ປະຊາຊົນ ແຂວງ ເຊກອງ ໄດ້ຊົມໃຊ້ໄຟຟ້າຖາວອນກວມ 82%

ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ອົງການປົກຄອງແຂວງເຊກອງ ກໍຄື ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເອົາໃຈໃສ່ພັດ ທະນາວຽກງານ ແລະ ຂະຫຍາຍລະບົບຕາຂ່າຍໄຟຟ້າທັງໃນຕົວເມືອງ ແລະ ອອກສູ່ຊົນ ນະບົດຫ່າງໄກສອກຫລີກ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ ໂດຍປັດຈຸບັນ ທົ່ວແຂວງມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານແລ້ວ 155 ບ້ານ ກວມເອົາ 78.68% ແລະ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າລະບົບຖາວອນແລ້ວ 19,94 ຄອບຄົວ, ກວມເອົາ 82.89% ຂອງຄອບຄົວທັງໝົດ.

ປັດຈຸບັນ, ແຂວງເຊກອງ ມີລະບົບຕາຂ່າຍໄຟຟ້າ 22 Kv ຄວາມຍາວທັງໝົດ 923,209 ກິໂລແມັດ; ຕາຂ່າຍໄຟຟ້າ 12.7 Kv ມີຄວາມຍາວ 29,891 ກິໂລແມັດ; ຕາຂ່າຍໄຟຟ້າ 0.23 Kv ຍາວ 1.65 ກິໂລແມັດ ແລະ ລະບົບຕາຂ່າຍ 0.4 Kv ຍາວ 413,276 ກິໂລແມັດ; ມີໝໍ້ແປງ 439 ໜ່ວຍ, ມີກໍາລັງຕິດຕັ້ງ 78,202 KVA ແລະ ມີໝໍ້ນັບໄຟທັງໝົດ 19,588 ໜ່ວຍ. ພ້ອມນີ້ ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງແຂວງ ຍັງໄດ້ອະນຸຍາດໃຫ້ບໍລິສັດ ສຶກສາຄວາມເປັນໄປໄດ້ (ເຊັນ MOU) ເພື່ອກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ, ພະລັງງານໄຟຟ້າແສງຕາເວັນ, ພະລັງ ງານລົມ, ພະລັງງານຄວາມຮ້ອນ (ຖ່ານຫີນ) ແລະ ອື່ນໆອີກຫລາຍໂຄງການ.

ທ່ານຮອງເຈົ້າແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າແຂວງເຊກອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ໄດ້ຜ່ານຂັ້ນຕອນການສຳຫລວດ ແລະ ກໍາລັງກໍ່ສ້າງ ເພື່ອຜະລິດ-ຈໍາໜ່າຍກະແສໄຟຟ້າ ເປັນຕົ້ນ ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍອີມູນ, ເຂື່ອນໄຟຟ້າເຊກະໝານ 3 ແລະ ໂຄງການອື່ນໆ ໃຫ້ສຳເລັດຕາມແຜນທີ່ກໍານົດໄວ້.

ຂ່າວ-ພາບ: ສັນຍາ

error: Content is protected !!