ຊຽງຂວາງ ຄາດຄະເນ ເສດຖະກິດຈະຂະຫຍາຍຕົວໃນລະດັບ 6% ໃນປີນີ້

ແຂວງ ຊຽງຂວາງ ຈະຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕິດພັນກັບວາລະແຫ່ງຊາດ ໂດຍຄາດຄະເນໝົດປີນີ້ ເສດຖະກິດຈະຂະຫຍາຍ ຕົວໃນລະດັບ 6%, ລວມຍອດຜະລິດຕະພັນພາຍໃນບັນລຸ 4,092 ຕື້ກີບ, ສະເລ່ຍລາຍຮັບ GDP 1,653 ໂດລາຕໍ່ຄົນຕໍ່ປີ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2022 ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ ໄດ້ເປີດເຜີຍຕໍ່ສື່ມວນຊົນວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີຜ່ານມາແຂວງ ຊຽງຂວາງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຕິດພັນກັບວາລະແຫ່ງຊາດ ຊຶ່ງຄາດຄະເນວ່າ ໝົດປີນີ້ ເສດຖະກິດຂອງແຂວງຈະຂະຫຍາຍຕົວໃນລະດັບ 6%, ລວມຍອດຜະລິດຕະພັນພາຍໃນມູນຄ່າ 4.092 ຕື້ກີບ, ສະເລ່ຍລາຍຮັບ GDP 1,653 ໂດລາຕໍ່ຄົນຕໍ່ປີ, ໃນຂະນະທີ່ການຈັດເກັບລາຍຮັບງົບປະມານບ້ວງທ້ອງຖິ່ນປະຕິບັດໄດ້ແລ້ວ 42.27 ຕື້ກີບ, ເທົ່າກັບ 64.8% ຂອງແຜນປີ ແລະ ປະຕິບັດລາຍຈ່າຍໄດ້ 208.7 ຕື້ກີບ ເທົ່າກັບ 66.4% ຂອງແຜນປີ, ລະດົມທຶນທົ່ວສັງຄົມ ໄດ້ທັງໝົດ 999.48 ຕື້ກີບ ເທົ່າກັນ 34,71% ຂອງແຜນປີ. ໃນນັ້ນເດັ່ນກວ່າໝູ່ແມ່ນການລົງທຶນດ້ານສິນເຊື່ອທະນາຄານ 726 ຕື້ກີບ ກວມ 72.6%, ໄດ້ເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າຢ່າງກວ້າງຂວາງ ແລະ ວ່ອງໄວ-ທັນລະດູການ; ສາມາດປັກດໍາເຂົ້ານາປີ ສໍາເລັດຕາມແຜນທີ່ວາງໄວ້.

ທ່ານກ່າວຕື່ມວ່າ: ແຂວງຊຽງຂວາງ ໄດ້ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ໂດຍຕິດພັນກັບ 2 ວາລະແຫ່ງຊາດ ເປັນຕົ້ນການຄຸ້ມຄອງລາຍຈ່າຍແມ່ນໄດ້ເອົາໃຈໃສ່ຄຸ້ມຄອງຕາມທິດປະຢັດ ຢ່າງເຂັ້ມງວດ. ອັນທີ່ພົ້ນເດັ່ນແມ່ນສາມາດປະຢັດຈາກການລົງທຶນຂອງລັດໄດ້ທັງຫມົດ 78,26 ຕື້ກີບ ຊຶ່ງໄດ້ຈາກການຕໍ່ລອງໂຄງການນອກແຜນກ່ອນຈັດສັນເຂົ້າແຜນຈໍານວນ 25 ໂຄງການໄດ້ 16.8 ຕື້ກີບ,ການຕໍ່ລອງຫັກມູນຄ່າບັນດາໂຄງການ ທີ່ຜ່ານການກວດກາຈາກອົງການກວດກາແຫ່ງລັດ ໂຄງການມູນຄ່າ 10 ຕື້ຂຶ້ນ ແລະ 10 ຕື້ລົງມາ ໄດ້ 21,5 ຕື້ກີບ, ການປະມູນຈັດຊື້-ຈັດຈ້າງຫຼຸດຈາກມູນຄ່າໂຄງການ ທີ່ສະພາຮັບຮອງ 39.95 ຕື້ກີບ, ການຊຸກຍູ້ ແລະ ຈັດເກັບລາຍຮັບແຂວງພວກເຮົາຈະສຸມໃສ່ຕາມທ່າແຮງຄື: ສຸມໃສ່ປັບປຸງຖານລາຍຮັບຖາວອນໃຫ້ຫຼາຍຂຶ້ນຜ່ານມາແຂວງໄດ້ມີການທົດລອງ 2 ບ້ານ ເຫັນວ່າທ່າແຮງການຈັດເກັບລາຍຮັບຫຼາຍກວ່າ 5 ເທົ່າຕົວ, ສືບຕໍ່ໄລ່ລຽງຄ່າພາກຫຼວງ ແລະ ອົງກອນຕ່າງໆ ຈາກບັນດາໂຄງການລົງທຶນຂອງເອກະຊົນ ແລະ ເລັ່ງທວງໃຫ້ຜູ້ປະກອບການມອບເຂົ້າງົບປະມານ ຢ່າງເຂັ້ມງວດ, ສູ້ຊົນຍາດແຍ່ງສ່ວນແບ່ງ ລາຍຮັບການຂຸດຄົ້ນແຮ່ແບບທົດລອງ ຈາກສູນກາງ ເພື່ອເປັນທຶນພັດທະນາແຂວງ, ສຸມໃສ່ປັບປຸງຖານລາຍຮັບທົ່ວໄປ ໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ໂດຍຫັນໃສ່ການນໍາໃຊ້ເຄື່ອງມືທີ່ທັນສະໄໝ (ລະບົບແທັກລິສ), ສ່ວນການແກ້ໄຂບັນຫາຢາເສບຕິດແຂວງໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທ່ານກ່າວໃຫ້ຮູ້ຕື່ມວ່າ: ການປະຕິບັດນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ຂອງແຂວງຊຽງຂວາງ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກແຂວງ ໄດ້ກໍານົດ 3 ແຜນງານບຸລິມະສິດ, ໃນນັ້ນ, ໄດ້ຖືເອົາການລ້ຽງສັດໃຫຍ່ກາຍເປັນສິນຄ້າ ເປັນບຸລິມະສິດທີ 1, ຜ່ານມາແຂວງໄດ້ເອົາໃຈໃສ່ຊຸກຍູ້ ແລະ ປຸກລະດົມທຸກພາກສ່ວນທົ່ວສັງຄົມ ຫັນມາລ້ຽງສັດໃຫຍ່ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ຢ່າງເປັນຂະບວນກວ້າງຂວາງ ໂດຍລ້ຽງແບບເປັນຟາມ, ແບບທອມເປັນຄອບຄົວ, ເດັ່ນກວ່າໝູ່ແມ່ນ ຟາມວີນາມິວລາວ-ຈຣາໂກ ຊຶ່ງເປັນການລົງທຶນຂອງເອກະຊົນຕ່າງປະເທດປັດຈຸບັນໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນລະບົບໂຮງງານຜະລິດນົມ, ສວນປູກຫຍ້າເພື່ອເປັນອາຫານສັດ ແລະ ອື່ນໆ. ເມື່ອບໍ່ດົນມານີ້ຟາມດັ່ງກ່າວໄດ້ນໍາເຂົ້າແນວພັນງົວນົມ ຈາກສະຫະລັດອາເມຣິກາ ຈໍານວນ 1,022 ໂຕ ເພື່ອຜະລິດນົມສົ່ງອອກ. ປັດຈຸບັນທົ່ວແຂວງມີສັດໃຫຍ່ປະເພດງົວ, ຄວາຍ, ມ້າ ທັງໝົດ 259,471 ໂຕ, ໃນ 6 ເດືອນຕົ້ນປີແຂວງພວກເຮົາສາມາດສົ່ງອອກ 4,655 ໂຕ ແລະ ມີທົ່ງຫຍ້າ ແລະ ເນື້ອທີ່ປູກຫຍ້າ ເພື່ອເປັນອາຫານສັດ ທັງໝົດ 46,695 ຮຕ.

(ຂ່າວ: ສຳນານ)

error: Content is protected !!