ແຈ້ງການພັກ ວັນລັດຖະການ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

ກໍານົດ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້ : ເຫັນດີໃຫ້ກໍານົດເອົາວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນ ວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະ ກອນ, ກໍາມະກອນເພດຍິງ ໄດ້ພັກວຽກຕາມກົດຫມາຍວ່າດ້ວຍສະຫະພັນແມ່ຍິງລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

error: Content is protected !!