6 ເດືອນຕົ້ນປີ ນວ ເກັບລາຍຮັບບັນລຸ 46.84% ຂອງແຜນການປີ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ໃນວັນທີ 21 ກໍລະກົດ 2022 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2022 ແຜນລາຍຮັບໝົດປີ ຈໍານວນ 5.576,34 ຕື້ກີບ ໃນນັ້ນລາຍຮັບພູດສູນກາງ (ພາສີ) 4,100 ຕື້ກີບ, ລາຍຮັບທ້ອງຖິ່ນ (ນວ) 1,476.34 ຕື້ກີບ, ມາຮອດວັນທີ 30 ມິຖຸນາ ສາມາດເກັບລາຍຮັບໄດ້ທັງໝົດ 2,611.95 ຕື້ກີບ ເທົ່າກັບ 46.84% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 20.92% ເທົ່າກັບ 451.96 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 1,858.30 ຕື້ກີບ ເທົ່າກັບ 45.32% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 15.23% ເທົ່າກັບ 245.66 ຕື້ກີບ), ລາຍຮັບທ້ອງຖິ່ນ (ນວ) ປະຕິບັດໄດ້ 753.65 ຕື້ກີບ ເທົ່າກັບ 51.05% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 37,69% ເທົ່າກັບ 206,30 ຕື້ກີບ), ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 276.83 ຕື້ກີບ ເທົ່າກັບ 44.26% ຂອງແຜນການປີ, ດ້ານດຸ່ນດ່ຽງປະຕິບັດໄດ້ 347.85 ຕື້ກີບ ເທົ່າກັບ 40.88% ຂອງແຜນການປີ (ແຜນການປີ 850.90 ຕື້ກີບ), ສັງລວມແລ້ວ ພູດ ນວ ຈັດເກັບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ຕາມແຜນທີ່ວາງໄວ້, ສ່ວນຄາດໝາຍທີ່ຍັງບໍ່ທັນປະຕິບັດໄດ້ແມ່ນການເກັບລາຍຮັບທີ່ສູນກາງປະຕິບັດຢູ່ ນວ ແລະ ລາຍຈ່າຍງົບປະມານ.

ດ້ານກະສິກຳ-ປ່າໄມ້ ສາມາດສະໜອງສະບຽງອາຫານໃຫ້ສັງຄົມຄື: ສະໜອງເຂົ້າໄດ້ 67.177 ໂຕນ ເທົ່າກັບ 88% ຂອງແຜນການ 76,361 ໂຕນຕໍ່ປີ, ສະເພາະພືດຜັກປະຕິບັດໄດ້ 75,925 ໂຕນ ເທົ່າກັບ 65.5% ຂອງແຜນການປີ 115.917 ໂຕນ, ການສະໜອງທາດຊີ້ນ, ປາ ປະຕິບັດໄດ້ 32.882 ໂຕນ, ປະຕິບັດໄດ້ 50.3% ຂອງແຜນຄວາມຕ້ອງການປີ 65,368 ໂຕນ.

ດ້ານການຜະລິດອຸດສາຫະກໍາ ຂະຫຍາຍຕົວ 5.56%, ການຜະລິດຫັດຖະກໍາຂະຫຍາຍຕົວ 4.34%, ການສົ່ງອອກປະຕິບັດໄດ້ 1,274.93 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (806.67 ລ້ານໂດລາ) ເພີ່ມຂຶ້ນ 58.04% (ແຜນການປີສົ່ງອອກບໍ່ໃຫ້ຫຼຸດ 18%), ສ່ວນດ້ານການລົງທຶນ ປະຕິບັດໄດ້ 18,810.91 ຕື້ກີບ ລື່ນແຜນ 43% ຂອງແຜນການປີ (ມະຕິສະພາ 13.300 ຕື້ກີບ) ສາມາດບັນລຸຄາດໝາຍ.

ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ສືບຕໍ່ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ GDP ບັນລຸຕາມແຜນທີ່ກໍານົດໄວ້ 6.5% ຄິດເປັນມູນຄ່າ GDP ຕາມລາຄາໃນປີ ປະມານ 63,076 ຕື້ກີບ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 6,426 ໂດລາ ໃນນັ້ນ ຂະແໜງການກະສິກຳຂະຫຍາຍຕົວ ເພີ່ມຂຶ້ນ 4% ກວມເອົາ 14% ຂອງ GDP, ຂະແໜງອຸດສາຫະກໍາຂະຫຍາຍຕົວ ເພີ່ມຂຶ້ນ 9.5% ກວມເອົາ 50% ຂອງ GDP, ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 4.5% ກວມເອົາ 36% ຂອງ GDP, ດ້ານລາຍຮັບ ສູ້ຊົນເກັບລາຍຮັບໃຫ້ໄດ້ 2,964.39 ຕື້ກີບ ໃນນັ້ນລາຍຮັບທີ່ສູນກາງປະຕິບັດຢູ່ ນວ ໃຫ້ໄດ້ 2,241.70 ຕື້ກີບ, ລາຍຮັບຂອງ ນວ ໃຫ້ໄດ້ 722.58 ຕື້ກີບ (ສູ້ຊົນໃຫ້ໄດ້ເກີນແຜນ 100 ຕື້ກີບ), ດ້ານລາຍຈ່າຍຄາດຄະເນ 6 ເດືອນທ້າຍປີບໍ່ໃຫ້ເກີນ 348.60 ຕື້ກີບ ແລະ ການດຸ່ນດ່ຽງ ໃຫ້ໄດ້ 503.06 ຕື້ກີບ.

(ຂ່າວ-ພາບ: ແສງຈັນ)

error: Content is protected !!