ບໍລິສັດ ລົດໄຟ ລາວ-ຈີນ ຈະເພີ່ມຖ້ຽວລົດໄຟ EMU ຖ້ຽວ C86/5 ຈາກ ນວ ໄປສະຖານີ ເມືອງ ໄຊ

ແຫລ່ງຂ່າວຈາກ ບໍລິສັດ ລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ບໍລິສັດ ລົດໄຟລາວ-ຈີນ ຈະເພີ່ມຖ້ຽວລົດໄຟ EMU ຖ້ຽວ C86/5 ຈາກນະ ຄອນຫລວງວຽງຈັນ(ນວ) ໄປສະຖານີ ເມືອງໄຊ ໃນລະຫວ່າງ ວັນທີ 28-31 ກໍລະກົດ 2022 ເນື່ອງຈາກປະລິມານຜູ້ໂດຍສານທີ່ຕ້ອງການຊື້ປີ້ເດີນທາງໃນໄລຍະນີ້ ມີຈຳນວນຫລວງຫລາຍ; ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຫັນເຖິງຄວາມສຳຄັນຕໍ່ການບໍລິການຕໍ່ທຸກໆທ່ານ, ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຂອງພວກເຮົາ, ພວກເຮົາໄດ້ເຮັດແບບສອບຖາມ ເຖິງຄວາມຄິດເຫັນຂອງທຸກໆ ທ່ານກ່ຽວກັບຮູບແບບການຊື້ປີ້ ແລະ ການບໍລິການ, ຜ່ານການສັງລວມເຖິງຄຳຄິດເຫັນຈຳນວນຫລາຍ ສົມທົບກັບເງື່ອນ ໄຂທີ່ມີໃນປັຈຸບັນ.

ຜ່ານການຄົ້ນຄ້ວາ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈິ່ງໄດ້ຕົກລົງເພີ່ມຂະ ບວນລົດໄຟ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫລວງວຽງຈັນ ຫາ ສະຖານີເມືອງ ໄຊ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 28-29 ກໍລະກົດ 2022 ແລະ ປັບລົດໄຟ EMU ຖ້ຽວ C84/3 ທີ່ນໍາໃຊ້ຢຸ່ໃນປັດຈຸບັນ ໃຫ້ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ແລະ ເພີ່ມຖ້ຽວ C92/1 ທີ່ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ແລ່ນຈາກສະຖານີນະຄອນຫລວງວຽງຈັນ ຫາ ສະຖານີຫລວງພະບາງ ໄປ-ກັບທັງໝົດ 2 ຄູ່ໃນລະຫວ່າງວັນທີ 30-31 ກໍລະກົດ 2022, ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານໃນສ່ວນໃຫຍ່.

ພ້ອມກັນນັ້ນ, ບໍລິສັດ ລົດໄຟລາວ-ຈີນ ຍັງໄດ້ຊີ້ແຈງມາຍັງບັນດາທ່ານ ໃນບາງຄໍາເຫັນຂອງຜູ້ໂດຍສານຈຳນວນໜຶ່ງວ່າ ເປັນຫຍັງພວກເຮົາບໍ່ແລ່ນລົດໄຟໂດຍສານໃນຍາມກາງຄືນ. ຕໍ່ກັບບັນຫາດັ່ງກ່າວ ໂດຍອີງຕາມລະບຽບການທາງດ້ານຄວາມປອດໄພ ແລະ ທາງດ້ານເຕັກນິກ, ລົດໄຟທີ່ແລ່ນຂົນສົ່ງຜູ້ໂດຍສານໃນຍາມກາງເວັນແລ້ວ ແມ່ນຈະຕ້ອງໄດ້ມີການກວດກາສ້ອມແປງລະບົບຄືນທັງໝົດ ເພື່ອຮັບປະກັນຄວາມປອດໄພ ກ່ອນອອກເດີນທາງຂົນສົ່ງຜູ້ໂດຍສານໃນມື້ຕໍ່ໄປ ເນື່ອງຈາກພວກເຮົາຕ້ອງຄຳນຶງເຖິງຄວາມປອດໄພຂອງຜູ້ໂດຍສານເປັນຫລັກ.

ດັ່ງນັ້ນ, ການຄົ້ນຄວ້າໃນການເພີ່ມຖ້ຽວລົດໄຟ ແມ່ນບົນພື້ນຖານຮັບປະກັນທາງດ້ານລະບຽບການທາງດ້ານເຕັກນິກ-ຄວາມປອດໄພ ແລະ ອີງໃສ່ຂີດຄວາມສາມາດສູງສຸດ ເພື່ອມາເພີ່ມ ຫລື ຕໍ່ຖ້ຽວຂະບວນລົດໄຟ. ສະນັ້ນ, ຕໍ່ກັບຄຳເຫັນຂອງບາງພາກສ່ວນແມ່ນຍັງບໍ່ສາມາດຕອບສະໜອງໄດ້. ບໍລິສັດ ລົດໄຟລາວ-ຈີນ ຈະສືບຕໍ່ຊຸກຍູ້ ເພື່ອພັດທະນາການບໍລິການຂາຍປີ້ ແລະ ຈະບໍ່ຢຸດຢັ້ງທີ່ຈະປັບປຸງຂອດການບໍລິການຜູ້ໂດຍສານ ໃຫ້ດີຂຶ້ນເລື້ອຍໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກໆທ່ານ.

error: Content is protected !!