ເປີດໃຫ້ບໍລິການແລ້ວ ຮ້ານສະດວກຊື້ BigTree ສາຂາໜອງໜ່ຽງ

ໃນວັນທີ ວັນທີ 29 ກໍລະກົດ 2022 ທີ່ຜ່ານມາ ບໍລິສັດ ບິກທຣີ ການຄ້າ ຈຳກັດ ໄດ້ມີພິທີເປີດຮ້ານສະດວກຊື້ BigTree ແລະ ຮ້ານກາເຟ Treekoff ສາຂາໜອງໜ່ຽງ, ນະຄອນຫຼວງ ວຽງຈັນ. ໂດຍມີທ່ານ ທິນນະກອນ ເພັດຄໍາພູ ປະທານ ບໍລິສັດ ບິກທຣີ ການຄ້າ ຈຳກັດ,  ທ່ານ ເອກະສິດ ວິລະດາ ຜູ້ອຳນວຍການ ບໍລິສັດ ບິກທຣີ ການຄ້າ ຈຳກັດ ພ້ອມດ້ວຍ ຄູ່ຮ່ວມທຸລະກິດ, ແຂກຖືກເຊີນ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ເອກະສິດ ວິລະດາ ຜູ້ອຳນວຍການ ບໍລິສັດ ບິກທຣີ ການຄ້າ ຈຳກັດ ໄດ້ກ່າວວ່າ: “ພວກເຮົາໄດ້ໂອ້ລົມກັນກັບບັນດາຫຸ້ນສ່ວນເຊິ່ງມີຄວາມຄິດທີ່ວ່າຢູ່ໃນລາວແມ່ນເຮົາກໍມີຮ້ານສະດວກຊື້ທີ່ກໍ່ຕັ້ງໂດຍຄົນລາວແລ້ວການພັດທະນາລະບົບໃນຮ້ານ ຫຼື ລະບົບອື່ນໆແມ່ນຍັງໜ້ອຍ. ພວກເຮົາກໍເລີຍເຫັນໃນຈຸດນີ້ ແລະ ເຫັນວ່າຈະລອງມາແຂ່ງຂັນໃນສະໜາມນີ້ເບິ່ງດ້ວຍຄວາມທ້າທາຍທີ່ມັນມີການແຂ່ງຂັນສູງແລ້ວຕະຫຼາດມັນກໍໃຫຍ່ແຕ່ພວກເຮົາເຊື່ອວ່າດ້ວຍຄວາມຮູ້ຄວາມສາມາດຂອງຂາຫຸ້ນຂອງພວກເຮົາມາລວມໂຕກັນ ກໍຈະສາມາດແຂ່ງຂັນໄດ້ ລະກະພວກເຮົາກໍຢາກເປັນຮ້ານສະດວກຊື້ທີ່ສາມາດຮວບຮວມບັນດາຮ້ານນີ້ຕ່າງໆມາຢູ່ໃນເຄືອຂ່າຍຂອງເຮົາ ເພື່ອໃຫ້ເກີດມີການຕໍ່ລອງຂອງການສັ່ງສິນຄ້າ ແລະ ກາຍເປັນເຄືອຂ່າຍຮ້ານຄ້າທີ່ໃຫຍ່ທີ່ສຸດໃນລາວອັນນັ້ນແມ່ຈຸດປະສົງຫຼັກໆຂອງເຮົາ. “

ສາຂາໜອງໜ່ຽງທີ່ເປີດໃໝ່ນີ້ ເປັນສາຂາຫຼັກຂອງບໍລິສັດ ເຊິ່ງຕັ້ງແຕ່ເປີດໃຫ້ບໍລິການຕັ້ງແຕ່ປີ 2021 ມາຈົນຮອດປັດຈຸບັນ BigTree ມີທັງໝົດ 8 ສາຂາແລ້ວ ປະກອບດ້ວຍ: ໂພນທັນ, ສາຍລົມ, ເມືອງນ້ອຍ-ຊຽງດາ, ຕະຫຼາດເຂດດົງໂດກ, ທົ່ງສ້າງນາງ, ດອນກອຍ, ອາມອນ ແລະ ໜອງໜ່ຽງ ເຊິ່ງເປັນສາຂາໃໝ່ສຸດ.

ພ້ອມດຽວກັນນັ້ນ, ທ່ານ ເອກະສິດ ຍັງໄດ້ບອກໃຫ້ຮູ້ກ່ຽວກັບສາຂາໜອງໜ່ຽງຕື່ມວ່າ ໜອງໜ່ຽງເປັນສາຂາທີ່ແຍກ Treekoff ອອກຈາກ BigTree ເປັນສາຂາທຳອິດ. “ຜ່ານມາ Treekoff ຈະຢູ່ທາງໃນ BigTree ຍ່າງເຂົ້າໄປຈຶ່ງເຫັນ ແຕ່ວ່າໃນສາຂານີ້ແມ່ນມີຄວາມພິເສດຈາກສາຂາອື່ນແມ່ນມີການແຍກອອກມາເລີຍ. ນອກນັ້ນ, ສະຖານທີ່ກໍມີຄວາມກວ້າງຂວາງກ່ອນບອນອື່ນ ແລະ ຮ້ານກໍຂ້ອນຂ້າງໃຫຍ່. ພ້ອມທັງຢູ່ຈຸດທີ່ທຳເລດີຂ້ອນຂ້າງຈະຢູ່ໃນເມືອງຢູ່. ອີກຢ່າງໜຶ່ງສາຂານີ້ເປັນສາຂາທີ່ຫຼັງຈາກເຮົາເປີດມາແລ້ວເຄິ່ງປີປາຍໆເກືອບໜຶ່ງປີ ເປັນສາຂາທີ່ມີປະສົບການຫຼັງຈາກທີ່ເຮັດມາແລ້ວ ເຮົາກໍເລີຍເຊື່ອໝັ້ນວ່າມັນໜ້າຈະອອກມາສົມບູນແບບກວ່າສາຂາອື່ນ.”

.

BigTree ຍັງເປີດຮັບແຟຣນໄຊນຳອີກ  ຖ້າທ່ານໃດສົນໃຈຢາກເຂົ້າຮ່ວມເປັນຄອບຄົວດຽວກັນກັບ BigTree ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ BigTree ບິກທຣີ ຫຼື Treekoff ຫຼື ໂທລະສັບ 0205599 1799.

error: Content is protected !!