ທ່ານ ໄມເຄີ້ນ ໄວສ​ ຄູຝຶກ​ທີມຊາດ ລາວ ຊາວ ເຢຍລະມັນ​ ອອກມາເປີດໃຈຫລັງພາທີມເສຍໃຫ້ ມາເລເຊຍ​

ໃນວັນທີ​ 16​ ກໍລະກົດ​ 2022​ ຄວາມເຄື່ອນໄຫວຫຼັງການແຂ່ງຂັນບານເຕະຊິງແຊ້ມ ອາຊຽນ​ 2022​ ຮຸ່ນ​ອາຍຸ​ບໍ່ເກີນ​ 19​ ປີ​ ຮອບ​ຊິງ​ຊະນະເລີດ​ ທີມຊາດ​ມາເລເຊຍ​ ເອົາຊະນະ​ ທີມຊາດ ລາວ​ ໄປ​ 2-0​ ຄວ້າແຊ້ມ​ລາຍການນີ້ໄປຄອງເປັນສະໄໝທີ​ 2.

ຫຼັງຈົບເກມ,​ ທ່ານ ໄມເຄີ້ນ ໄວສ໌​ ຄູຝຶກ​ທີມຊາດລາວ​ ກ່າວວ່າ: ເຮົາປະສົບຄວາມສຳເລັດໃນການແຂ່ງຂັນຄັ້ງນີ້ ແລະ​ ບໍ່ມີໃຜເຊື່ອວ່າ ເຮົາຈະມາຮອດຈຸດນີ້ ແລະ​ ຄວ້າຮອງແຊ້ມ ດ້ວຍການເອົາຊະນະທັງທີມຊາດໄທ ມາໄດ້.​ ຢ່າງໃດກໍຕາມ,​ ເຮົາບໍ່ແມ່ນທີມທີ່ແຂງແກ່ນໃຫມ່ຂອງອາຊຽນ ເຮົາຈະ​ຮຽນຮູ້​ຕໍ່ໄປ ເຮົາມີຄວາມສາມາດ​ ແລະ​ ຂ້າພະເຈົ້າພ້ອມທີ່ຈະພັດທະນາພອນສະຫວັນເຫຼົ່ານັ້ນ​ ແລະ​ ເຮົາພ້ອມທີ່ຈະເຮັດໃຫ້ມັນຍາກສຳລັບຄູ່ແຂ່ງໃນ ອາຊຽນ ເມື່ອຕ້ອງມາພົບກັບທີມຂອງເຮົາ

ເຮົາຕ້ອງພິສູດໃນການແຂ່ງຂັນລາຍການອື່ນໆ ລວມທັງ ຊີເກມ ເຮົາຍັງເຊື່ອວ່າ ເຮົາຍັງສາມາດໂຊຟອມໄດ້ດີກວ່ານີ້ອີກ.​ ທັງນີ້,​ ນີ້ຖືເປັນຜົນງານທີ່ດີທີ່ສຸດຂອງ​ ສປປ​ ລາວ​ ໃນ​ການແຂ່ງຂັນ​ບານເຕະ​ ຢູ19 ຊິງແຊ້ມ ອາຊຽນ ເພາະກ່ອນໜ້ານີ້ພວກເຮົາຍັງບໍ່ເຄີຍຜ່ານມາເຖິງຮອບຊິງຊະນະເລີດ ແມ່ນແຕ່ເທື່ອດຽວ.

ຮູບ: ສະຫະພັນ​ບານເຕະ​ແຫ່ງຊາດ​ລາວ

ຂໍ້ມູນຂ່າວຈາກ: Thairath

error: Content is protected !!