ດ່ານສາກົນ ແຂວງ ສະຫວັນນະເຂດ ເປີດນຳໃຊ້ລະບົບແຈ້ງເຕືອນແຈ້ງພາສີປະຕູດຽວແຫ່ງຊາດ

ໂດຍຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອີກຢ່າງໜຶ່ງ ກໍເພື່ອເປັນການອຳນວຍຄວາມ ສະດວກ ໃຫ້ແກ່ຜູ້ດຳເນີນທຸລະກິດນຳເຂົ້າ-ສົ່ງອອກ ໃນການແຈ້ງພາສີໃຫ້ມີຄວາມໂປ່ງໃສ. ດັ່ງນັ້ນ ມາໃນວັນທີ 19 ກໍລະກົດ 2022 ຢູ່ທີ່ດ່ານສາກົນຂົວມິດຕະພາບ II ແຂວງ ສະຫວັນນະເຂດ, ກົມພາສີກະຊວງການເງິນ, ໄດ້ຈັດພິທີເປີດນຳໃຊ້ລະບົບແຈ້ງພາສີປະ ຕູດຽວແຫ່ງຊາດຂຶ້ນຢ່າງເປັນ ທາງການ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີກະຊວງການເງິນ, ຈາກນັ້ນ ກໍມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຫົວໜ້າຄະນະດ່ານສາກົນຂົວມິດຕະພາບ II, ຄະນະພະແນກການເງິນ, ບັນດາຂະແໜງການອ້ອມຂ້າງພະແນກການເງິນ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ບົວສອນ ໄຊຍະສຸກ ຮອງຫົວໜ້າພະແນກນິຕິກຳ, ກົມພາສີ ໄດ້ຜ່ານແຈ້ງການຂອງ ກະຊວງການເງິນສະບັບເລກທີ 1885/ຫກ, ລົງວັນທີ 18 ກໍລະກົດ 2022 ກ່ຽວກັບການນຳໃຊ້ລະ ບົບແຈ້ງພາສີປະຕູດຽວທີ່ດ່ານສາ ກົນແຂວງສະຫວັນນະເຂດຄື: ດ່ານສາກົນຂົວມິດຕະພາບ II, ດ່ານສາກົນແດນສະຫວັນ ແລະ ດ່ານສາກົນປະຈຳເຂດເສດຖະກິດພິເສດສະຫວັນນະເຂດ (ທ່າບົກ) ໃຫ້ພ້ອມກັນຈັດຕັ້ງປະຕິບັດດັ່ງນີ້: ໃຫ້ຜູ້ປະກອບການນຳເຂົ້າ-ສົ່ງ ອອກທຸກໆປະເພດສິນຄ້າ, ເຄື່ອງ ຂອງ, ຊຳລະຄ່າພາສີ, ອາກອນ ແລະພັນທະອື່ນໆ ພ້ອມທັງຄ່າທຳນຽມ ແລະຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກຂອງທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະທະນາຄານ ພັດທະນາລາວຈຳກັດ ເຊັ່ນ: ລະບົບ Smart tax, i-Banking, BCEL One Corportate Banking, ເງິນໂອນ ແລະເງິນແຊັກຕາມລະ ບຽບການທີ່ກ່ຽວຂ້ອງ, ໃຫ້ບໍລິສັດຮ່ວມພັດທະນາບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າ ບໍລິການນຳໃຊ້ລະບົບດັ່ງກ່າວໃນ ອັດຕາ 120.000 ກີບ ຕໍ່ການແຈ້ງ ພາສີເປັນລາຍລະອຽດ 1 ຊຸດ, ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳ ປະທານໂຄງການ ເຊິ່ງບໍ່ລວມເອົາ ຄ່າພາສີ, ອາກອນ, ຄ່າທຳນຽມ ແລະຄ່າບໍລິການຂອງຂະແໜງ ການທີ່ກຽວຂ້ອງ, ສຳລັບຜູ້ປະ ກອບການທີ່ຍັງບໍ່ທັນໄດ້ລົງທະ ບຽນ ແລະຝຶກອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງ ຊາດນັ້ນໃຫ້ຮີບຮ້ອນດຳເນີນຂັ້ນຕອນການລົງທະບຽນ, ອອກລະ ຫັດຜູ້ນຳໃຊ້ໂດຍດ່ວນກ່ອນວັນທີ 15 ກໍລະກົດ 2022, ເລີ່ມແຕ່ວັນທີ 19 ກໍລະກົດ 2022 ເປັນຕົ້ນໄປ, ການນຳເຂົ້າ-ສົ່ງອອກ ທຸກປະເພດສິນຄ້າ ແລະ ທຸກບໍລິສັດ ( ລວມ ທັງສິນຄ້າຍົກເວັ້ນພາສີ ຫຼື ງົດເກັບ ພາສີ ) ທີ່ຜ່ານດ່ານສາກົນຂອງ ແຂວງ ສະຫວັນນະເຂດ ຕ້ອງດຳເນີນແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ. ມອບໃຫ້ກົມພາ ສີ, ພາສີປະຈຳ ແຂວງ ສະຫວັນນະເຂດ, ດ່ານສາກົນທຸກແຫ່ງຂອງ ແຂວງ ສະຫວັນນະເຂດ, ທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວຈຳກັດ, ບໍລິສັດນຳເຂົ້າທຸກໆ ປະເພດສິນຄ້າ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມລະດັບຄາດໝາຍ.

ຈາກນັ້ນ, ທ່ານ ສະເຕຟານ ກົວ ຜູ້ອຳນວຍການບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ກໍໄດ້ຂຶ້ນອະທິບາຍກ່ຽວກັບເທັກນິກການນຳໃຊ້ລະບົບການແຈ້ງພາສີປະຕູດຽວ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ ໄດ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ. ຕໍ່ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ລົງເບິ່ງການສາທິດການນຳໃຊ້ຕົວຈິງຢູ່ດ່ານພາສີຂົວມິດຕະພາບ II ຕື່ມອີກ.

ຂໍ້ມູນຂ່າວ:ສະຫວັນພັດທະນາ

ຮູບຈາກ: Lao National Single Window

error: Content is protected !!