ທີມນັກກິລາ ລາວ  U8 ກັບຮອດ ລາວ ແລ້ວ! ພ້ອມດ້ວຍຂັນລາງ Champions

ຄ່ຳຄືນຂອງວັນທີ 25/07/2022 ທິມຣິໂຣ້ນ້ອຍ U8 ທີ່ສ້າງຊື່ສຽງໃຫ້ກັບປະເທດ ໄດ້ກັບຄືນມາຮອດລາວແລ້ວ ທາງຂົວມິດຕະພາບ1 ພ້ອມດ້ວຍຂັນລາງ Champions ອັນຊົງກຽດ ໂດຍມີພິທີຕ້ອນຮັບຢ່າງສົມກຽດ ຊຶ່ງມີພໍ່ແມ່ຫລານນ້ອຍ, ສື່ມວນຊົນ ແລະ ປະຊາຊົນຈຳນວນຫຼາຍມາຮ່ວມສະແດງຄວາມຍິນດີ ພໍ່ແມ່ບາງຄົນເຖິງກັບຫລັງນ້ຳຕາແຫ່ງຄວາມພາກພູມໃຈ ເມື່ອເຫັນລູກຕົນເອງຖືຂັນແຊັ້ມ ລາລີກ້າກັບມາຕ້ອນ.

ທິມ U8 ຫລື ອາຍຸຕ່ຳກວ່າ 8 ປີ ຈາກສະໂມສອນ Mazda GB ໄດ້ເຂົ້າຮ່ວມລາຍການແຂ່ງຂັນເຕະບານ LaLiga Youth Tournament 2022 ທີ່ປະເທດ ມາເລເຊຍ ຊຶ່ງເປັນລາງວັນອັນຍິ່ງໃຫຍ່ຂອງປະເທດສະເປນ ທີ່ຈັດຂຶ້ນຢູ່ປະເທດມາເລເຊຍຄັ້ງວັນທີ 24-25/07/2022 ໂດມີຫຼາຍປະເທດໃນຂົງເຂດ ອາຊຽນ ເຂົ້າຮ່ວມ ແຕ່ U8 ລາວກໍສາມາດຍາດເອົາໄຊຊະນະມາໄດ້ ແລະ ເປັນປະຫວັດສາດໜ້າໃໝ່ຂອງລາວ.

ແຫຼ່ງຂໍ້ມູນ ແລະ ຮູບ: ກົບກິນເດືອນ

error: Content is protected !!