6 ເດືອນຕົ້ນປີຜ່ານມາ ແຮງງານ ລາວ ສາມາດນຳເງິນຕາເຂົ້າສູ່ປະເທດໄດ້ຫຼາຍກວ່າ 4.5 ລ້ານໂດລາ

ທ່ານ ສຸລິຍາ ຄຳວົງສາ ຮອງຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ສີສຸພັນ ນາມວົງສາ ຮອງຫົວໜ້າພະແນກ ຮສສ ແຂວງສະຫວັນນະເຂດ ໄດ້ເປັນປະທານຮ່ວມໃນກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ຊຶ່ງກອງປະຊຸມໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ພະແນກ ຮສສ ແຂວງສະຫວັນນະເຂດ ຊຶ່ງມີຕາງໜ້າພະແນກ ຮສສ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ເຂົ້າຮ່ວມ.

ທ່ານ ສຸລິຍາ ຄຳວົງສາ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2022 ສາມາດຈັດຫາວຽກເຮັດງານທໍາໄດ້ທັງໝົດ 27,163 ຄົນ ຍິງ 14,100 ຄົນ, ໃນນີ້ຈັດຫາງານພາຍໃນໄດ້ 13,802 ຄົນ ຍິງ 6,528 ຄົນ ແລະ ຈັດສົ່ງແຮງງານໄປເຮັດວຽກຕ່າງປະເທດໄດ້ 13,361 ຄົນ ຍິງ 7,572 ຄົນ. ຄາດຄະເນລາຍຮັບຈາກການໄປເຮັດວຽກຕ່າງ ປະເທດຂອງແຮງງານລາວປະມານ 4,545,000 ໂດລາ/ເດືອນ. ຄາດຄະເນອັດຕາການວ່າງງານໄດ້ຫຼຸດລົງປີລະ 1% ໃນນີ້ຄວາມຕ້ອງການແຮງງານຂອງປະເທດໄທບໍ່ຈຳກັດ, ສ ເກົາຫຼີ ໃນລະບົບ EPS ແມ່ນ 500 ຄົນຕໍ່ປີ, ລະບົບແຮງງານລະດູການປະມານ 1,000 ຄົນຕໍ່ປີ, ຍີ່ປຸ່ນ ບໍ່ຈຳກັດ, ມາເລເຊຍ ບໍ່ຈຳກັດ, ປັດຈຸບັນ ລາວ ມີບໍລິສັດຈັດຫາງານທັງໝົດ 40 ບໍລິສັດ ໃນນັ້ນຈັດຫາງານພາຍໃນມີ 5 ບໍລິສັດ ໂດຍອີງໃສ່ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ ເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013, ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ສະບັບເລກທີ 245/ລບ, ລົງວັນທີ 22/5/2020, ຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຜູ້ອອກແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ສະບັບເລກທີ 0600/ຮສສ, ລົງວັນທີ 23/2/ 2021, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25/03/2022, ນອກຈາກນັ້ນຍັງມີສົນທິສັນຍາສາກົນ, ຖະແຫຼງການອາຊຽນກ່ຽວກັບການປົກປ້ອງສິດທິ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍອີກດ້ວຍ.

ຂ່າວ: ສະຫວັນນະເຂດ

error: Content is protected !!