ເຂົ້າຈັບຜູ້ລັກລອບຕັ້ງໂຮງເລື່ອຍໄມ້ເຖື່ອນ!!

ໃນວັນທີ 25 ກໍລະກົດ 2022, ພາຍຫຼັງເຈົ້າໜ້າທີ່ໄດ້ສືບຮູ້ວ່າ ມີບຸກຄົນລັກລອບຕັ້ງໂຮງເລື່ອຍໄມ້ຢູ່ບ້ານກົ້ວ ເຂດ ຕີນພູພະນັງ ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງ ສັງທອງ ຈິ່ງໄດ້ສົມທົບກັບກອງກວດກາປ່າໄມ້ ແລະ ກອງບັນຊາການ ທະຫານ ເມືອງສັງທອງ ເຂົ້າກວດກາໂຮງເລື່ອຍໄມ້ຫຼັງດັ່ງກ່າວ ພົບວ່າ ບໍ່ມີໃບອະນຸຍາດປະກອບທຸລະກິດຕັ້ງໂຮງງານເຟີນິເຈີເລື້ອຍໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ກັກຕົວເຈົ້າຂອງກິດຈະການ ຄື ທ້າວ ພຸດທະສັນ ພ້ອມຍຶດຂອງກາງຄື: ລົດ 6 ລໍ້ ຍີ່ຫໍ້ ອີຊຸຊູ ສີຟ້າຂາວ ປ້າຍທະບຽນ ບກ 4974 ຈຳນວນ 01 ຄັນ, ໄມ້ຈຳນວນ 13 ຕັບ (ປະເພດໄມ້ຕ້ອງ), ຈັກປັ່ນໄຟຟ້າ ຈຳນວນ 01 ເຄື່ອງ, ຈັກຄູໂບຕ້າ ພ້ອມໂຕະເລື່ອຍໄມ້ ຈຳນວນ 01 ຊຸດ, ຊຸດລາງເລື່ອນເລື່ອຍວົງເດືອນຊອຍໄມ້ ຈຳນວນ 01 ຊຸດ ແລະ ປໍ້າລົມ ຈຳນວນ 01 ເຄື່ອງ ມາທໍາການສືບສວນ-ສອບສວນ.

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງ ສັງທອງ ໃຫ້ຮູ້ວ່າ: ເຈົ້າຂອງກິດຈະການຊື່ ທ້າວ ພຸດທະສັນ ອາຍຸ 46 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໃນຊ່ວງເດືອນ ເມສາ 2022 ທ້າວ ພຸດທະສັນ ໄດ້ເຂົ້າມາທໍາການບຸກເບີກດິນຢູ່ເຂດບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃກ້ກັບຕີນພູພະນັງ ເພື່ອເປັນສະຖານທີ່ຕັ້ງໂຮງງານເລື່ອຍໄມ້ ພາຍຫຼັງກະກຽມສະຖານທີ່ສຳເລັດ ກໍ່ໄດ້ປຸກສາງໂຮງເລື່ອຍ ຂະໜາດກວ້າງ 6 ແມັດ ຍາວ 12 ແມັດ ຈໍານວນ 01 ຫຼັງ, ປຸກແຄ້ມໃຫ້ກຳມະກອນນອນພັກ ເຊົາ ຈຳນວນ 02 ແຄ້ມ, ຈາກນັ້ນ ຈຶ່ງໄດ້ນຳເອົາເຄື່ອງຈັກຊຸດລາງເລື່ອນເລື້ອຍວົງເດືອນມາທຳການຕິດຕັ້ງຈຳນວນ 01 ຊຸດ ພ້ອມໂຕະເລື່ອຍໄມ້ຈຳນວນ 01 ຊຸດ ໂດຍມີກຳມະກອນຮັບຈ້າງຈຳນວນ 03 ຄົນ, ສຳລັບໄມ້ທີ່ນຳມາເລື້ອຍ ແມ່ນຊື້ນໍາປະຊາຊົນ ເຂດບ້ານ ນາພົງ, ເມືອງ ຫີນເຫີບ, ແຂວງ ວຽງຈັນ, ເຊິ່ງໄດ້ແປຮູບເປັນໄມ້ແປ້ນແບບ ແລະ ໄມ້ເສັ້ນ ຂະໜາດຕ່າງໆ ຕາມການສັ່ງຈອງຂອງລູກຄ້າ, ພ້ອມທັງຂາຍໃຫ້ປະຊາຊົນເຂດໃກ້ຄຽງ ແລະ ຮ້ານຂາຍໄມ້ທົ່ວໄປໃນນະຄອນຫຼວງວຽງຈັນ; ການກະທໍາດັ່ງກ່າວນີ້ຖືວ່າເປັນການລະເມີດຄຳສັ່ງເລກທີ 15/ນຍ ລົງວັນທີ 13 / 05 / 2016 2Xf2E6aEU7n685eHEbXGYHrmWn2y7a62UWBrtZzodVdD ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ພ້ອມທັງຜິດຕໍ່ກົດໝາຍອາຍາ ມາດຕາ 311 ວ່າດ້ວຍການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້ ເຊິ່ງມີໂທດຕັດອິດສະລະພາບແຕ່ ຫົກເດືອນ ຫາ ຫ້າປີ ແລະ ປັບໃໝແຕ່ 10,000,000 ກີບ ຫາ 100,000,000 ລ້ານກີບ.

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສັງທອງ ກຳລັງເລັ່ງສືບສວນ-ສອບສວນ ເພື່ອ ສະຫຼຸບສຳນວນຄະດີ ຄຳສັ່ງກັກຕົວຜູ້ກ່ຽວເພື່ອດຳເນີນຄະດີຕາມກົດໝາຍ.

ແຫຼ່ງທີ່ມາ: ປກສ ນວ.

error: Content is protected !!