ກິນວິຕາມິນ C ຕອນໃດ ຈຶ່ງໄດ້ປະໂຫຍດດີໆ

ອາຫານເສີມ ເຊັ່ນ ວິຕາມິນຊີ (C) ເປັນທີ່ນິຍົມກັນຫຼາຍໃນປັດຈຸບັນ ໂດຍສະເພາະໄລຍະທີ່ຄົນເປັນໄຂ້ຫວັດຫຼາຍ ຈຶ່ງພາກັນຊື້ວິຕາມິນຊີຊະນິດເມັດມາກິນເອງ ເພື່ອຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ ຈະບໍ່ປ່ວຍ່ງ່າຍ. ແຕ່ກໍມີຄຳຖາມອີກວ່າ ເຮົາຄວນກິນວິຕາມິນຊີເສີມແບບນີ້ຫຼາຍພຽງໃດ ແລະກິນຍາມໃດ ຈຶ່ງຈະດີ.

– ການກິນວິຕາມິນເສີມ: ປົກກະຕິແລ້ວ ຄົນທີ່ມີອາຍຸ 15 ປີຂຶ້ນໄປ ຄວນໄດ້ຮັບວິຕາມິນຊີ 60-90 ມີລີກຼາມຕໍ່ມື້, ສ່ວນເດັກທີ່ຕ້ອງການວິຕາມິນຊີ 30-50 ມີລີກຼາມຕໍ່ມື້. ແຕ່ກໍສາມາດກິນເພີ່ມໄດ້ປະມານ 100-200 ມີລີກຼາມຕໍ່ມື້.

ແຕ່ບາງຄົນ ອາດຈຳເປັນຕ້ອງຮັບອາຫານເສີມວິຕາມິນຊີ ເພີ່ມຫຼາຍຄື ຕັ້ງແຕ່ 500 ມີລີກຣາມຂຶ້ນໄປ ເຊັ່ນ ຄົນທີ່ເປັນຫວັດເລື້ອຍໆ, ຄົນທີ່ມີອາການເລືອດອອກຕາມກົກແຂ້ວ ແພດກໍຈະໃຫ້ກິນວິຕາມິນຊີເສີມ ລວມທັງຜູ້ທີ່ສູບຢາ ກໍຈຳເປັນຕ້ອງໄດ້ກິນ ເພາະວ່າ ຢາສູບຈະໄປຫຼຸດປະລິມານວິຕາມິນຊີ ໃນຮ່າງກາຍ ເຊັ່ນດຽວກັບຜູ້ຍິງຖືພາ, ຄົນທີ່ກຽມໂຕຜ່າຕັດ ຫຼື ຫາກໍຟື້ນຈາກການຜ່າຕັດ.

ກິນວິຕາມິນຊີຕອນໃດ ໄດ້ປະໂຫຍດຫຼາຍທີ່ສຸດ?

ຄວາມຈິງແລ້ວ ເຮົາສາມາດກິນເວລາໃດກໍໄດ້ ຂຶ້ນຢູ່ກັບຄວາມສະດວກ. ແຕ່ແນະນໍາວ່າ ບໍ່ຄວນກິນໃນເວລາທີ່ທ້ອງວ່າງ, ທາງທີ່ດີຄວນກິນພ້ອມກັບອາຫານ ຫຼື ຫຼັງອາຫານຈະເປັນການດີ ເພາະວ່າ ອາຫານຈະເປັນໂຕຊ່ວຍໃຫ້ຮ່າງກາຍດູດຊຶມວິຕາມິນຊີ ໄປໃຊ້ໄດ້ ແລະ ເປັນການປ້ອງກັນກະເພາະອາຫານ ລະຄາຍເຄືອງອີກດ້ວຍ ເພາະວິຕາມິນຊີ ມີລິດເປັນກົດນັ້ນເອງ. ດັ່ງນັ້ນ ເຮົາອາດແບ່ງການກິນວິຕາມິນຊີ ຕາມຄາບອາຫານກໍໄດ້ເຊັ່ນ ມື້ລະ 2-3 ຄັ້ງ ຫຼັງອາຫານ ຈະເຮັດໃຫ້ຮ່າງກາຍສາມາດດູດຊຶມວິຕາມິນຊີ ໄດ້ດີກວ່າການກິນທັງເໝິດໃນຄັ້ງດຽວ.

– ປະລິມານການກິນວິຕາມິນຊີ: ອາຫານທຸກຢ່າງກິນໜ້ອຍຫຼາຍກໍບໍ່ດີ ກິນຫຼາຍກໍບໍ່ດີ ລວມທັງວິຕາມິນຊີກໍຄືກັນ ເພາະວ່າ ຖ້າຮ່າງກາຍໄດ້ຮັບໜ້ອຍເກີນໄປ ກໍຈະສົ່ງຜົນຕໍ່ພູມຄຸ້ມກັນ ເຮັດໃຫ້ເປັນຫວັດງ່າຍ, ເລືອດອອກຕາມແຂ້ວ, ຜິວພັນບໍ່ສົດໃສ  ເພາະວິຕາມິນຊີ ມີສານແອນຕີ້ອອກຊີແດນ ຊ່ວຍບໍ່ໃຫ້ເຖົ້າໄວ ແລະ ກະຕຸ້ນການສ້າງຄໍເລດສະເຕີຣອນອີກດ້ວຍ.

ແຕ່ຖ້າກິນຫຼາຍເກີນໄປ ເຊັ່ນ ກິນເກີນ 1,000-2,000 ມີລີກຣາມຕໍ່ມື້ ຕິດຕໍ່ກັນດົນໆ ກໍຈະເຮັດໃຫ້ເກີດຜົນຂ້າງຄຽງ ເຊັ່ນ ທ້ອງປັ່ນປ່ວນ, ເຈັບທ້ອງຢ່າງຮຸນແຮງ, ເກີດບາດແຜໃນກະເພາະອາຫານ, ປ່ວຍເປັນໂຣກເລືອດຈາງ ລວມທັງການເພີ່ມຄວາມສ່ຽງຕໍ່ການເປັນໜິ້ວໝາກໄຂ່ຫຼັງ ເພາະວ່າ ອາການຂ້າງຄຽງເຫຼົ່ານີ້ພົບໄດ້ໜ້ອຍທີ່ສຸດ ເພາະວ່າ ວິຕາມິນຊີ ເປັນວິຕາມິນທີ່ລະລາຍໃນນຳ້ໄດ້ດີ ຈຶ່ງຂັບຖ່າຍອອກມາທາງປັດສາວະໄດ້. ດັ່ງນັ້ນ ຖ້າທ່ານມີຄວາມຈໍາເປັນຕ້ອງກິນວິຕາມິນຊີ ໃນປະລິມານທີ່ສູງ ຄວນກິນພ້ອມ ຫຼື ຫຼັງອາຫານ ແລະ ດື່ມນຳ້ຫຼາຍໆ.

ວິຕາມິນຊີເສີມ ເປັນພຽງໂຕຊ່ວຍອີກຢ່າງໜຶ່ງເທົ່ານັ້ນ. ສະນັ້ນ ຈົ່ງກິນຜັກ, ໝາກໄມ້ ໃຫ້ຫຼາຍໆ ໂດຍສະເພາະໝາກສີດາ, ໝາກຫຸ່ງ, ໝາກມ່ວງ, ໝາກເຫຼ່ນ, ໝາກເຜັດຫວານ, ກີວີ, ສະຕໍເບີຣີ, ຜັກໃບຂຽວ…

error: Content is protected !!