ລັດຖະບານຍີ່ປຸ່ນ ມອບທຶນຊ່ວຍຟື້ນຟູ ແລະ ຕອບໂຕ້ ໂຄວິດ-19 ໃນຂະແໜງສຶກສາ ລາວ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ), ລັດຖະບານຍີ່ປຸ່ນ ແລະ ອົງການ Unicef ປະຈໍາ ລາວ ຈັດພິທິປະກາດທຶນຊ່ວຍເຫລືອລ້າ ມູນຄ່າ 621,000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ກິດຈະກໍາຫລຸດຜ່ອນຜົນກະທົບການຮຽນຂອງເດັກນ້ອຍ ຈາກການລະບາດຂອງພະຍາດ ໂຄວິດ-19 ເປັນໄລຍະເວລາ 1 ປີ.

ການຊ່ວຍເຫລືອຄັ້ງນີ້, ປະກອບດ້ວຍການພັດທະນາ ແລະ ການແຈກຢາຍອຸປະກອນດີຈິຕອລ ແລະ ອຸປະກອນການຮຽນແບບເຊິ່ງໜ້າ ແລະ ການຝຶກທັກສະທາງດ້ານດີຈິຕອລ ໃຫ້ກັບຄູ ເພື່ອເນັ້ນໃສ່ “ການຟື້ນຟູການຮຽນ” ສໍາລັບເດັກນ້ອຍກ່ອນໄວຮຽນ ແລະ ຊັ້ນປະຖົມທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ການສະໜອງສື່ການຮຽນຕ່າງໆທີ່ມີຢູ່ໃນຖານຂໍ້ມູນການຮຽນ-ການສອນແບບດີຈິຕອລ ຂອງກະຊວງສຶກສາທິການ ແລະ ກິລາ “ຄັງປັນຍາລາວ” ທີ່ໄດ້ຮັບການສະໜັບສະໜູນຈາກ ອຸຍນີເຊບ ກິດຈະກໍາດັ່ງກ່າວ, ຈະສຸມໃສ່ການເລັ່ງແກ້ໄຂບັນຫາ ຄວາມຕ້ອງການອັນຮີບດ່ວນໃຫ້ແກ່ເດັກ ນ້ອຍທີ່ຢູ່ໃນກຸ່ມ ເປົ້າໝາຍໃນ ສປປ ລາວ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງໂອກາດຕ່າງໆ ກ່ຽວກັບ ການບໍາລຸງນັກຮຽນຊ່ວງໄລຍະພັກຮຽນ ແລະ ການເລັ່ງການຮຽນຄືນ ແລະ ເຂົ້າເຖິງສື່ການຮຽນຕ່າງໆ ເພື່ອປ້ອງກັນການປະລະການຮຽນ ແລະ ຫລຸດຜ່ອນຄວາມແຕກໂຕນທາງການຮຽນ ເຊິ່ງສື່ການຮຽນແມ່ນລວມທັງປຶ້ມແບບຮຽນທີ່ເປັນໜັງສື ເບວ (ຕົວອັກສອນນູນ) ສໍາລັບນັກຮຽນທີ່ມີຄວາມບົກພ່ອງທາງດ້ານສາຍຕາ.

ຕະຫລອດໄລຍະເວລາ 3 ປີ ທີ່ຜ່ານມາ, ສສກ ໄດ້ຮັບມື ແລະ ຕອບໂຕ້ກັບການລະບາດຂອງພະຍາດ ໂຄວິດ-19 ຢ່າງໄວວາ ເພື່ອຫລຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນ ກັບເດັກນ້ອຍນັກຮຽນໃຫ້ໄດ້ຫລາຍທີ່ສຸດ. ເຖິງວ່າຈະມີການຕອບໂຕ້, ນັກຮຽນໃນເກືອບທຸກຂອບເຂດທົ່ວປະເທດ ກໍຍັງໄດ້ຢຸດການຮຽນເປັນເວລາຫລາຍເດືອນ ເນື່ອງຈາກການປິດໂຮງຮຽນ ຍິ່ງເຮັດໃຫ້ນັກຮຽນມີຄວາມສ່ຽງສູງຂຶ້ນທີ່ຈະສູນເສຍການຮຽນ ແລະ ມີການປະ ລະເກີດຂຶ້ນ; ການສູນເສຍການຮຽນທີ່ຍິ່ງໃຫຍ່ໃນຂອບເຂດທົ່ວປະເທດ ຍ້ອນພະຍາດ ໂຄວິດ-19 ບໍ່ແມ່ນພຽງແຕ່ການສູນເສຍການຮຽນຂອງເດັກ ແຕ່ມັນເປັນການສູນເສຍຜົນຜະລິດຂອງຊາດໃນອະນາຄົດ ອີກດ້ວຍ.

error: Content is protected !!