ມອບ-ຮັບຊົ່ວຄາວ ການກໍ່ສ້າງຂົວເຊສະໝູ ແລະ ຂົວນໍ້າລົ້ນສະແລນ

ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງ ເຊໂປນ ໄດ້ມີການກວດກາ ແລະ ມອບ-ຮັບຊົ່ວຄາວ ການກໍ່ສ້າງຂົວເຊສະໝູ ແລະ ຂົວນໍ້າລົ້ນສະແລນ ໂດຍມີ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງ ເຊໂປນ, ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂົວເຊສະໝູ ມີຄວາມຍາວ 120 ແມັດ ຄວາມກວ້າງໜ້າທາງ 5 ແມັດ ເປັນຂົວຢູ່ທາງຊົນນະບົດ, ເສັ້ນທາງແຕ່ບ້ານດົງສະຫວັນ ຫາ ຈຸດສຸມລະໂກ ເຊິ່ງໄດ້ຮັບທຶນຊ່ວຍ ເຫລືອລ້າ ໂດຍຜ່ານໂຄງການຟື້ນຟູໂຄງລ່າງພາກໃຕ້ RISL ຈາກປະຊາຊົນ ແລະ ລັດ ຖະບານເຢຍລະມັນ 100%. ຂົວດັ່ງກ່າວ ໄດ້ເລີ່ມກໍ່ສ້າງໃນທ້າຍປີ 2020 ຜ່ານມາ ໂດຍແມ່ນ ບໍລິສັດວັນນະວົງກໍ່ສ້າງຂົວທາງ ຮ່ວມກັບບໍລິສັດ ວີແອວພີ ພັດທະນາກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າ 6,936 ຕື້ກີບ ແລະ ການກໍ່ສ້າງຂົວນໍ້າລົ້ນເຊສະແລນ ມີລວງຍາວ 48 ແມັດ ໂດຍມີມູນຄ່າ 1,3 ຕື້ກີບ ໄລຍະຜ່ານມານໍ້າເຊສະໝູ ແລະ ຂົວນໍ້າລົ້ນສະແລນແມ່ນບໍ່ມີຂົວ ເຊິ່ງປະຊາຊົນ ພົບຄວາມຫຍຸ້ງຍາກໃນການໄປ-ມາ ແລະ ປະຊາຊົນກໍບໍ່ສາມາດຂ້າມນໍ້າໄດ້ ເພາະຈຸດດັ່ງກ່າວເປັນແມ່ນໍ້າທີ່ໄຫລແຮງ ແລະ ໃນໄລຍະຝົນຕົກການສັນຈອນໄປມາ ແມ່ນລຳບາກຫລາຍສົມຄວນ ເພາະເປັນແມ່ນໍ້າທີ່ກວ້າງ ຈຶ່ງເຮັດໃຫ້ລົດຈັກບໍ່ສາມາດຂ້າມໄດ້ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ໃນການເດີນທາງໄປມາຫາສູ່ກັນລະຫວ່າງເມືອງເຊໂປນ ຫາ ຈຸດສຸມລະໂກ.

error: Content is protected !!