ເປີດໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ໄລຍະ II

ພີທີເປີດໂຄງການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ໄລຍະ II ໄດ້ຈັດຂຶ້ນວັນທີ 25 ກໍລະກົດ 2022 ທີ່ ໂຮງແຮມ ຄລາວພລາຊາ ມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທ່ານ ນາງ Joy M. Sakurai ອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ລາວ ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີ ການສັງຄົມ ແຂວງ ຊຽງຂວາງ ພ້ອມດ້ວຍຫົວໜ້າອົງການເກັບກູ້ລະເບີດແມັກ ປະຈຳ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ- ສັງຄົມ ຂອງທ້ອງຖິ່ນ ແຂວງຊຽງຂວາງໂດຍການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງອອກຈາກເນື້ອທີ່ດິນບ່ອນທີ່ມີການພັດທະນາ ແລະ ດິນທຳການຜະລິດດ້ານກະສິກຳຂອງພໍ່-ແມ່ປະຊາຊົນ ພ້ອມດຽວກັນນັ້ນ ກໍເພື່ອເປັນການສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃຫ້ບັນລຸເປົ້າໝາຍດ້ານການພັດທະນາແບບຍືນຍົງທີ 18 ໂດຍການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນໄລຍະຍາວຢູ່ ສປປລາວ ໂຄງການດັ່ງກ່າວ ແມ່ນມີທີ່ຕັ້ງ ຢູ່ 7 ເມືອງຂອງແຂວງຊຽງຂວາງຄື: ເມືອງ ໜອງແຮດ, ເມືອງ ຄູນ, ເມືອງ ຜາໄຊ, ເມືອງ ແປກ, ເມືອງ ພູກູດ, ເມືອງ ຄໍາ ແລະ ເມືອງ ໝອກ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 4 ກິດຈະກຳຫຼັກຄື ສໍາຫຼວດທີ່ບໍ່ແມ່ນທາງດ້ານວິຊາການ ໂຄສະນາສຶກສາຄວາມສ່ຽງໄພຕໍ່ລະເບີດບໍ່ທັນແຕກ (ລບຕ) ສໍາຫຼວດທາງດ້ານວິຊາການ ແລະ ທໍາລາຍລະເບີດເຄື່ອນທີ່ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສະຫະລັດ ອາເມຣິກາ ມູນຄ່າ 7.6 ລ້ານໂດລາສະຫະລັດ ມີໄລຍະການຈັດຕັ້ງປະຕິບັດໂຄງການແຕ່ວັນທີໄດ້ຮັບການອະນຸມັດຈົນເຖິງວັນທີ 31 ທັນວາ 2022 ໂຄງການດັ່ງກ່າວ ແມ່ນໂຄງການທີ່ໄດ້ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໂດຍຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ. ນັບແຕ່ປີ 2018 ເປັນຕົ້ນມາ ລັດຖະບານສະຫະລັດອາເມຣິກາແມ່ນໄດ້ໃຫ້ທຶນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການສຳຫຼວດລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ແຂວງ ຊຽງຂວາງ ມູນຄ່າ 14.7 ລ້ານໂດລາສະຫະລັດ ໂດຍມີໄລຍະຂອງການຈັດຕັ້ງປະຕິບັດແຕ່ປີ 2018 ຮອດ ເດືອນ ທັນວາ 2021 ແລະ ໄດ້ມີການດັດແກ້ເພີ່ມງົບປະມານ ແລະ ກິດຈະກຳເຂົ້າໃສ່ໂຄງການສຳຫຼວດເພີ່ມອີກມູນຄ່າ 6.5 ລ້ານໂດລາສະຫະລັດ ມາຮອດປັດຈຸບັນ ເປັນໄລຍະທີ II ລວມມູນຄ່າທັງໝົດປະມານ 28.74 ລ້ານ ໂດລາສະຫະລັດ ຕາມການອະນຸມັດຕົວຈິງຂອງກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ລາວ ໃນການອະນຸມັດໂຄງການທີ່ໄດ້ຮັບການສະໜັບສະໜູນຜ່ານອົງການເກັບກູ້ລະເບີດ ແມັກ ປະຈຳ ລາວ ເຊິ່ງເປັນໜຶ່ງໃນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດໜ້າເປັນອົງການປະຕິບັດງານດ້ານວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ.

(ຂໍ້ມູນ:ຂ່າວສານຮສສ)

error: Content is protected !!