ອຸບັດຕິເຫດລົດເມບັນທຸກ ນັກທ່ອງທ່ຽວ ໄທ ຕຳລົດບັນທຸກທີ່ ແຂວງ ສະຫວັນນະເຂດ

ເວລາ​ 21: 42 ນາທີ​ ວັນທີ​ 31 ກໍລະກົດ​ 2022 ນີ້​ ມີລາຍງານຈາກອາສາກູ້ໄພ ແຂວງ ສະຫວັນນະເຂດ ວ່າມີລົດເມບັນທຸກນັກທ່ອງທ່ຽວຂາວໄທ (ລົດທົວໄທ) ທີ່ເດີນທາງຈາກ ຫວຽດນາມ​ ມມາຕາມເສັ້ນທາງເລກ 9 ມຸ່ງໜ້າ​ສູ່​ຕົວເມືອງຂອງ ແຂວງ ສະຫວັນນະເຂດ ເກີດ​ອຸບັດເຫດ ຕຳກັບ​ລົດບັນທຸກ​ ຢູ່ບ້ານ​ ຫລຽນໄຊ,​ ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ.

ເບື້ອງຕົ້ນ​ມີຜູ້​ບາດເຈັບ​ 24 ຄົນ​ຖືກສົ່ງໂຮງໝໍດົງເຫັນ ແລະ​ ມີຜູ້ເສຍຊີວິດ​ຄາ​ທີ່​ 5 ຄົນ. ລາຍລະອຽດຈະລາຍງານຕາມຫຼັງ.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ.

ໄລຍະນີ້ເປັນໄລຍະໜ້າຝົນເຮັດໃຫ້ການເດີນທາງພົບຄວາມຫຍຸ້ງຍາກສ່ຽງຕໍ່ການເກີດອຸບັດຕິເຫດໄດ້ງ່າຍ ຂໍໃຫ້ທຸກທ່ານຂັບຂີ່ດ້ວຍຄວາມລະມັດລະວັງ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.

ຂໍ້ມູນຈາກ: ເຟສບຸກ K’katiay Bouddy

error: Content is protected !!