ເປີດນໍາໃຊ້ລະບົບຖານຂໍ້ມູນອອນລາຍຄຸ້ມຄອງການສຶກສາ-ກິລາ ຢູ່ ລາວ

ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການໃນວັນທີ 25 ກໍລະກົດ 2022 ເຊິ່ງເປັນລະບົບດີຈິຕອລ ທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜູນການຕິດຕາມ, ປະເມີນຜົນ ແລະ ກຳນົດນະໂຍບາຍຕ່າງໆຂອງຂະແໜງການ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ຂັ້ນສູນກາງ ຮອດທ້ອງຖິ່ນ ເຂົ້າຮ່ວມເປີດນຳໃຊ້ລະບົບດັ່ງກ່າວ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫະພາບ ຢູໂຣບ ແລະ ອົງການ ຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາ ລະບົບ LESMIS ພາຍໃຕ້ ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES), ເຊິ່ງລະບົບ LESMIS ຈະເຮັດໜ້າທີ່ເປັນລະບົບຄຸ້ມຄອງຂໍ້ມູນສູນກາງ ທີ່ຈະຊ່ວຍສະໜອງການເຂົ້າເຖິງ ຂໍ້ມູນການສຶກສາທັງໝົດໃນ ສປປ ລາວ, ເປັນລະບົບທີ່ສາມາດເຂົ້າເຖິງໄດ້ຜ່ານທາງອອນລາຍ ເເລະ ໃນຮູບເເບບເເອັບ ໂດຍຂັ້ນສູນກາງ ຫລື ຂັ້ນທ້ອງຖິ່ນ ແລະ ໂຮງຮຽນ.

ທ່ານນາງ ອີນາ ມາກຊີອູລີໂອເນເຕ ເອກອັກຄະລັດຖະທູດ ສະຫະພາບ ຢູໂຣບ ປະຈຳ ສປປ ລາວ ກ່າວວ່າ: ລະບົບ LESMIS ຖືກອອກແບບມາເພື່ອເປັນລະບົບຄຸ້ມຄອງຂໍ້ມູນສູນກາງ ສໍາລັບຂະແໜງການ ແລະ ຈະປັບປຸງການຄຸ້ມຄອງຂໍ້ມູນການສຶກສາໂດຍລວມໃນ ສປປ ລາວ ເຊິ່ງສະຫະພາບ ຢູໂຣບ ແລະ ອົງການ ຢູນິເຊັບ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການບັນລຸເປົ້າໝາຍທີ່ກໍານົດໄວ້ໃນ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ (ESSDP) ເຊັ່ນດຽວກັນ. ຄຽງຄູ່ກັນນີ້, ອົງການອຸຍນີເຊບ ຈະສືບຕໍ່ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິ ລາ ໃນການດຳເນີນວຽກງານຂອງ LESMIS ແລະ ການສ້າງຄວາມສາມາດຂອງພະນັກງານເພື່ອໃຫ້ສາມາດ ນຳໃຊ້ລະບົບດັ່ງກ່າວໄດ້ຢ່າງເຕັມທີ່.

ໃນໂອກາດດຽວກັນ, ສະຫະພາບ ຢູໂຣບ ແລະ ອົງການ ຢູນິເຊັບ ຍັງໄດ້ມອບອຸປະກອນ ICT ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເປັນຕົ້ນ, ຄອມພິວເຕີໂນດບຸກ 333 ເຄື່ອງ, ແທັບເລັດ 1,668 ໜ່ວຍ ແລະ ໂທລະພາບ ພ້ອມຊຸດຈານຮັບສັນຍານ 456 ຊຸດ, ລວມມູນຄ່າທັງໝົດ 899,000 ໂດລາ ເຊິ່ງອຸປະກອນດັ່ງກ່າວ, ຈະຊ່ວຍສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການຍົກລະດັບທັກສະດ້ານດີຈິຕອນ ໃນຂົງເຂດວຽກງານທີ່ສຳຄັນອື່ນໆ ພາຍໃຕ້ PSES, ລວມເຖິງວຽກງານປະກັນຄຸນນະພາບການສຶກສາ ແລະ ການເຜີຍແຜ່ຖານຂໍ້ມູນການຮຽນ-ການສອນ ອອນລາຍ ຂອງກະຊວງສຶກສາທິການ ແລະ ກິລາ.

ນອກຈາກນັ້ນ, ຍັງໄດ້ມອບອຸປະກອນ ICT ເປັນຕົ້ນ ຄອມພິວເຕີໂນດບຸກ 200 ເຄື່ອງ, ໂປເຈັກເຕີເຄື່ອນທີ່ 200 ເຄື່ອງ, ແທັບເລັດ 450 ໜ່ວຍ ແລະ ໂທລະພາບ 300 ຊຸດ, ລວມມູນຄ່າ 364,724 ໂດລາ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງສະ ໜອງໃຫ້ໂດຍຜ່ານການສະໜັບສະໜູນຂອງ ກອງທຶນຮ່ວມມືສາກົນ ເພື່ອການສຶກສາ ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ ພະຍາດ ໂຄວິດ-19 ຂອງຂະແໜງການສຶກສາ.

error: Content is protected !!