, ເກີບ ແລະ ຊິ້ນສ່ວນ, ອຸປະກອນກົນຈັກ ແລະ ສ່ວນປະກອບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ, ຝຸ່ນ (ປຸ໋ຍ), ນ້ຳຕານ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຖົ່ວດິນ- ຖົ່ວເຫຼືອງ, ກະລຳປີ, ມັນຕົ້ນ, ພືດຜັກລວມທັງຮາກ ແລະ ຫົວ ບາງຊະນິດ ທີ່ບໍລິໂພກໄດ້ ແລະ ອື່ນໆ.
ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າຈາກໄທ: ນໍ້າມັນເຊື້ອໄຟ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໃຊ້ໄຟຟ້າ, ສາຍໄຟຟ້າ-ສາຍເຄເບີ້ນ, ເຄື່ອງຈັກ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ພາສຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພາສຕິກ, ຜະລິດຕະພັນທາງເຄມີ, ຊີມັງ, ນ້ຳຕານ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ສັດທີ່ມີຊີວິດ, ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ ແລະ ອື່ນໆ.

(ຂ່າວ-ພາບ: ສຳນານ)

error: Content is protected !!