ນະຄອນຫຼວງ ວຽງຈັນ ປະກາດເປັນ ນະຄອນ ສຸຂະອະນາໄມ

ພິທີປະກາດນະຄອນຫຼວງ ວຽງຈັນ ເປັນ ນະຄອນຫຼວງ ສຸຂະອະນາໄມໄດ້ຈັດຂຶ້ນທີ່ນະຄອນຫຼວງ ວຽງຈັນ ໃນວັນທີ 14 ກໍລະກົດ 2022 ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ປະກາດນະຄອນຫຼວງວຽງຈັນ ເປັນນະຄອນ ສຸຂະອະນາໄມ ມີຜູ້ເຂົ້າຮ່ວມຫຼາຍກວ່າ 170 ຄົນ ຊຶ່ງລວມມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພຍ ເຣເບລໂລ ບຣິດໂຕ ຫົວໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ຮ່ວມກັບຕົວແທນຈາກແຂວງ, ກະຊວງ, ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ.

ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ພວກເຮົາກໍາລັງກ້າວໄປສູ່ເປົ້າໝາຍ ເປັນປະເທດທີ່ຢຸດຕິການຖ່າຍຊະຊາຍ ໂດຍໃນປັດຈຸບັນນີ້ ມີຫຼາຍຫວ່າ 5,000 ບ້ານ, 37 ເມືອງ ແລະ 2 ແຂວງ ທີ່ບັນລຸເປົ້າໝາຍໄດ້ແລ້ວ;ນະຄອນຫຼວງວຽງຈັນ ເປັນໜຶ່ງໃນແຂວງທີ່ມີປະຊາກອນຫຼາຍຢູ່ໃນປະເທດ. ນາມມະຍົດໃໝ່ທີ່ໄດ້ຮັບນີ້ ແມ່ນຈະເຮັດໃຫ້ປະຊາກອນຫຼາຍກວ່າ 800,000 ຄົນ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະອາດ ຍ້ອນການປັບປຸງດ້ານສຸຂານາໄມໃຫ້ດີຂຶ້ນ; ສປປ ລາວ ໄດ້ບຸກທະລຸຢ່າງແຂງແຮງຜັກດັນວຽກ ສຸຂະອະນາໄມ ໃຫ້ຄືບໜ້າ ດ້ວຍການປະກາດນະຄອນຫຼວງ ວຽງຈັນ ເປັນນະຄອນຫຼວງ ສຸຂະອະນາໄມ ຊຶ່ງເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ ແລະ ເປັນແຫ່ງທີ 2 ທັດຈາກແຂວງບໍລິຄໍາໄຊ ທີ່ສາມາດບັນລຸຂີດໝາຍອັນສໍາຄັນນີ້ ຫຼັງຈາກແຂວງ ບໍລິຄໍາໄຊ ໄດ້ຢຸດຕິການຖ່າຍຊະຊາຍໃນປີ 2020.

ລັດຖະບານ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກ ສຸຂະອະນາໄມ ໃນປີ 2008 ແລະ ດ້ວຍຄວາມພະຍາຍາມ ແລະ ຄວາມສູ້ຊົນຢ່າງບໍ່ຮູ້ອິດເມື່ອຍມາຫຼາຍປີ ທາງຊຸມຊົນໂດຍການສະໜັບສະໜູນຈາກພາກລັດ ແລະ ຄູ່ຮ່ວມງານຕ່າງໆ ເຮັດໃຫ້ມີຂະບວນການອັນຂັນແຂງ ແລະ ມີຄວາມຄືບໜ້າໃນທົ່ວປະເທດ. ອີງໃສ່ຄວາມຄືບໜ້າດັ່ງກ່າວນີ້, ລັດຖະບານກຽມສ້າງແຜນການແຫ່ງຊາດເພື່ອຢຸດຕິການຖ່າຍຊະຊາຍໃຫ້ໄດ້ໃນປີ 2025.

(ຂ່າວ-ພາບ: ອຸຍນີເຊັບ)

error: Content is protected !!