ປກສ ເມືອງປາກງື່ມ ໄລ່ຊອກນໍາຈັບການເຄື່ອນໄຫວຫາປາ ດ້ວຍວິທີການໃຊ້ໝໍ້ໄຟຊ໋ອດຢູ່ນໍ້າງື່ມ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກໍລະກົດ 2022 ກອງບັນຊາການ ປກສ ເມືອງ ປາກງື່ມ ໄດ້ຮັບແຫຼ່ງຂ່າວຈາກປະຊາຊົນຜູ້ຫວັງດີ ວ່າມີກຸ່ມຄົນບໍ່ດີໄດ້ເຄື່ອນໄຫວຫາປາ ດ້ວຍວິທີນຳໃຊ້ໝໍ້ໄຟຊ໋ອດປາຢູ່ຕາມນໍ້າງື່ມເຂດ ບ້ານ ຝັງແດງ.

ຫຼັງຈາກໄດ້ມີຂໍ້ມູນ ຈຶ່ງໄດ້ລົງຕິດຕາມເລາະລຽບຕາມລຳນໍ້າງື່ມ ຕົກມາເຖິງເວລາ 3:00 ໂມງເຊົ້າ ຂອງວັນທີ 16 ກໍລະກົດ 2022 ໄດ້ພົບເຫັນເຮືອແລ່ນດ້ວຍຈັກຫາງຍາວ ຈຶ່ງໄດ້ເຂົ້າກວດກາ ພົບເຫັນປາ ແລະໝໍ້ໄຟ, ອຸປະກອນຊ໋ອດປາ 01 ເຄື່ອງ ຊາບຊື່ເຈົ້າຂອງເຮືອ ຊື່ ທ້າວ ສົມນຶກ ອາຍຸ 35 ປີ ອາຊີບເຮັດນາ ບ້ານ ນາບົງ, ເມືອງ ປາກງື່ມ, ນະຄອນຫຼວງ ວຽງຈັນ ຈຶ່ງນໍາຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຕໍ່ຈາກນັ້ນເວລາຕໍ່ມາ ກໍ່ໄດ້ກວດພົບເຫັນຄົນກຳລັງເຄື່ອນໄຫວຊ໋ອດປາອີກ ຈຶ່ງໄດ້ເຂົ້າກວດກາ ແຕ່ຜູ້ຖືກສົງໄສ ໄຫວຕົວທັນລົບໜີ ແລ້ວເຈົ້າໜ້າທີ່ໄດ້ເຂົ້າຄົ້ນເຮືອດັ່ງກ່າວ ພົບເຫັນປາ ພ້ອມເຄື່ອງຊອດປາ ແລະ ໝໍ້ໄຟ 1 ເຄື່ອງ ແລ້ວນໍາມາຮັກສາໄວ້ຢູ່ ກອງບັນຊາການ ປກສ ເມືອງ ປາກງື່ມ.

ຕໍ່ຜູ້ຖືກສົງໄສໄຫວຕົວຫຼົບໜີ ກອງບັນຊາການ ປກສ ປາກງື່ມ ສືບຕ່ໍນຳຕົວມາດຳເນີນຄະດີຕາມກົດໝາຍ.

error: Content is protected !!